ຄອນສະຫວັນ ເນົາວະລັງສີ

ເອກະສານໂຄສະນາ-ປາຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100ປີ

ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ (ດາວໂຫຼດ ຫຼື ກົດອ່ານ……) ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ (ດາວໂຫຼດ ຫຼື ກົດອ່ານ…….)

ພິທີໂອ້ລົມຂອງທ່ານຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ

ພິທີໂອ້ລົມຂອງທ່ານຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.                ໃນຕອນເຊົ້າວັນທີ 6 ພະຈິກ 2020 ທີ່ສະໂມສອນໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີຮັບຟັງການໂອ້ລົມ ແລະ ອຳລາຂອງທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ,

ກອງປະຊຸມໃຫຍ່ສະມາຊິກພັກ ຂອງອົງຄະນະພັກໂຄສະນາອົບຮົມສູນກາງພັກເພື່ອຄັດເລືອກເອົາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ

ກອງປະຊຸມໃຫຍ່ສະມາຊິກພັກ ຂອງອົງຄະນະພັກໂຄສະນາອົບຮົມສູນກາງພັກເພື່ອຄັດເລືອກເອົາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ     ໃນວັນທີ 29 ຕຸລາ 2020 ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດກອງປະຊຸມໃຫຍ່ສະມາຊິກພັກ ຂອງອົງຄະນະພັກໂຄສະນາອົບຮົມສູນກາງພັກເພື່ອຄັດເລືອກເອົາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XI

ຂະບວນແຂ່ງຂັນສິລະປະວັນນະຄະດີເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VIII

     ຂະບວນແຂ່ງຂັນສິລະປະວັນນະຄະດີເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VIII     ໃນວັນທີ 27 ຕຸລາ 2020, ຢູ່ທີ່ໂຮງຮຽນສິລະປະແຫ່ງຊາດ, ນະຄອນຫລວງວຽງຈັນ, ໜ່ວຍສິລະປະຊາວໜຸ່ມຄະນະໂຄສະນາອົບຮມສູນກາງພັກ ນຳໂດຍ ທ່ານ ນ. ສຸກສະຫວັນ ອິນຄະວິໄລ ເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ ໄດ້ນຳພາໜ່ວຍສິລະປະ ຄອສພ ພ້ອມກອງເຊຍເຂົ້າຮ່ວມຂະບວນການແຂ່ງຂັນ ສິລະປະວັນນະຄະດີເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VIII ໂດຍການຈັດຂື້ນຂອງກົມຂະບວນການສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ສູນຝາກຂາຍໂອດ໋ອບລາວ ແລະ ບໍລິສັດມິສທີນ ກ້າວໜ້າລາວ ຈຳກັດຜູ້ດຽວ ໄດ້ພ້ອມກັນຈັດງານແຂ່ງຂັນ ສິລະປະຂອງຊາວໜຸ່ມ ບັນດາກະຊວງ, ອົງການ ແລະ ນະຄອນຫລວງວຽງຈັນຂື້ນ ແລະ ຄັດເລືອກເອົາທີມສິລະປະທີ່ຊະນະເລີດ ເຂົ້າຮ່ວມ ສະແດງຮັບໃຊ້ໃນກອງປະຊຸມດັ່ງກ່າວ, ເຂົ້າຮ່ວມມີທ່ານ ບີ່ຢາ ຢ່າທໍ່ຕູ້ ຫົວໜ້າກົມພັດທະນາວິຊາຊີບ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ວຽງທອງ ສຸຂະວົງ ອຳນວຍການໂຮງຮຽນ ສິລະປະແຫ່ງຊາດ ພ້ອມດ້ວຍຄະນະກຳມະການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.     ຈຸດປະສົງເພື່ອເປັນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VIII, […]

ພິທີຝຶກອົບຮົມວຽກງານໄອທີໃຫ້ແກ່ຊາວໜຸ່ມ ຄອສພ

ພິທີຝຶກອົບຮົມວຽກງານໄອທີໃຫ້ແກ່ຊາວໜຸ່ມ ຄອສພ     ໃນວັນທີ 22 ກັນຍາ 2020 ທີ່ຫ້ອງອິນເຕີເນັດຊັ້ນ3 ຂອງກົມຂໍ້ມູນຂ່າວສານຄະນະໂຄສະນາອົບຮົມສູນກາງພັກໄດ້ເປີດຝຶກອົບຮົມວຽກງານໄອທີໃຫ້ແກ່ຊາວໜຸ່ມ ຄອສພໂດຍໃຫ້ກຽດເຂົ້າຮ່ວມໂດຍທ່ານ ນ. ສຸກສະຫວັນ ອິນຄະວິໄລ ເລຂາຄະນະບໍລິຫານງານຊາວໜຸ່ມຂອງຄະນະໂຄສະນາອົບຮົມສູນກາງພັກ ແລະ ສະມາຊິກຊາວໜຸ່ມຈຳນວນ 15 ສະຫາຍ, ຍິງ 12 ສະຫາຍ.     ໃນພິທີ ທ່ານ ນ. ສຸກສະຫວັນ ອິນຄະວິໄລ ເລຂາຄະນະບໍລິຫານງານຊາວໜຸ່ມຂອງຄະນະໂຄສະນາອົບຮົມສູນກາງພັກກ່າວເປີດພິທີ ແລະ ກ່າວຈຸດປະສົງ ໃນການເປີດຊຸດຝຶກອົບຮົມວຽກງານໄອທີໃຫ້ແກ່ຊາວໜຸ່ມ ຄອສພ ໃນຄັ້ງນີ້ ພ້ອມນັ້ນໄດ້ຮຽກຮ້ອງໃຫ້ນັກຝຶກອົບຮົມເອົາໃຈໃສ່ຍາດແຍ່ງເອົາຄວາມຮູ້ເພື່ອນຳໄປໝູນໃຊ້ເຂົ້າໃນການ ປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ. ເນື້ອໃນການຝຶກອົບຮົມໃນຄັ້ງມີຄື: ການກຳນົດສິດຕ່າງໆໃນການນຳໃຊ້ຄອມພິວເຕີ. ການບຳລຸງຮັກສາຄອມພິວເຕີ ແລະ ການຝຶກການວາງມືໃນການພິມ ຄວາມຮູ້ພື້ນຖານນຳໃຊ້ໂປຼແກຼມ Excel ການແກ້ໄຂ Usbທີ່ມີໄວຣັດ ວິທີດາວໂຫຼດ ແລະ ຕິດຕັ້ງແອນຕິ້ໄວຣັດ ການນຳໃຊ້gmail ແລະ google drive ການນຳໃຊ້ໂປຼແກຼມ Anydesk ຄວາມຮູ້ພື້ນຖານນຳໃຊ້ໂປຼແກຼມ Powerpoint     ການຝຶກອົບຮົມໄດ້ດຳເນີນມາຮອດວັນທີ 15 […]

1 64 65 66 67 68 81