ຄອນສະຫວັນ ເນົາວະລັງສີ

ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງສາລະວັນ ຈັດພິທີຝຶກອົບຮົມລະບົບຄອມພິວເຕີ, ການບຳລຸງຮັກສາຄອມພິວເຕີ ແລະ ເຄືອຄ່າຍເອເລັກໂຕຼນິກ

ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງສາລະວັນ ຈັດພິທີຝຶກອົບຮົມລະບົບຄອມພິວເຕີ, ການບຳລຸງຮັກສາຄອມພິວເຕີ ແລະ ເຄືອຄ່າຍເອເລັກໂຕຼນິກ     ໃນຕອນເຊົ້າວັນທີ 7 ກັນຍາ 2020 ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງສາລະວັນ ວ່າການຫົວໜ້າກົມຂໍ້ມູນຂ່າວສານພ້ອມດ້ວຍຄະນະ

ຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ ລົງຢ້ຽມຢາມ ໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ

ຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ ລົງຢ້ຽມຢາມ ໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ     ໃນວັນທີ 15 ກັນຍາ 2020 ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ,ຫົວໜ້າຄະນະໂຄນະນາອົບຮົມສູນກາງພັກ,

ຄະນະຊາວໜຸ່ມຄະນະໂຄສະນາອົບຮົມສູນກາງພັກໄດ້ເຂົ້າຮ່ວມພິທີໂຮມຊຸມນຸມປະກາດການສ້າງຕັ້ງສະຫະພັນຊາວໜຸ່ມລາວ

ຄະນະຊາວໜຸ່ມຄະນະໂຄສະນາອົບຮົມສູນກາງພັກໄດ້ເຂົ້າຮ່ວມພິທີໂຮມຊຸມນຸມປະກາດການສ້າງຕັ້ງສະຫະພັນຊາວໜຸ່ມລາວ     ໃນ​ວັນ​ທີວັນທີ 25 ສິງຫາ​ຜ່ານ​ມາ ຄະ​ນະ​ຊາວ​ໜຸ່ມ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກໄດ້ເຂົ້າ​ຮ່ວມ​ພິ​ທີໂຮມຊຸມນຸມປະກາດການສ້າງຕັ້ງສະຫະພັນຊາວໜຸ່ມລາວ

ພິທີເປີດຊຸດອົບຮົມ ການເມືອງ- ແນວຄິດ ໃຫ້ຜູ້ຊົງຄຸນວຸດທິບັນດາເຜົ່າທົ່ວເມືອງຕຸ້ມລານ.

ພິທີເປີດຊຸດອົບຮົມ ການເມືອງ- ແນວຄິດ ໃຫ້ຜູ້ຊົງຄຸນວຸດທິບັນດາເຜົ່າທົ່ວເມືອງຕຸ້ມລານ.     ໃນຕອນເຊົ້າຂອງວັນທີ 18 ກັນຍາ 2020 ທີ່ຜ່ານມານີ້, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ລົງສົມທົບກັບ ໂຄສະນາອົບຮົມແຂວງ ແລະ ໂຄສະນາອົບຮົມເມືອງ ເມືອງຕຸ້ມລານ ແຂວງສາລະວັນ ຈັດຊຸດອົບຮົມ ການເມືອງ- ແນວຄິດ ໃຫ້ຜູ້ຊົງຄຸນວຸດທິບັນດາເຜົ່າທົ່ວເມືອງຕຸ້ມລານ, ພິທີດັ່ງກ່າວໄດ້ຈັດຂື້ນທີ່ສະໂມສອນເມືອງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ສີເຮັ່ງ ຫອມສົມບັດ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ທອງໃສ ເພັດລາສີ ເລຂາພັກເມືອງ ເຈົ້າເມືອງໆຕຸ້ມລານ, ທ່ານ ຄຳເຄນ ຈັນທະວົງ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ ແລະ ຜູ້ຊົງຄຸນວຸດທິບັນດາເຜົ່າທົ່ວເມືອງຕຸ້ມລານເຂົ້າຮ່ວມ.     ຈຸດປະສົງຂອງການຝືກອົບຮົມຄັ້ງນີ້ກໍ່ເພື່ອເຮັດໃຫ້ຜູ້ຊົງຄຸນວຸດທິບັນດາເຜົ່າທົ່ວເມືອງຕຸ້ມລານ ມີຄວາມເຂົ້າໃຈເລີກເຊີ່ງ ແລະ ກໍາແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດແຕ່ລະໄລຍະ, ສ້າງຄວາມເອກະພາບ ກັບແນວທາງນະໂຍບາຍຂອງພັກ-ລັດ ທີ່ໄດ້ກໍານົດອອກໃນມະຕິຕ່າງໆຂອງພັກ-ລັດ ແລະ ສາມາດນໍາພາປະຊາຊົນລາວບັນດາເຜົ່າ ເຄື່ອນໄຫວຖືກຕ້ອງກັບແນວທາງນະໂຍບາຍຂອງພັກ-ລັດ ແລະ ລະບຽບກົດໝາຍຂອງລັດວາງອອກ, […]

ກະຊວງໄປສະນີ ໂທລະຄົມ ແລະ ການສື່ສານ ເປີດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ໃຫ້ແກ່ສະຊິກພັກ-ພະນັກງານຫຼັກແຫຼ່ງ 

ກະຊວງໄປສະນີ ໂທລະຄົມ ແລະ ການສື່ສານ ເປີດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ໃຫ້ແກ່ສະຊິກພັກ-ພະນັກງານຫຼັກແຫຼ່ງ       ໃນວັນທີ 14 ກັນຍາ 2020 ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ສົບທົບກັບກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເປີດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາເປັນໄລຍະ 10 ວັນ ໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ອ້ອມຂ້າງກະຊວງ ເຊິ່ງຈັດຂຶ້ນຢູ່ທີ່ສະຖາບັນ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໂດຍໃຫ້ກຽດເປັນປະທານກ່າວເປີດຂອງທ່ານ ທອງໃສ ຊານໄຊຍະ ຮອງເລຂາຄະນະພັກ ຮອງລັດຖະມົນ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ; ເຂົ້າຮ່ວມໃນພິທີມີ ທ່ານ ນາງ ບົວລີ ບັນຊາລິດ ຄະນະພັກ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄູອາຈານ, ຄະນະຮັບຜິດຊອບຊຸດຝຶກອົບຮົມ ທີ່ມາຈາກ ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ແລະ ນັກສໍາມະນາກອນ.     ຊຸດຝຶກອົບຮົມໃນຄັ້ງນີ້ມີຜູ້ເຂົ້າຮ່ວມ ທັງໝົດ 36 ສະຫາຍ, ຍິງ 15 […]

1 64 65 66 67 68 78