ພິທີເປີດຊຸດອົບຮົມການເມືອງ-ແນວຄິດໃຫ້ແກ່ ເຈົ້າກົກ, ເຈົ້າເຫຼົ່າ ແລະ ຫົວໜ້າຊິງຊາວ ຢູ່ເມືອງເງິນ ແຂວງໄຊຍະບູລີ

ພິທີເປີດຊຸດອົບຮົມການເມືອງ-ແນວຄິດໃຫ້ແກ່ ເຈົ້າກົກ, ເຈົ້າເຫຼົ່າ ແລະ ຫົວໜ້າຊິງຊາວ ຢູ່ເມືອງເງິນ ແຂວງໄຊຍະບູລີ

       ໃນວັນທີ 23 ທັນວາ 2020 ໄດ້ຈັດຊຸດອົບຮົມໄດ້ຈັດຂຶ້ນທີ່ຫ້ອງ​ປະ​ຊຸມ​ຫ້ອງວ່າ​ການ​ປົກ​ຄອງ​ເມືອງ​ເງິນ ແຂວງ​ໄຊ​ຍະ​ບູ​ລີ ໃນວັນທີ ພາຍໃຕ້ການເປັນປະທານຮ່ວມ​ຂອງ ສະ​ຫາຍ ສີ​ທະ​ນົນໄຊ  ທອງ​ເທ​ພາ ຄະ​ນະ​ປະ​ຈຳ​ພັກ​ເມືອງ ຮອງ​ເຈົ້າ​ເມືອງ ເມືອງ​ເງິນ, ສະ​ຫາຍ​ ຄຳ​ກອງ ທຳ​ມະ​ເທວາ ຮອງ​ຫົວ​ໜ້າ​ກົ​ມ​ອົບ​ຮົມ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ, ສ​ະ​ຫາຍ ນາງ ວັນ​ນາ ພົມ​ວິສອ​ນ ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ​ໄຊ​ຍະ​ບູ​ລີ ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 52 ສະ​ຫາຍ, ຍິງ 1 ສະ​ຫາຍ ຊຶ່ງ​​ເປັນ​ເຈົ້າ​ກົກ, ເຈົ້າ​ເຫຼົ່າ ແລະ ຫົວ​ໜ້າ​ຊິງ​ຊາວ ທີ່ມາ​ຈາກ 22 ກຸ່ມ​ບ້ານ ແລະ ເປັນ​ຕົວ​ແທນໃຫ້​ແກ່ 3 ຊົນ​ເຜົ່າ​ (ຊົນ​ເຜົ່າ​ກຶມ​ມຸ, ຊົນ​ເຜົ່າ​ລື້ ແລະ ຊົນ​ເຜົ່າ​ມົ້ງ). ເນື້ອ​ໃນ​​ເອກະສານອົບຮົມຄັ້ງນີ້ປະກອບມີ 3 ບົດ ຄື: ບົດ​ທີ 1 ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ ຢູ່​ປະ​ເທດ​ເຮົາ​ໃນ​ໄລ​ຍະ​ໃໝ, ບົດ​ທີ 2 ບົດ​ບາດ ແລະ ໜ້າ​ທີ່​ຂອງ​ເຈົ້າ​ກົກ, ເຈົ້າ​ເຫຼົ່າ, ຫົວ​ໜ້າ​ຊິງ​ຊາວ ແລະ ບົດ​ທີ 3 ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ ແລະ ຄວາມ​ສະ​ເ​ໝີ​ພາບ​ຂອງ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ.

       ການຈັດ​ອົບຮົມ ໃນ​ຄັ້ງ​ນີ້ ​ເປັນ​ການຍົກ​ສູງ​ຄວາມຮັບຮູ້-ເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ, ການເສີມຂະ ຫຍາຍມູນເຊື້ອອັນດີງາມຂອງປະຊາຊົນບັນດາເຜົ່າໃນໄລຍະໃໝ່, ບົດບາດໜ້າທີ່ຂອງເຈົ້າກົກເຈົ້າເຫຼົ່າ, ຫົວໜ້າຊິງຊາວເອົາ​ໄປໂຄ​ສະ​ນາ​ສຶກ​ສາອົບ​ຮົມ​ແກ່​ປະ​ຊາ​ຊົນ​ບັນ​ດ​າ​ເຜົ່າ​ໃນ​ທ້ອງ​ຖິ່ນ​ຂອງ​ຕົນ​ທີ່ຮັບ​ຜິດ​ຊອບ​ໄດ້ຮັບ​ຮູ້​-ເຂົ້າ​ໃຈ ແລະ ຕື່ນ​ຕົວ​ເປັນເຈົ້າການເຂົ້າຮ່ວມໃນການຈັດ​ຕັ້ງ​ປະ​ຕິ​ບັດວຽກງານຕ່າງໆໃຫ້ເປັນ​ຂະ​ບວນ​ການ​ຟົດ​ຟື້ນ​ເພື່ອຕ້ອນຮັບກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XI ຂອງພັກທີ່​ຈະ​ເປີດຂື້ນໃນຕໍ່ໜ້າທັງ​ເປັນ​ການ​ຊົມ​ເຊີຍ​ຜົນ​ສຳ​ເລັດ​ກອງ​ປະ​ຊຸມ​ໃຫຍ່ອົງຄະນະພັກ​ແຂວງ, ເມືອງ​ ອີກ​ດ້ວຍ.

ຂ່າວ: ສີ​ວອນ ຈັນ​ສຸ​ລີ