Day: November 22, 2023

ຄະນະໂຄສະນາອົບຮົມສູນກາງພັກມອບໃບກຽດຕິຄຸນ ໃຫ້ແກ່ບໍ ລິສັດ ເອັນຊີຊີ (NCC) ທີ່ໃຫ້ການອຸປະຖຳຄະນະໂຄສະນາອົບ ຮົມສູນກາງພັກ ໃນການລົງເຮັດວຽກຢູ່ທ້ອງຖິ່ນ-ຮາກຖານ.

ໃນວັນທີ 22 ພະຈິກ 2023 ຄະນະໂຄສະນາອົບຮົມສູນກາງພັກໄດ້ມອບໃບກຽດຕິຄຸນໃຫ້ບໍລິສັດ ເອັນຊີຊີ (NCC) ທີ່ໄດ້ໃຫ້ການອຸປະຖຳ ຄະນະໂຄສະນາອົບຮົມສູນກາງພັກໃນການລົງເຮັດວຽກຢູ່ທ້ອງຖິ່ນ-ຮາກຖານ ແລະ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຊາດທີ 2 ທັນວາ ຄົບຮອບ 48 ປີ ຈຳນວນເງິນ 30,000,000 ກີບ. ໃຫ້ກຽດມອບໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮັບໂດຍ ທ່ານ ນາງ ວົງຄໍາສຸວັນນີ ຫຼວງລາດ ຫົວຫນ້າຫ້ອງການ ຜູ້ຊ່ວຍປະທານບໍລິສັດ ເອັນຊີຊີ (NCC);

ມະຕິ ກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ XI

ມະຕິ ກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ XI ( ກົດອ່ານ ຫຼື ດາວໂຫຼດ.. )

ໜ່ວຍພັກກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຮ່ວມກັບ ໜ່ວຍພັກ ຫ້ອງການຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາ ຊິກພັກສຳຮອງ.

ໃນຕອນບ່າຍຂອງວັນທີ 21 ພະຈິກ 2023 ໜ່ວຍພັກກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຮ່ວມກັບ ໜ່ວຍພັກຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງຈຳນວນ 2 ສະຫາຍ, ພາຍໃຕ້ການເປັນປະທານຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ມີບັນດາເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ, ຜູ້ຕາງໜ້າຈາກບັນດາໜ່ວຍພັກອ້ອມຂ້າງ ຄອສພ ແລະ ສະມາຊິກພັກສົມບູນພາຍໃນສອງ ໜ່ວຍ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ຄະນະຈັດຕັ້ງພິທີໄດ້ຂຶ້ນກ່າວຈຸດປະສົງ ແລະ ຜ່ານມະຕິຕົກລົງຂອງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ວ່າດ້ວຍການອະນຸມັດຮັບເອົາມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກພັກສໍາຮອງ.