Day: May 20, 2024

ມັກກິນສຸກໆດິບໆລະວັງພະຍາດມະເຮັງທໍ່ນໍ້າບີ

ມັກກິນສຸກໆດິບໆລະວັງພະຍາດມະເຮັງທໍ່ນໍ້າບີ ມະເຮັງທໍ່ນ້ຳບີ ເປັນພະຍາດທີ່ພົບໄດ້ຫຼາຍທີ່ສຸດໃນປະເທດລາວ ແລະ ເປັນສາເຫດຂອງການເສຍຊີວິດອັນດັບຕົ້ນໆຂອງປະເທດເຮົາ. ສາເຫດຕົ້ນຕໍຂອງພະຍາດມະເຮັງທໍ່ນ້ຳບີມີດັ່ງນີ້: ການຕິດເຊື້ອພະຍາດໃບໄມ້ໃນຕັບ ເຊິ່ງເກີດຈາກການກິນອາຫານສຸກໆດິບໆ ໂດຍສະເພາະປານ້ຳຈືດທີ່ມີເກັດ ເຊັ່ນ ກ້ອຍປາດິບ, ປາແດກດິບ ແລະ ເມນູປາດິບອື່ນໆ. ພາວະທໍ່ນ້ຳບີອັກເສບຊຳເຮື້ອ, ພາວະໜິ້ວຂອງທໍ່ນ້ຳບີພາຍໃນຕັບ ແລະ ຄວາມຜິດປົກກະຕິຂອງທໍ່ສົ່ງທາງເດີນນ້ຳບີມາແຕ່ກຳເນີດ ເຊັ່ນ ພະຍາດທໍ່ນ້ຳບີໂປ່ງໂພງ ເກີດຈາກພາວະອື່ນໆ ເຊັ່ນ ການຕິດເຊື້ອໄວຣັສຕັບອັກເສບບີ ຫຼື ຊິ, ພາວະຕັບແຂງ, ເບົາຫວານ, ພາວະຕຸ້ຍ, ການສູບຢາ ແລະ ການດື່ມເຫຼົ້າ-ເບຍ ເປັນຕົ້ນ. ອາການມະເຮັງທໍ່ນ້ຳບີມັກບໍ່ສະແດງອາການໃນໄລຍະຕົ້ນ ເມື່ອພະຍາດແຜ່ລາມຫຼາຍຂຶ້ນ ອາດມີອາການປະກົດໃຫ້ເຫັນດັ່ງຕໍ່ໄປນີ້: ໂຕເຫຼືອງ, ຕາເຫຼືອງ, ຍ່ຽວເປັນສີເຫຼືອງເຂັ້ມ, ອາຈົມສີຈາງລົງ, ຄັນຕາມຮ່າງກາຍ ມີອາການອິດເມື່ອຍອ່ອນເພຍ ຫຼື ມີໄຂ້ ເບື່ອອາຫານ, ນ້ຳໜັກຫຼຸດ ວິການປິ່ນປົວ ໄລຍະເລີ່ມຕົ້ນ ສ່ວນຫຼາຍປິ່ນປົວດ້ວຍການຜ່າຕັດ ໄລຍະແຜ່ລາມ ປິ່ນປົວດ້ວຍເຄມີບຳບັດ ກໍລະນີທີ່ຄົນເຈັບມີພາວະໂຕເຫຼືອງ ຕາເຫຼືອງ ອາດພິຈາລະນາໃສ່ທໍ່ລະບາຍທາງເດີນທໍ່ນ້ຳບີ ຂໍ້ມູນຈາກ : […]