ກອງປະຊຸມທາບທາມຄຳເຫັນຕໍ່ (ຮ່າງ) ລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ກົດລະບຽບຂອງພັກ

ກອງປະຊຸມທາບທາມຄຳເຫັນຕໍ່ (ຮ່າງ) ລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ກົດລະບຽບຂອງພັກ

    ວັນທີ 09-10 ພະຈິກ 2020 ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການສູນກາງພັກໄດ້ຈັດ ກອງປະຊຸມທາບທາມຄຳເຫັນຕໍ່ (ຮ່າງ) ລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ກົດລະບຽບຂອງພັກ ພາຍໃຕ້ການເປັນປະທານ ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ສປປ ລາວ ມີບັນດາສະຫາຍທີ່ ຢູ່ໃນອະນຸກຳມະການເນື້ອໃນ; ອະນຸກຳມະການບຸກຄະລາກອນ-ກົດລະບຽບ ແລະ ບັນດາຄະນະພັກ ກະຊວງ-ອົງການອ້ອມຂ້າງສູນກາງ, ຜູ້ຊົງຄຸນວຸດທິ,ນັກວິທະຍາສາດ ແລະ ນັກຮຽນຮູ້ປັນຍາຊົນເຂົ້າຮ່ວມຢ່າງພ້ອມພຽງ.

    ເອກະສານທ່ີນຳມາທາບ ທາມໃນຄັ້ງນີ້ປະກອບມີ ຮ່າງລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຄັ້ງທີ XI; ຮ່າງແຜນພັດທະນາເສດຖະກິດ 5 ປີ ຄັ້ງທີ IX(2021-2025) ແລະ ຮ່າງກົດລະ ບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີ XI ສະບັບປັບປຸງ; ຈຸດປະສົງໃນການຈັດກອງປະຊຸມ ແມ່ນລະດົມຄວາມຄິດຄວາມເຫັນຂອງພະນັກງານ ຫຼັກແຫຼ່ງຢູ່ສູນກາງ, ນັກວິທະຍາສາດ, ນັກຮຽນຮູ້ປັນຍາຊົນ, ຄະນະພັກກະຊວງ-ອົງການ ເພື່ອເຮັດໃຫ້ເອກະສານກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຊຶ່ງເປັນເອກະສານທີ່ສຳຄັນ ໃຫ້ມີເນື້ອໃນຄົບຖ້ວນ, ຖືກຕ້ອງສອດຄ່ອງ, ແທດເໝາະຕົວຈິງ ທັງສ່ອງແສງອອກໝົດທ່າແຮງບົ່ມຊ້ອນຂອງຊາດ ແລະ ຖືກນຳໄປຈັດຕັ້ງປະຕິບັດໄດ້ປະກົດຜົນເປັນຈິງ. ພ້ອມທັງສ້າງຄວາມເປັນເອກະພາບທາງດ້ານທັດສະນະ, ຄວາມຮູ້, ຄວາມເຂົ້າໃຈລົງເລິກແຕ່ຫົວທີ ຂອງບັນດາສະຫາຍຄະນະພັກຂອງກະຊວງ-ອົງການຕໍ່ບັນດາເອກະສານຕົ້ນຕໍຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ.

    ທ້າຍພິທີ ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ເຂົ້າຮ່ວມກອງປະຊຸມທີ່ໃຊ້ສະຕິປັນຍາປະກອບຄວາມຄິດຄວາມເຫັນຢ່າງກົງໄປກົງມາ ແລະ ສ່ອງແສງໃຫ້ເຫັນແຈ້ງບາງບັນຫາ ທີ່ເປັນການກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນໄລຍະຜ່ານມາ, ພ້ອມກັນຊອກຫາແນວທາງ, ວິທີແກ້ໄຂ ແລະ ປະຕິບັດບັນດາມາດຕະການ ແລະ ບັນດານິຕິກຳຕ່າງໆທີ່ພັກ-ລັດໄດ້ວາງອອກມານັ້ນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ. ເພື່ອເຊື່ອມຊືມກຳແໜ້ນ, ສ້າງຄວາມເປັນເອກະພາບ, ປະກອບຄຳເຫັນຕໍ່ທັດສະນະ, ທິດນຳ, ແຜນນະໂຍບາຍທີ່ຈະກຳນົດອອກໃນແນວທາງການເມືອງ ແລະ ແນວທາງການຈັດຕັ້ງຂອງພັກ, ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ນັບມື້ນັບສົມບູນ, ຕັ້ງໜ້າປະຕິບັດແນວທາງຍຸດທະສາດ, ປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະ ກົນໄກເຄື່ອນໄຫວຂອງບັນດາອົງການອຳນາດລັດໃຫ້ກະທັດລັດ, ເຂັ້ມແຂງ ແລະ ສະເໝີພາບ, ເພີ່ມທະວີຄວາມເປັນເຈົ້າການໃນການເຮັດວຽກງານການເມືອງແນວຄິດຂອງແຕ່ລະພາກສ່ວນໃຫ້ມີຄວາມເຂັ້ມແຂງ ແລະ ປະສິດທິພາບສູງ.