ຄອນສະຫວັນ ເນົາວະລັງສີ

ຊຸດຝຶກອົບຮົມຄວາມຮູ້ກ່ຽວກັບການພັດທະນາ, ຄຸ້ມຄອງ ເວັບໄຊ ແລະ ການບຳລຸງຮັກສາເຄື່ອງຄອມພິວເຕີໃຫ້ຄະນະໂຄສະນາອົບຮົມແຂວງໄຊສົມບູນ

ຊຸດຝຶກອົບຮົມຄວາມຮູ້ກ່ຽວກັບການພັດທະນາ, ຄຸ້ມຄອງ ເວັບໄຊ ແລະ ການບຳລຸງຮັກສາເຄື່ອງຄອມພິວເຕີໃຫ້ຄະນະໂຄສະນາອົບຮົມແຂວງໄຊສົມບູນ ວັນທີ 02-05 ສິງຫາ ສິງຫາ 2020 ຜ່ານມາກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກໄດ້ສົມທົບກັບຄະນະໂຄສະນາອົບຮົມແຂວງໄຊສົມບູນ ເປີດຊຸດຝຶກອົບຮົມຄວາມຮູ້ກ່ຽວກັບການພັດທະນາ, ຄຸ້ມຄອງ, ບໍລິຫານຈັດການເວັບໄຊ ແລະ ການບຳລຸງຮັກສາເຄື່ອງຄອມພິວເຕີ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງໄຊສົມບູນ, ເຊິ່ງໄດ້ຈັດຂື້ນຢູ່ທີ່ຫ້ອງປະຊຸມສານປະຊາຊົນແຂວງໄຊສົມບູນ ພາຍໃຕ້ການເປັນປະທານຮ່ວມ ແລະ ກ່າວເປີດຊຸດຝຶກອົບຮົມໂດຍທ່ານ ຢາຊົງວ່າ ຍົງມາ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງໄຊສົມບູນ, ມີທ່ານ ນ. ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກພ້ອມດ້ວຍຄະນະຮັບຜິດຊອບຊຸດຝຶກອົບຮົມ, ມີນັກຝຶກອົບຮົມຈາກຄະນະໂຄສະນາອົບຮົມແຂວງ ແລະ ເມືອງ ເຂົ້າຮ່ວມທັງໝົດຈຳນວນ 11 ສະຫາຍ, ຍິງ 2ສະຫາຍ. ເນື້ອໃນເອກະສານທີ່ນຳມາຝຶກອົບຮົມໃນຄັ້ງນີ້ປະກອບມີ 2 ຫົວຂໍ້ຄື: ການພັດທະນາ, ຄຸ້ມຄອງ ແລະ ການນຳໃຊ້ເວັບໄຊ. ການບຳລຸງຮັກສາເຄື່ອງຄອມພິວເຕີ ແລະ ລະບົບເຄື່ອຂ່າຍເອເລັກໂຕຼນິກ. ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ແມ່ນເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດ, ຄວາມເຂົ້າໃຈທາງດ້ານວຽກງານໄອທີ IT ໃຫ້ແກ່ພະນັກງານທີ່ເຮັດວຽກງານໂຄສະນາອົບຮົມເພື່ອນຳໄປໝູນໃຊ້ເຂົ້າໃນວຽກງານການເມືອງ-ແນວຄິດ […]

ອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະການສ້າງບ້ານພັດທະນາ (ກຸ່ມບ້ານຫ້ວຍໄລ່ ເມືອງງາແຂວງອຸດົມໄຊ).

ອົບ​ຮົມ​ຄວາມ​ຮູ້​ພື້ນ​ຖານ​ດ້ານ​ການ​ເມືອງ–ການ​ປົກ​ຄອງ ແລະການ​ສ້າງ​ບ້ານ​ພັດ​ທະ​ນາ (ກຸ່ມ​ບ້ານ​ຫ້ວຍ​ໄລ່​ ເມືອງງາແຂວງ​ອຸ​ດົມ​ໄຊ).     ໃນລະຫວ່າງວັນທີ 8-9 ກໍລະກົດ 2020 ກົມ​ອົບ​ຮົມ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ  ໄດ້​ລົງສົມ​ທົ​ບ​ກັບ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ​ອຸ​ດົມ​ໄຊ ແລະ

1 66 67 68 69 70 78