ພິທີເປີດຊຸດອົບຮົມການເມືອງ-ແນວຄິດໃຫ້ແກ່ ເຈົ້າກົກ, ເຈົ້າເຫຼົ່າ ແລະ ຫົວໜ້າຊິງຊາວ ຢູ່ເມືອງເງິນ ແຂວງໄຊຍະບູລີ ໃນວັນທີ 23 ທັນວາ 2020 ໄດ້ຈັດຊຸດອົບຮົມໄດ້ຈັດຂຶ້ນທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງເງິນ ແຂວງໄຊຍະບູລີ ໃນວັນທີ ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ສີທະນົນໄຊ ທອງເທພາ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ ເມືອງເງິນ, ສະຫາຍ ຄຳກອງ ທຳມະເທວາ ຮອງຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ນາງ ວັນນາ ພົມວິສອນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງໄຊຍະບູລີ ມີຜູ້ເຂົ້າຮ່ວມທັງໝົດ 52 ສະຫາຍ, ຍິງ 1 ສະຫາຍ ຊຶ່ງເປັນເຈົ້າກົກ, ເຈົ້າເຫຼົ່າ ແລະ ຫົວໜ້າຊິງຊາວ ທີ່ມາຈາກ 22 ກຸ່ມບ້ານ ແລະ ເປັນຕົວແທນໃຫ້ແກ່ 3 ຊົນເຜົ່າ (ຊົນເຜົ່າກຶມມຸ, ຊົນເຜົ່າລື້ ແລະ ຊົນເຜົ່າມົ້ງ). […]