ກອງປະຊຸມພົບປະທາງໄກລະຫວ່າງຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ແລະ ຄະນະໂຄສະນາສູນກາງພັກກອມມູນິດຈີນ ແລະ ພິທີເປີດການຮ່ວມສຳພາດຂອງສື່ມວນຊົນລາວ-ຈີນ ກ່ຽວກັບໂຄງການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ”

ກອງປະຊຸມພົບປະທາງໄກລະຫວ່າງຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ແລະ ຄະນະໂຄສະນາສູນກາງພັກກອມມູນິດຈີນ ແລະ ພິທີເປີດການຮ່ວມສຳພາດຂອງສື່ມວນຊົນລາວຈີນກ່ຽວກັບໂຄງການຮ່ວມມື ໜຶ່ງແລວ ໜຶ່ງເສັ້ນທາງ

    ໃນຕອນເຊົ້າວັນທີ 18 ພະຈິກ 2020 ຢູ່ທີ່ໂຮງແຮມແລນມາກແມ່ຂອງ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມພົບປະທາງໄກ ລະຫວ່າງຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ແລະ ຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ ແລະ ພິທີເປີດການຮ່ວມສຳພາດຂອງສື່ມວນຊົນລາວ-ຈີນກ່ຽວກັບໂຄງການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ”.

    ໃນວາລະກອງປະຊຸມພົບປະໃນຄັ້ງນີ້ໄດ້ແບ່ງອອກເປັນ 2 ວາລະຄື: ວາລະທີ 1 ແມ່ນພິທີເປີດການຮ່ວມສຳພາດຂອງສື່ມວນຊົນລາວ-ຈີນກ່ຽວກັບໂຄງການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ວາລະທີ 2 ແມ່ນພິທີພົບປະລະຫວ່າງ ສອງ ຄະນະໂຄສະນາສອງປະເທດລາວ-ຈີນ.
    ຝ່າຍລາວໃຫ້ກຽດເຂົ້າຮ່ວມມີ: ທ່ານ ປອ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ, ທ່ານ ນາງ ສົມພອຍ ພົມມະຈັກ ຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ສົມດີ ບຸນຄຸ້ມ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ, ທ່ານ ແຄນທອງ ສີສຸວົງ ຮອງຄະນະກຳມະການຮ່ວມມືລາວ – ຈີນ ແລະ ບັນດາຄະນະກົມຂອງຄະນະໂຄສະນາອົບຮົມສູນກາງພັກ.

    ຝ່າຍຈີນໃຫ້ກຽດເຂົ້າຮ່ວມມີ: ທ່ານ ຫວງຄຸນມິງ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ, ທ່ານ ຊູຫຼິນ ຫຼິນ ຮອງຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ, ຫົວໜ້າຫ້ອງ ການຂ່າວຄະນະລັດຖະບານຈີນ , ທ່ານ ເຫີຜີງ ປະທານສໍານັກຂ່າວສານຊິນຮົວ ແລະ ບັນດາຜູ້ແທນຂັ້ນສູງ. ໃນພິທີມີ: ສື່ມວນຊົນສອງປະເທດ, ໂຄງການຮ່ວມມື ແລະ ຕົວແທນຈາກວິສາຫະກິດກໍ່ສ້າງ ເຂົ້າຮ່ວມຢ່າງພ້ອມພຽງ.

    ໃນພິທີທ່ານ ນາງ ສົມພອຍ ພົມມະຈັກ ຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມອົບສູນກາງພັກໃຫ້ກຽດກ່າວຈຸດປະສົງພ້ອມທັງກ່າວເປີດກອງປະຊຸມ ແລະ ຫຼັງຈາກນັ້ນກໍໄດ້ຮັບຊົມວິດິໂອກ່ຽວກັບໝາກຜົນການລາຍງານຂ່າວຂອງສື່ມວນຊົນຂອງສອງປະເທດ ພາຍໃຕ້ໂຄງການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ” ນຳອີກ.

    ທ່ານ ຫວງຄຸນມິງ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນໄດ້ມີຄຳເຫັນກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຜົນສຳເລັດທີ່ຝ່າຍລາວສາມາດຕ້ານສະກັດກັ້ນເຊື້ອພະຍາດໂຄວິດ-19ໄດ້ດີ ແລະ ພ້ອມທັງຕີລາຄາສູງຕໍ່ການນຳພາຂອງພັກປະຊາຊົນຕິວັດລາວ. ເຫັນໄດ້ຄວາມສຳຄັນຂອງການຮ່ວມມືລະຫວ່າງສອງປະເທດລາວ-ຈີນ ໃນການພັດທະນາຕາມໂຄງການ ”ໜື່ງແລວໜື່ງເສັ້ນທາງ” ທັງຖືເອົາການພັດທະນາດ່ັງກ່າວນີ້ເປັນຂີດໝາຍອັນສຳຄັນໃນການພົວພັນລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ, ເຮັດໃຫ້ ສປປ ລາວມີທາງອອກສູ່ທະເລ ແລະ ສາກົນ, ສ້າງກົນໄກຄຸ້ມຄອງບໍລິຫານສະເພາະເພື່ອສ້າງເງື່ອນໄຂໃຫ້ແກ່ການດຶງດູດການລົງທຶນ ທີ່ມີການນໍາໃຊ້ເຕັກໂນໂລຊີຂັ້ນສູງ, ນໍາໃຊ້ນະວັດຕະກໍາທີ່ທັນສະໄໝ. ເຮັດໃຫ້ສອງພັກ, ສອງຊາດລາວ-ຈີນກາຍ ເປັນຄູ່ຮ່ວມຍຸດທະສາດອັນສໍາຄັນ ເພື່ອຂັບເຄື່ອນການຂະຫຍາຍໂຕທາງດ້ານເສດຖະກິດ ແລະ ວັດທະນະທຳສັງຄົມຂອງສອງປະເທດ ຢ່າງເຫັນໄດ້ຊັດເຈນ ໃນການສ້າງນະໂຍບາຍ ແລະ ກົດໝາຍ ເພື່ອອໍານວຍຄວາມສະດວກຕໍ່ການພັດທະນາປະເທດ.

 

    ຫຼັງຈາກນັ້ນ ທ່ານ ປອ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ຂື້ນກ່າວຄຳເຫັນໃນກອງປະຊຸມ ໃນໂອກາດພົບປະທາງໄກສອງຝ່າຍລາວ-ຈີນເຂົ້າໄດ້ຮ່ວມເປັນສັກຂີພິຍານ ໃນພິທີເປີດການຮ່ວມສໍາພາດຂອງສື່ມວນຊົນ ລາວ-ຈີນ ກ່ຽວກັບ ໂຄງການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ”. ຕາງໜ້າໃຫ້ທັງສອງພັກ, ສອງລັດ, ປະຊາຊົນສອງຊາດລາວ-ຈີນຂໍສະແດງຄວາມຊົມເຊີຍ ຕໍ່ ພິທີເປີດການຮ່ວມສໍາພາດຂອງສື່ມວນຊົນ ລາວ-ຈີນ ກ່ຽວກັບ ໂຄງການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ” ໃນຄັ້ງນີ້ ຢ່າງສຸດອົກສຸດໃຈ. ກອງປະຊຸມທາງໄກຂອງພວກເຮົາໃນຄັ້ງນີ້ ຈັດຂຶ້ນໃນທ່າມກາງບັນຍາກາດທີີ່ສອງພັກ, ສອງລັດ ພວກເຮົາມີຫຼາຍເຫດການສໍາຄັນ: ຢູ່ ລາວ ແມ່ນການສ້າງຂະບວນການ ເພື່ອຂໍ່ານັບຮັບຕ້ອນວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ ແລະ ພວມຢູ່ໃນໄລຍະທ້າຍສະໄໝແຫ່ງການຈັດຕັ້ງປະຕິບັດມະຕິ ຂອງ ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ປປ ລາວ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 ແລະ ພວມຂຸ້ນຂ້ຽວກະກຽມດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນຕົ້ນປີ 2021 ທີ່ຈະມາເຖິງ. ສໍາລັບຝ່າຍຈີນ, ພັກ ແລະ ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ຫາກໍ່ສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນ ຄົບ ຮອບ 99 ປີ, ວັນສະຖາປະນາ ສປ ຈີນ ຄົບຮອບ 71 ປີ ແລະ ພວມຕັ້ງໜ້າຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIX ຂອງພັກກອມມູນິດຈີນ ກໍຄື ເນື້ອໃນສໍາຄັນຂອງກອງປະຊຸມຄົບຄະນະຄັ້ງທີ 5 ສະໄໝທີ XIX ຂອງຕົນ. ປີນີ້ ກໍ່ເປັນປີທີສອງ ທີ່ສອງຝ່າຍໄດ້ພ້ອມກັນຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາສັງຄົມນິຍົມ ລາວ-ຈີນ ທີ່ໄດ້ຮັບການລົງນາມໂດຍ ສະຫາຍເລຂາທິການໃຫຍ່ຂອງສອງພັກ ລາວ-ຈີນ, ຈີນ-ລາວ ໃນເດືອນເມສາ ປີ 2019 ທີ່ຜ່ານມາ. ແລະ ໄດ້ຕີລາຄາສູງ ແລະ ມີຄວາມປິຕິຊົມຊື່ນທີ່ເຫັນວ່າ ຕະຫຼອດໄລຍະທີ່ຜ່ານມາ, ເຖິງວ່າຈະມີຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ກໍ່ຕາມ ແຕ່ສອງຝ່າຍໄດ້ສືບຕໍ່ຮັກສາການໄປມາຫາສູ່ກັນຢ່າງເປັນປົກກະຕິ ຫຼື ດ້ວຍຮູບການທີ່ເໝາະສົມ, ມີຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງໃນລະດັບສູງ, ການຮ່ວມມືນັບມື້ນັບກວ້າງຂວາງ ແລະ ມີປະສິດທິຜົນສູງ; ສອງຝ່າຍໄດ້ສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນໃນເວທີພາກພື້ນ ແລະ ສາກົນ. ການພົວພັນສອງຝ່າຍ ໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດນັບມື້ນັບຫຼາຍຂຶ້ນ, ໂດຍໄດ້ສະແດງອອກຜ່ານການຮ່ວມມືທີ່ເປັນຮູບປະທຳຕົວຈິງ ໃນການປະສານສົມທົບ ລະຫວ່າງ ຍຸດທະສາດ “ການຫັນປະເທດບໍ່ມີທາງອອກສູ່ທະເລ ເປັນປະເທດເຊື່ອມຈອດເຊື່ອມໂຍງ” ຂອງ ສປປ ລາວ ກັບ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ, ເຊິ່ງໃນກອບການຮ່ວມມືດັ່ງກ່າວນີ້ ສອງຝ່າຍໄດ້ມີການຮ່ວມມືລົງທຶນກໍ່ສ້າງຫຼາຍໂຄງການທີ່ສໍາຄັນ, ເຊັ່ນ: ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ໂຄງການກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ວັງວຽງ, ເຂດພັດທະນາເສດຖະກິດກວມລວມໄຊເສດຖາ, ໂຄງການປັບປຸງໂຮງໝໍມະໂຫສົດ, ໂຄງການຊ່ວຍເຫຼືອແກ້ໄຂຄວາມທຸກຍາກຢູ່ທ້ອງຖິ່ນຂອງລາວ ແລະ ໂຄງການອື່ນໆ ພວມມີຜົນຄືບໜ້າ ແລະ ເຊື່ອໝັ້ນວ່າ, ຜ່ານການສໍາພາດ ແລະ ລາຍງານຄວາມຄືບໜ້າຂອງການຮ່ວມມືໃນຂົງເຂດຕ່າງໆຂອງສອງຝ່າຍ ຢູ່ ສປປ ລາວ ຂອງສື່ມວນຊົນສອງປະເທດ ຍິ່ງຈະຊ່ວຍເຮັດໃຫ້ປະຊາຊົນສອງຊາດ ລາວ-ຈີນ ມີຄວາມຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ ຕໍ່ວັດຖຸປະສົງ ແລະ ໝາກຜົນຕົວຈິງຂອງການຮ່ວມມື ລະຫວ່າງ ສອງປະເທດ ລາວ-ຈີນ ເຊິ່ງນອກຈາກເປັນການປັບປຸງພື້ນຖານໂຄງລ່າງ, ຍົກລະດັບຊີວິດຂອງປະຊາຊົນລາວບັນດາເຜົ່າແລ້ວ, ຍັງເປັນການປະກອບສ່ວນເສີມຂະຫຍາຍມິດຕະພາບ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ “4 ດີ” (ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ) ແລະ ການເປັນຄູ່ຮ່ວມຊາຕາກໍາສັງຄົມນິຍົມ ລະຫວ່າງ ປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ນັບເປັນຮູບປະທໍາຍິ່ງໆຂຶ້ນ.

    ໃນພິທີ ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວໃຫ້ຮູ້ວ່າສື່ມວນຊົນລາວ-ຈີນ ຍັງໄດ້ເອົາໃຈໃສ່ໂຄສະນາເຜີຍແຜ່ ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ຢ່າງທັນການ ເຮັດໃຫ້ປະຊາຊົນໃນປະເທດຂອງຕົນເຂົ້າຮ່ວມໃນຂະບວນການດັ່ງ ກ່າວຢ່າງເປັນເຈົ້າການ. ເຖິງວ່າມີການລະບາດຂອງພະຍາດໂຄວິດ-19, ແຕ່ການສ້າງເສັ້ນທາງລົດໄຟ ລາວ-ຈີນ, ທາງດ່ວນ ວຽງຈັນ-ວັງວຽງ, ເຂື່ອນໄຟຟ້າແບບຂັ້ນໄດ ຕາມລໍາແມ່ນໍ້າອູ, ເຂດພັດທະນາກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ໂຄງການອື່ນໆ ໄດ້ມີຄວາມຄືບໜ້າ, ສະເພາະໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ກໍ່ຄາດວ່າຈະສໍາເລັດຕາມລະດັບຄາດໝາຍ-ເປີດນໍາໃຊ້ຢ່າງເປັນທາງການໂອກາດສະຫຼອງຄົບຮອບ 45 ປີ ສປປ ລາວ ອັນເປັນການສະທ້ອນໃຫ້ເຫັນຜົນສໍາເລັດສ່ວນໜຶ່ງການພັດທະນາ ພາຍໃຕ້ແນວຄິດລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຊຶ່ງສື່ມວນຊົນລາວ-ຈີນ ລ້ວນແຕ່ໄດ້ພ້ອມກັນເຜີຍແຜ່ຂໍ້ມູນຂ່າວສານເຫຼົ່ານີ້ ໃຫ້ປະຊາຊົນສອງປະເທດຮັບຮູ້ ໄດ້ເປັນຢ່າງດີ.

    ມາຮອດປັດຈຸບັນນີ້ ສປປ ລາວ ມີລາຍງານຜູ້ຕິດເຊື້ອໂຄວິດ-19 ພຽງແຕ່ 24 ຄົນເທົ່ານັ້ນ, ໃນນັ້ນ 23 ຄົນ ໄດ້ປິ່ນປົວຫາຍດີ ກັບບ້ານແລ້ວ (ຍັງມີພຽງຄົນດຽວທີ່ຍັງນອນຢູ່ໂຮງໝໍເພື່ອຕິດຕາມອາການ ຊຶ່ງອາການກໍ່ໄດ້ຊົງຕົວແລ້ວ). ສປປ ລາວ ບໍ່ມີຜູ້ເສຍຊີວິດຈາກພະຍາດດັ່ງກ່າວ ແລະ ກໍລະນີຕິດເຊື້ອສຸດທ້າຍແມ່ນຖືກຢັ້ງຢືນວັນທີ 20 ເດືອນຕຸລາ, ໝາຍຄວາມວ່າບໍ່ມີກໍລະນີ   ໃໝ່ເປັນເວລາໜຶ່ງເດືອນກວ່າແລ້ວ. ແຕ່ເຖິງຢ່າງໃດກໍ່ຕາມ, ລັດຖະບານລາວກໍ່ບໍ່ໄດ້ນິ້ງນອນໃຈ ແລະ ເຫັນວ່າ ສປປ ລາວຍັງມີຄວາມສ່ຽງສູງທີ່ອາດຈະມີການລະບາດຂຶ້ນອີກຮອບໃໝ່ ເນື່ອງຈາກວ່າ ຫຼາຍປະເທດຍັງມີການລະບາດຢູ່ດັ່ງທີ່ກ່າວມາຂ້າງເທິງນັ້ນ ບວກກັບລັດຖະບານລາວ ໄດ້ມີການຜ່ອນຜັນບາງມາດຕະການຊຶ່ງໄດ້ອະນຸຍາດໃຫ້ເປີດບໍລິການຖ້ຽວບິນເໝົາລຳຄືນກັບບາງປະເທດ ແລະ ອະນຸຍາດໃຫ້ນັກທ່ອງທ່ຽວຕ່າງປະເທດເຂົ້າມາລາວເພື່ອຫຼຸດຜ່ອນຜົນກະທົບທາງເສດຖະກິດ. ປີ 2021 ທີ່ຈະມາເຖິງ ຈະມີເຫດການສໍາຄັນເກີດຂຶ້ນຢູ່ໃນສອງປະເທດເປັນຕົ້ນ ຢູ່ລາວກໍ່ຈະມີກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກ ປປລາວ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 8, ເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ 2; ສໍາລັບ ສປ ຈີນ ກໍ່ຈະເປັນປີຄົບຮອບ 100 ປີ ການສ້າງຕັ້ງພັກກອມມູນິດຈີນ; ພ້ອມດຽວກັນນັ້ນ, ທັງສອງປະເທດ ຈະພ້ອມກັນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ເສັ້ນທາງລົດໄຟ ລາວ-ຈີນ ຈະສໍາເລັດ-ເປີດການນໍາໃຊ້ເປັນທາງການ ຊຶ່ງສື່ມວນຊົນ ລາວ-ຈີນ ກໍ່ຈະພ້ອມກັນສຸມໃສ່ໂຄສະນາເຜີຍແຜ່ ໃຫ້ປະຊາຊົນສອງປະເທດ ກໍ່ຄືຊາວໂລກຮັບຮູ້ ອັນເປັນການຢັ້ງຢືນເຖິງໝາກຜົນຂອງການພົວພັນຮ່ວມມືຄູ່ຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ແລະ ການເປັນຄູ່ຮ່ວມຊາຕາກໍາ ຕາມທິດ 4 ດີ ໃຫ້ມີບັນຍາກາດຄຶກຄື້ນ.