ຄະນະໂຄສະນາອົບຮົມສູນກາງພັກມອບໃບກຽດຕິຄຸນ ໃຫ້ແກ່ບໍ ລິສັດ ເອັນຊີຊີ (NCC) ທີ່ໃຫ້ການອຸປະຖຳຄະນະໂຄສະນາອົບ ຮົມສູນກາງພັກ ໃນການລົງເຮັດວຽກຢູ່ທ້ອງຖິ່ນ-ຮາກຖານ.


ໃນວັນທີ 22 ພະຈິກ 2023 ຄະນະໂຄສະນາອົບຮົມສູນກາງພັກໄດ້ມອບໃບກຽດຕິຄຸນໃຫ້ບໍລິສັດ ເອັນຊີຊີ (NCC) ທີ່ໄດ້ໃຫ້ການອຸປະຖຳ ຄະນະໂຄສະນາອົບຮົມສູນກາງພັກໃນການລົງເຮັດວຽກຢູ່ທ້ອງຖິ່ນ-ຮາກຖານ ແລະ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຊາດທີ 2 ທັນວາ ຄົບຮອບ 48 ປີ ຈຳນວນເງິນ 30,000,000 ກີບ. ໃຫ້ກຽດມອບໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮັບໂດຍ ທ່ານ ນາງ ວົງຄໍາສຸວັນນີ ຫຼວງລາດ ຫົວຫນ້າຫ້ອງການ ຜູ້ຊ່ວຍປະທານບໍລິສັດ ເອັນຊີຊີ (NCC); ເຊິ່ງໃນໂອກາດທີ່ມີຄວາມຫມາຍສໍາຄັນດັ່ງກ່າວ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຕາງໜ້າຄະນະພັກ ຄະນະນໍາຂອງ ຄະນະໂຄສະນາອົບຮົມສູນກາງພັກ ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ບໍລິສັດ ທັງບຸກຄົນ ແລະ ນິຕິບຸກຄົນ ທີ່ໄດ້ປະກອບສ່ວນອຸປະຖໍາເປັນວັດຖຸ, ເງິນຄຳ ເຂົ້າໃນການເຮັດວຽກງານການເມືອງ-ແນວຄິດ ກໍຄືວຽກງານຄະນະໂຄສະນາອົບຮົມໃນໄລຍະໃໝ່ໃຫ້ມີການຫັນປ່ຽນຢ່າງຈະແຈ້ງ ດັ່ງຄຳຂວັນທີ່ວ່າ “ເພີ່ມທະວີການນຳພາຂອງພັກ, ສ້າງການຫັນປ່ຽນໃໝ່ ຢ່າງແຂງແຮງ, ເລິກເຊິ່ງ ວຽກງານການເມືອງ-ແນວຄິດ, ທິດສະດີຂອງພັກ ໄປສູ່ຄຸນນະພາບໃໝ່”