Month: April 2025
ຝຶກອົບຮົມໃຫ້ແກ່ພະນັກງານທີ່ວຽກງານອົບຮົມຢູ່ແຂວງຫຼວງພະບາງ
ໃນວັນທີ 2-3 ເມສາ 2025 ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງຫຼວງພະບາງ ໄດ້ສົມທົບກັນຈັດຕັ້ງຝຶກອົບຮົມວຽກງານງານອົບຮົມ ໃຫ້ກຽດເປັນປະທານຮ່ວມກ່າວເປີດພິທີຊຸດຝຶກອົບຮົມຂອງ ສະຫາຍ ສົມຈິດ ສິງລໍຄໍາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ; ສະຫາຍ ຄໍາກອງ ທຳມະເທວາ ຄະນະພັກ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ. ຊຸດຝຶກອົບຮົມວຽກງານອົບຮົມໃຫ້ພະນັກງານທີ່ເຮັດວຽກງານອົບຮົມຢູ່ແຂວງຫຼວງພະບາງຊຸດທີ I ປະຈຳປີ 2025. ຊຸດຝຶກອົບຮົມຊຸດນີ້ມີນັກສຳມະນາກອນມາຈາກ ຂົງເຂດພັກພະນັກງານ, ອົງການຈັດຕັ້ງມະຫາຊົນມີ 16 ທ່ານ, ຂົງເຂດວັດທະນາທຳ-ສັງຄົມ 4 ທ່ານ ຂົງເຂດເສດຖະກິດ ມີ 6 ທ່ານ ຄະນະໂຄສະນາອົບຮົມເມືອງ 10 ທ່ານ ແລະ ນະຄອນຫຼວງພະບາງ 1 ທ່ານ ລວມທັງໝົດ 40 ທ່ານ,ຍິງ 17 ທ່ານ ນັກວິທະຍາກອນບັນຍາຍເອກະສານ ມາຈາກ ຄະນະໂຄສະນາອົບຮົມສູນກາງພັກ 1 ທ່ານ ຄະນະໂຄສະນາອົບຮົມແຂວງ 1 ທ່ານ. […]
ຫົວໜ້າ ຄອສພ ໃຫ້ສຳພາດສື່ໂທລະພາບລາວ ແລະ ຫວຽດນາມ.
ຫົວໜ້າ ຄອສພ ໃຫ້ສຳພາດສື່ໂທລະພາບລາວ ແລະ ຫວຽດນາມ. ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ໃຫ້ສຳພາດສື່ຂອງລາວ ແລະ
ກິດຈະກໍາງານສະເຫຼີມສະຫຼອງບູນປີໃໝ່ລາວ ປະຈໍາປີ ພສ 2568
ເຊີນຊວນພໍ່ແມ່ພີ່ນ້ອງ ປະຊາຊົນລາວບັນດາເຜົ່າ, ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມກິດຈະກໍາງານສະເຫຼີມສະຫຼອງບູນປີໃໝ່ລາວ ປະຈໍາປີ ພສ 2568 ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ເຊິ່ງຈະຈັດຂຶ້ນໃນວັນພຸດ ທີ 9 ເມສາ 2025 ໃນວາລະກິດຈະກໍາງານດັ່ງກ່າວ ຈະມີພິທີໃສ່ບາດຕາມປະເພນີ ໂດຍມີພຣະສົງ ຈໍານວນ 29 ອົງ ຢູ່ທີ່ຂົວສ່ວນສາທາລະນະແກ້ວມະນີຕະຫຼາດນໍ້າ ເລີ່ມເວລາ 6:30 ນາທີ, ຫຼັງຈາກນັ້ນ ຈະຈັດພິທີບາສີສູ່ຂວັນ ແລະ ຊົມສິລະປະການສະແດງ, ຟ້ອນລໍາວົງລາວ ພ້ອມທັງ ຫົດນໍ້າ ອວຍພອນເຊິ່ງກັນ ແລະ ກັນ ຢ່າງເບິກບານມ່ວນຊື່ນ. ນອກຈາກນັ້ນ, ຈະມີການສະແດງດົນຕີ, ສະແດງສິລະປະ ແລະ ຫົດນໍ້າ ຕະຫຼອດເທດສະການປີໃໝ່ລາວ ໃນລະຫວ່າງວັນທີ 9-16 ເມສາ 2025 ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ
ກົມອົບຮົມໄດ້ສໍາເລັດການຝຶກອົບຮົມວຽກງານ ການເມືອງ-ແນວຄິດ ໃຫ້ຜູ້ຊົງຄຸນວຸດທິບັນດາເຜົ່າ ຢູ່ແຂວງ ອຸດົມໄຊ
ກົມອົບຮົມໄດ້ສໍາເລັດການຝຶກອົບຮົມວຽກງານການເມືອງ-ແນວຄິດ ໃຫ້ຜູ້ຊົງຄຸນວຸດທິບັນດາເຜົ່າ ຢູ່ແຂວງ ອຸດົມໄຊ ໃນວັນທີ 4 ເມສາ 2025 ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມ