ອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ການສ້າງບ້ານພັດທະ ນາໃຫ້ແກ່ປະຊາຊົນຢູ່ ກຸ່ມບ້ານສີບຸນເຮືອງ ເມືອງຜາອຸດົມ ແຂວງ ບໍ່ແກ້ວ.

ອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ການສ້າງບ້ານພັດທະ ນາໃຫ້ແກ່ປະຊາຊົນຢູ່ ກຸ່ມບ້ານສີບຸນເຮືອງ ເມືອງຜາອຸດົມ ແຂວງ ບໍ່ແກ້ວ.

        ປະຕິບັດຕາມຂໍ້ຕົກລົງຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ201/ຄອສພ,ລົງວັນທີ23/ 12/2020ວ່າດ້ວຍການແຕ່ງຕັ້ງພະນັກງານລົງສົມທົບກັບຄະນະໂຄສະນາອົບຮົມແຂວງ,ເມືອງ ເພື່ອຈັດຕັ້ງອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ,ການສ້າງບ້ານພັດທະນາ ຢູ່ ກຸ່ມບ້ານສີບຸນເຮືອງ ເມືອງຜາອຸດົມ ແຂວງ ບໍແກ້ວ ຊື່ງປະກອບມີ  ສະຫາຍ ຄໍາເຄນ ຈັນທະວົງ ຫົວໜ້າກົມອົບຮົມພ້ອມດ້ວຍຄະນະ, ຄະນະໂຄສະນາອົບຮົມແຂວງ, ຄະນະໂຄສະນາອົບຮົມເມືອງ ແລະ ການນຳເມືອງຜາອຸດົມ.

ການ​ອົບຮົມ​ຄັ້ງນີ້​ໄດ້​ຈັດ​ຂຶ້ນທີ່ຫ້ອງການກຸ່ມສີບຸນເຮືອງ ເມືອງຜາອຸດົມ ແຂວງ ບໍ່ແກ້ວ ຊຶ່ງພາຍໃຕ້ການເປັນປະທານຂອງ ທ່ານ ພົງສະຫວັນ ປັນຍາສັກ ຮອງເລຂາພັກເມືອງ, ຊີ້ນໍາວຽກງານພັກ – ພະນັກງານ ມີຜູ້ເຂົ້າຮ່ວມອົບຮົມມາຈາກ 5 ບ້ານ ໃນກຸ່ມບ້ານສີບຸນເຮືອງ ທັງໝົດ 32 ຄົນ, ຍິງ 4 ຄົນ, ໃນນັ້ນມີເລຂາໝ່ວຍພັກ, ຄະນນະໜ່ວຍພັກ, ຫົວໜ້າອົງການຈັດຕັ້ງມະຫາຊົນບ້ານ, ຫົວໜ້າກອງຫຼອນບ້ານ, ຫົວໜ້າ ປກສ ບ້ານ, ສະມາຊິກພັກ ແລະ ພະນັກງານກໍ່ສ້າງຮາກຖານປະຈໍາບ້ານ.

ເນື້ອ​ໃນ​ອົບຮົມ​ແມ່ນ​ນຳ​ໃຊ້​ເອກະສານ 5 ບົດ ເອກະສານ​ຄວາມ​ຮູ້​ພື້ນຖານ​ດ້ານ​ການ​ເມືອງ-ການ​ປົກຄອງ, ການ​ສ້າງ​ບ້ານ​ພັດທະນາ​:

+ ບົດທີ 1: ຊາດລາວ,ຄົນລາວ ແລະ ມູນເຊື້ອອັນສະຫງ່າລາສີຂອງປະຊາຊົນລາວ, ບົດທີ 3 ຍົກສູງຄວາມສາມາດນໍາພາຂອງໜ່ວຍພັກບ້ານ, ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ( ບັນຍາຍໂດຍ ທ່ານ ຄໍາເຄນ ຈັນທະວົງ ຫົວໜ້າກົມອົບຮົມ) .

+ ບົດທີ 2: ລະບົບການເມືອງ ແລະ ການປົກຄອງ ໃນລະບອບປະຊາທິປະໄຕປະຊາຊົນ (ບັນຍາຍໂດຍ ທ່ານ ອຸດົມການ ແກ້ວພວງເພັດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ).

+ ບົດທີ 4: ການສ້າງບ້ານເປັນຫົວໜ່ວຍພັດທະນາ( ບັນຍາຍໂດຍ ທ່ານ ພູມີ ຄໍາໂພທອນ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ).

+ ບົດທີ 5: ການແກ້ໄຂຄວາມທຸກຍາກ ແລະ ຜະລິດເປັນສິນຄ້າ( ບັນຍາຍໂດຍ ທ່ານ ສົມສັກ ປັນຍາສິດ ຫົວໜ້າຂະແໜ່ງອົບຮົມ).

ຊຸດ​ອົບຮົມ​ຄັ້ງນີ້ແມ່ນໄດ້ຮັບການຮ່ວມມືຈາກ ຄະນະ​ໂຄສະນາ​ອົບຮົມ​​ແຂວງ ​ແລະ ຄະນະ​ໂຄສະນາ​ອົບຮົມ​ເມືອງ​ເປັນ​ຢ່າງ​ດີ, ມີ​ການ​ແຕ່ງ​ຕັ້ງຄະນະ​ຮັບ​ຜີ​ດຊອບ ​ແລະ ມີການແບ່ງງານ​ແບ່ງ​ຄວາມ​ຮັບຜິດຊ​ອບ​ໃຫ້​ແຕ່​ລະສະ​ຫາຍ​ຢ່າງ​ລະອຽດ​ເຮັດ​ໃຫ້​ຊຸດ​ອົບຮົມ​ດຳ​ເນີນ​ຕາມ​ແຜນ​ ແລະ ບັນລຸຕາມເປົ້າໝາຍທີ່​ວາງ​ໄວ້, ຜູ້​ບັນຍາຍ​ເອກະສານ​ສ່ວນຫຼາຍແມ່ນມີ​ປະສົບ​ການ​ສາມາດ​ຊີ້​ແຈງ​ອະທິບາຍ​ໃຫ້ຜູ້​ເຂົ້າຮ່ວມ​ມີ​ຄວາມ​ເຂົ້າ​ໃຈ​ເປັນ​ຢ່າງ​ດີ, ນັກ​ອົບຮົມ​ແຕ່​ລະສະ​ຫາຍ​ມີ​ຄວາມ​ຫ້າວຫັນຕື່ນ​ຕົວ​ເຂົ້າຮ່ວມຊື່​ງສະ​ແດງ​ອອກ​ໃນ​ການ​ປະ​ຕິບັດໂມງ​ເວລາ​ເຂັ້ມງວດ ແລະ ​ສົນທະນາ​ແລກປ່ຽນຄຳ​ເຫັນ​ກັບ​ຜູ້​ບັນຍາຍຢ່າງ​ຟົດຟື້ນ​.