ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບ ກັບຄະນະໂຄສະນາອົບຮົມແຂວງສາລະວັນ ຈັດຊຸດຝຶກອົບຮົມ ວຽກງານໄອທີ

ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບ ກັບຄະນະໂຄສະນາອົບຮົມແຂວງສາລະວັນ ຈັດຊຸດຝຶກອົບຮົມ ວຽກງານໄອທີ

    ໃນວັນທີ 15-17 ມັງ​ກອນ 202​4 ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບ ກັບຄະນະໂຄສະນາອົບຮົມແຂວງສາ​ລະ​ວັນ ຈັດຊຸດຝຶກອົບຮົມ ວຽກງານໄອທີ ກ່ຽວກັບລະບົບຄອມພິວເຕີ, ການບໍາລຸງຮັກສາຄອມພິວເຕີ ແລະ ລະບົບເຄື່ອຂ່າຍເອເລັກໂຕຣນິກ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງ ແລະ ເມືອງ ພາຍໃຕ້ການເປັນປະທານຮ່ວມ ແລະ ກ່າວເປີດຊຸດຝຶກອົບຮົມຂອງ ທ່ານ ນ​. ວິ​ລະ​ວອນ​ ພັນ​ທະ​ວົງ ຄະ​ນະ​ປະ​ຈຳ​ພັກ ຮອງຫົວໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ, ທ່ານ ວັນ​ຕຸ​ລາ ຣັກ​ນຸດ ຄະ​ນະ​ພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ແລະ ທ່ານ ຈັນ​ສະ​ໝອນ ພົມ​ມະ​ແສງ ຄະ​ນະ​ປະ​ຈຳ​ພັກ ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮ​ົມ​ແຂວງ​ສາ​ລະ​ວັນ; ມີນັກສໍາມະນາກອນເຂົ້າຮ່ວມທັງໝົດ  ທ່ານ22, ຍິງ 6 ທ່ານ.

    ໃນພິທີ ທ່ານ ນ​. ວິ​ລະ​ວອນ​ ພັນ​ທະ​ວົງ ໄດ້ກ່າວຈຸດປະສົງໃນການຈັດ​ຕັ້ງຝຶກອົບຮົມ​ໃນຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດໃຫ້ແກ່ພະນັກງານທີ່ເຮັດວຽກງານໂຄສະນາອົບຮົມ ໂດຍສະເພາະແມ່ນການນໍາໃຊ້ເຄື່ອງມືເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນວຽກງານໂຄສະນາ ເພື່ອສ້າງບາດກ້າວຫັນປ່ຽນໃໝ່ຂອງວຽກງານການເມືອງ-ແນວຄິດ ຕາມທິດຍົກສູງຄຸນນະພາບ ແລະ ຫັນເປັນທັນສະໄໝເທື່ອລະກ້າວ ທັງເປັນການເປັນການຍົກລະດັບຄວາມຮູ້ ຄວາມສາມາດທາງດ້ານວຽກງານໄອທີ ໃຫ້ແກ່ພະນັກງານໂຄສະນາອົບຮົມແຂວງ, ເມືອງ ໃຫ້ເຂົ້າໃຈເລິກເຊິ່ງເຖິງບົດບາດຂອງເຕັກໂນໂລຊີຂໍ້ມູນຂ່າວສານ, ໄພຄຸກຄາມອາດສະຍາກຳຕ່າງໆດ້ານໄອທີ ແລະ ການນໍາໃຊ້ລະບົບຄອມພິວເຕີ ແລະ ເຄື່ອງມືເອເລັກໂຕຣນິກເຂົ້າໃນການເຮັດວຽກງານວິຊາສະເພາະ ໃຫ້ມີຄວາມສະດວກ,ວ່ອງໄວ ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ທັງສ້າງການຫັນປ່ຽນໃໝ່ໃນວຽກງານການເມືອງ-ແນວຄິດໃນຍຸກ 4.0; ຊຸດຝຶກອົບຮົມ ໄດ້ດໍາເນີນເປັນໄລຍະເວລາ 3 ວັນ.

​    ຈາກນັ້ນທ່ານ ຈັນ​ສະ​ໝອນ ພົມ​ມະ​ແສງ ຄະ​ນະ​ປະ​ຈຳ​ພັກ ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮ​ົມ​ແຂວງ​ສາ​ລະ​ວັນ; ໄດ້ກ່າວເປີດ​ຊຸດ​ຝຶ​ກອ​ົບ​ຮົມ​ວຽກ​ງານ​ໄອ​ທີ​ຄັ້ງ​ນີ້​ຢ່າງ​ເປັນ​ທາງ​ການ, ເຊິ່ງທ່ານໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈມາຍັງ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ທີ່ໄດ້ລົງມາເຄື່ອນໄຫວວຽກງານ ແລະ ຈັດຊຸດຝຶກອົບຮົມໃຫ້ພະນັກງານຄະນະໂຄສະນາອົບຮົມແຂວງ ແລະ ບັນດາພະແນກການອ້ອມຂ້າງແຂວງ ໃນນັ້ນຫົວໜ້າ ຄະນະໂຄສະນາອົບຮົມແຂວງ ໄດ້ລາຍງານບາງຈຸດພິເສດຂອງແຂວງ ແລະ ຜົນງານ, ການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມແຂວງ ໃນໄລຍະຜ່ານມາ; ພ້ອມນັ້ນ ທ່ານ ຍັງໄດ້ເນັ້ນໜັກຕື່ມຕໍ່ນັກສໍາມະກອນທັງໝົດ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ, ແລກປ່ຽນບົດຮຽນ, ເກັບກ່ຽວເອົາຄວາມຮູ້ເພື່ອໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ແລະ ພັດທະນາວຽກງານການໂຄສະນາ ໃຫ້ສົມຄູ່ກັບ ໜ້າທີ່ການເມືອງໃນແຕ່ລະໄລຍະໃໝ່ໃຫ້ມີປະສິດທິຜົນສູງກວ່າເກົ່າ.

ພາບຂ່າວ: ທ່ານ ນ.ຄຳສີ ວອນທານີ