ກອງປະຊຸມພິຈາລະນາ-ຮັບຮອງເນື້ອໃນຜົນການຄົ້ນຄວ້າໂຄງການຄົ້ນຄວ້າ ລະດັບຊາດ ພາຍໃນຫົວຂໍ້:“ການສ້າງເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ ຢູ່ ສປປ ລາວ”

ກອງປະຊຸມພິຈາລະນາ-ຮັບຮອງເນື້ອໃນຜົນການຄົ້ນຄວ້າໂຄງການຄົ້ນຄວ້າ ລະດັບຊາດ ພາຍໃນຫົວຂໍ້:“ການສ້າງເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ ຢູ່ ສປປ ລາວ”

    ໃນວັນທີ 27 ພຶດສະພາ 2024 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 2 ສຳນັກງານສະພາທິດສະດີສູນກາງພັກ (ຫຼັກ 06)ສະພາທິດສະດີສູນກາງພັກ ໄດ້ເປີດກອງປະຊຸມວິທະຍາສາດ ເພື່ອພິຈາລະນາ-ຮັບຮອງເອົາເນື້ອໃນຜົນການຄົ້ນຄວ້າໂຄງການລະດັບຊາດໃນຫົວຂໍ້ “ການ​ສ້າງ​ເສດ​ຖະ​ກິດຕະ​ຫຼາດ ຕາມ​ທິດ​ສັງ​ຄົມ​ນິ​ຍົມ ຢູ່ ສ​ປ​ປ ລາວ” ໂດຍການເປັນປະທານ ຂອງທ່ານ ປອ. ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ເຂົ້າຮ່ວມມີຮອງປະທານສະພາທິດສະດີສູນກາງ; ຄະນະປະຈຳສະພາທິດສະດີສູນກາງພັກ; ຄະນະເລຂາວິທະຍາສາດສະພາທິດສະດີສູນກາງພັກ; ຫ້ອງການສະພາທິດສະດີສູນກາງພັກ.

    ໂຄງການຄົ້ນຄວ້າລະດັບຊາດໃນຫົວຂໍ້ “ການ​ສ້າງ​ເສດ​ຖະ​ກິດຕະ​ຫຼາດ ຕາມ​ທິດ​ສັງ​ຄົມ​ນິ​ຍົມ ຢູ່ ສ​ປ​ປ ລາວ” ເປັນ​ໜຶ່ງ​ໃນ​ບັນ​ດາ​ໂຄງ​ການ​ຄົ້ນ​ຄວ້າ​ທາງ​ດ້ານ​ທິດ​ສະ​ດີ-ພຶດ​ຕິ​ກຳ ທີ່​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ​ໄດ້​ອະ​ນຸ​ມັດ. ໂຄງ​ການ​ດັ່ງ​ກ່າວ​ໄດ້​ສຳ​ເລັດ​ການ​ດຳ​ເນີນ​ການ​ຄົ້ນ​ຄວ້າ ແລະ​ໄດ້​ຜ່ານກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ເປີດກວ້າງ​ລະ​ດົມ​ຄຳ​ຄິດ​ເຫັນ ທັງ​ພາຍ​ໃນ​ຄະ​ນະ​ຮັບ​ຜິດ​ຊອບ​ໂຄງ​ການ ແລະ ຮ່ວມ​ກັບ​ຄະ​ນະ​ກຳ​ມະ​ການ​ດ້ານ​ເສດ​ຖະ​ກິດ, ​ຄະ​ນະ​ປະ​ຈຳສະ​ພາ​ທິດ​ສະ​ດີ​ສູນ​ກາງ​ພັກ ທີ່ໄດ້ປະ​ກອບ​ຄຳ​ເຫັນໃສ່​ໃນ​ໄລ​ຍະ​ຜ່ານ​ມາ.

    ຜ່ານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນດາໂຄງ​ການ​ຄົ້ນ​ຄວ້າ​ໃນ​ໄລ​ຍະ​ຜ່ານ​ມາ ​​ຮອດ​ປັດ​ຈຸ​ບັນ​ນີ້ສາ​ມາດ​ຮັບ​ຮອງ​ເອົາ​ເນື້ອ​ໃນ​ຜົນ​ການ​ຄົ້ນ​ຄວ້າໂຄງ​ການ​ລະ​ດັບ​ຊາດ​ໄດ້ 3 ໂຄງ​ການ ໃນ​ນັ້ນ ໄດ້​ສະ​ເໜີ​ຈັດ​ພິມ​ເປັນ​ສະ​ບັບ​ສົມ​ບູນ 1 ໂຄງ​ການ. ບັນ​ດາ​ຜະ​ລິດ​ຕະ​ພັນ​ດັ່ງ​ກ່າວ​ຖື​ໄດ້​ວ່າ​ເປັນ​ຜົນ​ງານ​ການ​ຄົ້ນ​ຄວ້າ ຂອງ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ພັກ ກໍ​ຄື​ບັນ​ດາ​ສະ​ຫາຍ​ໃນ​ຄະ​ນະ​ຮັບ​ຜິດ​ຊອບ​ໂຄງ​ການ​ຄົ້ນ​ຄວ້າ​ໃນ​ຫົວ​ຂໍ້​ຕ່າງໆ ທີ່​ໄດ້​ສຸມ​ທຸກ​ກຳ​ລັງ​ສະ​ຕິ​ປັນ​ຍາເຂົ້າ​ໃນ​ການ​ດຳ​ເນີນ​ການ​ຄົ້ນ​ຄວ້າຈົນສາ​ມາດ​ນຳ​ສະ​ເໜີ​ໃຫ້​ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ພັກ​ພິ​ຈາ​ລະ​ນາ​ຮັບ​ຮອງເອົາ.

    ສຳ​ລັບ​ໂຄງ​ການ​ຄົ້ນ​ຄວ້າ ຫົ​ວ​ຂໍ້ “ການ​ສ້າງ​ເສດ​ຖະ​ກິດຕະ​ຫຼາດ ຕາມ​ທິດ​ສັງ​ຄົມ​ນິ​ຍົມ ຢູ່ ສ​ປ​ປ ລາວ” ເຫັນ​ໄດ້​ວ່າ ຄະ​ນະ​ຮັບ​ຜິດ​ຊອບ​ໂຄງ​ການ​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ຈົດ​ຈໍ່ ເພາະເປັນຫົວຂໍ້ທີ່ສຳຄັນທັງ​ສ່ອງ​ແສງ​​ເຖິງ​ທິດ​ສະ​ດີ-ພຶດ​ຕິ​ກຳ ແລະ​ ບົດ​ຮຽນຕົວຈິງ​ໃນ​ການ​ສ້າງ​ເສດ​ຖະ​ກິດ​ຕະ​ຫຼາດ ຂອງ​ບັນ​ດາ​ປະ​ເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ ເພື່ອໝູນ​ໃຊ້​ເຂົ້າ​ໃນ​ການ​ສ້າງ​ເສດ​ຖະ​ກິດ​ຕະ​ຫຼາດ​ຢູ່​ປະ​ເທດ​ເຮົາ ແລະ​ ຕອບ​ສະ​ໜອງ​ໃຫ້​ແກ່​ການ​ສືບ​ຕໍ່​ຄົ້ນ​ຄວ້າສະ​ໜອງ​ຂໍ້​ມູນ​ຢ່າງ​ມີ​ວິ​ທະ​ຍາ​ສາດ​ໃນ​ການ​ປັບ​ປຸງ​ບູ​ລະ​ນະ​ແນວ​ທາງສ້າງເສດຖະກິດຂອງ​ພັກ​ເຮົາໃນ​ຂັ້ນ​ຕໍ່​ໄປ.

    ກອງ​ປະ​ຊຸມ​ໄດ້​ຮັບ​ຟັງ​ການ​ສະ​ເໜີ​ລາຍ​ງານ​ຫຍໍ້​ບົດ​ສັງ​ລວມ​ເນື້ອ​ໃນ​ໂຄງ​ການ​ຄົ້ນ​ຄວ້າ​ຈາກ​ຄະ​ນະ​ຮັບ​ຜິດ​ຊອບ​ໂຄງ​ການ ເຊິ່ງ​ເປັນ​ການ​ສ່ອງ​ແສງ​ໃຫ້​ເຫັນ​ໄດ້​ເຖິງ​ເນື້ອ​ໃນ​ທາງ​ດ້ານ​ທິດ​ສະ​ດີ-ພຶດ​ຕິ​ກຳ ແລະ​ບັນ​ດາ​ບົດ​ຮຽນ​ຕ່າງໆ​ໃນ​ການ​ສ້າງ​ເສດ​ຖະ​ກິດ​ຕະ​ຫຼາດ ຕາມ​ທິດ​ສັງ​ຄົມ​ນິ​ຍົມ; ບັນ​ດາ​ສະ​ຫາຍ​ຄະ​ນະ​ກຳ​ມະ​ການ​ໄດ້ພ້ອມກັນ​ມີ​ຄຳ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາຢ່າງມີວິ​ທະ​ຍາ​ສາດ ຕໍ່​ກັບ​ບັນ​ດາ​ເນື້ອ​ໃນ​ຕ່າງໆ ຂອງ​ບົດ​ຄົ້ນ​ຄວ້າ ເຊິ່ງ​ບັນ​ດາ​ຄຳ​ເຫັນ​ສ່ວນ​ໃຫຍ່​ໄດ້​ມີ​ຄວາມ​ເປັນ​ເອ​ກະ​ພາບ ແລະ​ ສະ​ເໜີ​ໃຫ້​ຄະ​ນະ​ຮັບ​ຜິດ​ຊອບ​ຄົ້ນ​ຄວ້າ​ນຳ​ໄປ​ປັບ​ປຸງ​ບາງເນື້ອໃນໃຫ້ຈະ​ແຈ້ງຕື່ມ. ພ້ອມ​ດຽວ​ກັນ​ນັ້ນ, ກອງ​ປະ​ຊຸມ​ໄດ້​ຕົກ​ລົງ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ເອົາ​ຜົນ ຂອງ​ການ​ຄົ້ນ​ຄວ້າ.

    ຜ່ານການຮັບຮອງເອົາຜົນຂອງການຄົ້ນຄວ້າລະດັບຊາດໃນຫົວຂໍ້ດັ່ງກ່າວ ປະທານກອງປະຊຸມ ໄດ້ມີຄຳເຫັນເພີ່ມເຕີມບາງປະການ ດັ່ງນີ້:

1). ຄະນະຮັບຜິດຊອບໂຄງການດັ່ງກ່າວ ຈົ່ງໄດ້ເຊີດຊູຄວາມຮັບຜິດຊອບ ແລະສຸມໃສ່ໃນການນຳເອົາເນື້ອໃນຄຳເຫັນ ຂອງຄະນະກຳມະການວິທະຍາສາດທີ່ໄດ້ມີຄຳເຫັນໃນການຕີລາຄາເນື້ອໃນບົດຄົ້ນຄວ້າໄປປັບປຸງ ແລະລາຍງານມາຍັງສະພາທິດສະດີສູນກາງພັກຢ່າງເປັນລາຍລັກອັກສອນ ເພື່ອສະເໜີຕໍ່ຄະນະປະຈຳສະພາທິດສະດີສູນກາງພັກມີຄຳເຫັນ ແລະຈັດພິມເປັນສະບັບສົມບູນ.

2). ຄະນະຮັບຜິດຊອບໂຄງການປະສານກັບຫ້ອງການສະພາທິດສະດີສູນກາງພັກສຸມໃສ່ໃນການກວດກາດ້ານເຕັກນິກ-ໄວຍະກອນ, ການສ້າງມາແກັດເປັນປື້ມແລ້ວສົ່ງໃຫ້ຫ້ອງການສະພາທິດສະດີສູນກາງພັກກວດກາຄືນ.

3). ຫ້ອງການສະພາທິດສະດີສູນກາງພັກເປັນໃຈກາງໃນການຕິດຕາມ ແລະຊຸກຍູ້ການຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆ ເພື່ອເຮັດໃຫ້ການດຳເນີນໂຄງການໄດ້ສຳເລັດຕາມລະດັບຄາດໝາຍ ພ້ອມນັ້ນ ກໍຮ່າງຂໍ້ຕົກລົງວ່າດ້ວຍການຮັບຮອງເນື້ອໃນຜົນການຄົ້ນຄວ້າໂຄງການ ເພື່ອສະເໜີຕໍ່ສະພາທິດສະດີສູນກາງພັກລົງລາຍເຊັນຢ່າງເປັນທາງການ.

    ກອງປະຊຸມໄດ້ດຳເນີນເປັນເວລາເຄິ່ງວັນ ແລະ ປິດລົງໃນເວລາ 11:30 ຂອງວັນດຽວກັນດ້ວຍຜົນສຳເລັດຢ່າງຈົບງາມ.