ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ຈັດຝຶກອົບຮົມວິທີການນຳໃຊ້ໂປຼແກຼມ Microsoft teams ໃຫ້ແກ່ພະນັກງານທົ່ວ ຄອສພ

ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ຈັດຝຶກອົບຮົມວິທີການນຳໃຊ້ໂປຼແກຼມ Microsoft teams ໃຫ້ແກ່ພະນັກງານທົ່ວ ຄອສພ

    ໃນລະຫວ່າງວັນທີ 15-18 ກັນຍາ 2020 ພະແນກໂຄສະນາຜ່ານສື່ເອເລັກໂຕຼນິກກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ຈັດຝຶກອົບຮົມວິທີການນຳໃຊ້ໂປຼແກຼມ Microsoft teams ໃຫ້ແກ່ພະນັກງານທົ່ວ ຄອສພ ເຊິ່ງໄດ້ຈັດຂື້ນຢູ່ທີ່ຫ້ອງປະຊຸມທາງໄກຊັ້ນ4 ຂອງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມໃນຊຸດຝຶກອົບຮົມຄັ້ງນີ້ມີ: ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການທັງໝົດເຂ້ົາຮ່ວມຢ່າງພ້ອມພຽງ.

ຈຸດປະສົງເພື່ອສ້າງບາດກ້າວຫັນປ່ຽນໃໝ່ໃນການນຳໃຊ້ລະບົບໄອທີເຂົ້າໃນວຽກງານໂຄສະນາອົບຮົມເພື່ອຍົກສູງຄຸນນະພາບທາງດ້ານເນື້ອໃນ ແລະ ຮູບການຂອງວຽກງານໂຄສະນາອົບຮົມເວົ້າລວມ ເວົ້າສະເພາະກໍແມ່ນການຍົກລະດັບຄວາມຮູ້, ຄວາມສາມາດໃຫ້ແກ່ພະນັກງານທົ່ວຄະນະໂຄສະນາອົບຮົມສູນກາງພັກ ມີທັກສະໃນການນຳໃຊ້ລະບົບໄອທີເຂົ້າໃນການປະຕິບັດໜ້າທີ່ວຽກງານໃຫ້ນັບມື້ນັບສູງຂື້ນເພື່ອປັບປຸງ ແລະ ພັດທະນາວຽກງານຂອງຕົນໃຫ້ມີຄວາມທັນສະໄໝສາມາດເຊື່ອມໂຍງກັບພາຍນອກໄດ້ ເຊິ່ງໂປຼແກຼມດັ່ງກ່າວສາມາດເຮັດວຽກທາງອອນລາຍ, ການຈັດປະຊຸມທາງໄກເປັນກຸ່ມ, ສຳມະນາ, ຝຶກອົບຮົມ ແລະ ແລກປ່ຽນເອກະສານທົ່ວໄປ, ແກ້ໄຂເອກະສານຮ່ວມກັນໂດຍຜ່ານຄອມພິວເຕີ ແລະ ມືຖືໄດ້ຢ່າງສະດວກ.

ໃນພິທີ ທ່ານ ນ. ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ໄດ້ມີຄຳເຫັນເຊິ່ງຍົກໃຫ້ເຫັນສະພາບລວມຂອງສາກົນ ແລະ ພາຍໃນປະເທດໃນການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນໜ້າທີ່ວຽກງານ ຕາມທິດຫັນເປັນສະໄໝຂອງລັດຖະບານ. ນອກນັ້ນ ທ່ານໄດ້ເນັ້ນໃຫ້ພະນັກງານ-ລັດຖະກອນທັງໝົດ ຈົ່ງຕັ້ງໜ້າເອົາໃຈໃສ່ຮຽນຮູ້ສິ່ງໃໝ່ໆ ເພື່ອໝູນໃຊ້ເຂົ້າໃນການເຮັດວຽກຢ່າງປະດິດສ້າງ ແລະ ​ນຳເອົາຄວາມຮູ້ ແລະ ບົດຮຽນໄປໜູນໃຊ້ເຂົ້າໃນ​ວຽກງານ​ວິຊາ​ສະ​ເພາະ​ຂອງ​ຕົນ​ໃຫ້​ເກີດປະສິດທິຜົນສູງສຸດ.