ພິທີປາຖະກະຖາວັນສ້າງຕັ້ງພັກຄອມມູນິດກູບາ ຄົບຮອບ 55 ປີ

ພິທີປາຖະກະຖາວັນສ້າງຕັ້ງພັກຄອມມູນິດກູບາ ຄົບຮອບ 55 ປີ

    ໃນຕອນບ່າຍວັນທີ 2 ຕຸລາ 2020 ຄະນະ​ໂຄສະນາ​ອົບຮົມສູນ​ກາງ​ພັກ ຮ່ວມ​ກັບ ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ, ​ສະມາຄົມ​ມິດຕະພາບ​ລາວ-​ກູ​ບາ ​ແລະ ສະຖານ​ເອກ​ອັກຄະ​ລັດຖະທູດ​ແຫ່ງ ສ.​ກູ​ບາ ປະຈຳສປປ ລາວ ​ໄດ້​ຈັດ​ພິທີ​ປາຖະກະຖາ​ວັນ​ສ້າງ​ຕັ້ງ​ພັກ​ຄອມ​ມູນິດ​ກູ​ບາຄົບຮອບ 55 ປີ(03 ຕຸລາ 1965 – 03 ຕຸລາ 2020) ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ ​​ເປັນ​ກຽດ​ເຂົ້າ​ຮ່ວມຂອງ ສະຫາຍ ປອ ຄຳ​ພັນ ພົມ​ມະ​ທັດ, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະໂຄສະນາ​ອົບຮົມ​ສູນ​ກາງ​ພັກ,  ສະຫາຍ ນາງ ປອ ສູນ​ທອນ​ ໄຊ​ຍະ​ຈັກ, ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ, ສະຫາຍ ຈະ​ເລີ​ນ ​ເຢຍປາວ​ເຮີ, ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ປະຈຳ​ສຳນັກງານ​ນາຍົກລັດຖະມົນຕີ, ​ປະທານສະ​ມະ​ຄົມ ​ມິດຕະພາບ​ລາວ-​ກູ​ບາ, ສະຫາຍ ປາ ບໂລ ອັງ​ໂຕ​ນີ​ໂອ ​​ເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ ສາທາລະນະ​ລັດ​​ກູ​ບາ ປະຈຳສປປ ລາວເຂົ້າຮ່ວມມີບັນດາສະຫາຍ ເລຂາ, ຮອງເລຂາຄະນະພັກ, ຄະນະນຳ ຈາກ​ກະຊວງ-​ອົງກາ​ນ ອ້ອມ​ຂ້າງ​ສູນ​ກາ​ງ, ຫົວໜ້າກົມ, ສະຖາບັນສື່ຕ່າງໆ, ຮອງກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການຈຳນວນໜື່ງ ​ແລະ ​ນັກ​ສຶກສາຝຶກງານຈາກສະຖາບັນ​ເຂົ້າ​ຮ່ວມຢ່າງພ້ອມພຽງ.

    ໃນ​ພິທີ​ດັ່ງກ່າວ, ສະຫາຍ ປາ ບໂລ ອັງ​ໂຕ​ນີ​ໂອ ​​ເອກ​ອັກຄະ​ລັດຖະທູດວິສາມັນ ​ຜູ້​ມີ​ອຳນາດ​ເຕັມ​ ແຫ່ງ​ ສາທາລະນະ​ລັດ​​ກູ​ບາ ປະຈຳ ສປປ ລາວ ​​ໄດ້​ເລົ່າຄືນ​ເຖິງມູນ​ເຊື້ອ​ແຫ່ງການ​ກຳ​ເນີ​ດ ​ແລະ ການ​ເຕີບ​ໃຫຍ່​ຂະຫຍາຍຕົວຂອງການ​ປະ​ຕິ​ວັດ​ກູ​ບາ ​ໂດຍຍົກ​ໃຫ້​ເຫັນ​​ບົດບາດການ​ນຳພາ​ອັນ​ ສະຫລາດ​ສ່ອງ​​ໃສ​ ຂອງພັກ​ຄອມ​ມູນິດ​ກູ​ບາ. ໃນວັນທີ 3 ຕຸລາ 1965 ໄດ້ສ້າງຕັ້ງເປັນຄະນະບໍລິຫານງານສູນກາງພັກກອມມູນິດກູບາ (PCC) ຄັ້ງທຳອິດຂຶ້ນ, ຊຶ່ງໃນພິທີທາງການ ສະຫາຍ ຟີແດນ ກາສໂຕຼ ຊຶ່ງເປັນຜູ້ໜຶ່ງໃນການນໍາພາເພື່ອກໍ່ຕັ້ງພັກ, ຜູ້ເປັນແບບຢ່າງໃນການດໍາລົງຊີວິດ ແລະ ຜູ້ນໍາໜ້າຂອງອົງການຈັດຕັ້ງການປະຕິວັດ ໃນການພັດທະນາວິທະຍາສາດການເມືອງ-ອຸດົມການຂອງປະຊາຊົນກູບາ, ມີສະຫາຍ ຣາອູ​ນ ກາດ​ສ​ໂຕຼ ຣູດສ ​​ແລະ ສະຫາຍ ມີ​ເກນ ດຽດສ ​ເປັນ​ຜູ້ນຳ​ຮຸ່ນ​ຕໍ່​ມາ​ ໄດ້​ນຳພາປະຊາຊົນ​ກູ​ບາ ​ຍາດ​ໄດ້​ໄຊຊະນະ. ຜົນສຳ​ເລັດຮອບດ້ານໃນພາລະກິດ​ປົກ​ປັກ​ຮັກສາ ​ແລະ ​ສ້າງສາ​ພັດທະນາ ປະ​ເທດ​ຊາດກູ​ບາ​ສາມາດປົກ​ປ້ອງໝາກຜົນ​ ຂອງ​ການ​ປະຕິວັດ​ໄວ້​ໄດ້​ຢ່າງ​ໝັ້ນຄົງ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ພາລະກິດ​ແຫ່ງການ ​ປົກ​ປັກ​ຮັກສາ​ສັນຕິພາບ ​ແລະ ສະຖຽນລະ​ພາບ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ; ​ເຮັດ​ໃຫ້​ບົດ​ບາດ ​ແລະ ອິດ​ທິພົນ​ຂອງ​ກູ​ບາ ສູງ​ເດັ່ນ​ຂຶ້ນ​ໃນ​ເວທີ​ພາກ​ພື້ນ ​ແລະ ສາກົນ.

    ການປາຖະກະຖາ ​ວັນ​ສຳຄັນປະຫວັດສາດ​ຄັ້ງ​ນີ້ ​ເປັນ​ການ​ທົບທວນຄືນໃຫ້​ເຫັນ​ເຖິງມູນ​ເຊື້ອ ອັນ​ພິລາ​ອາດ​ຫານ​ຂອງພັກ ​ແລະ ​ປະຊາຊົນ​ກູ​ບາ​ອ້າຍ​ນ້ອງ ​ໃນ​ການຕໍ່ສູ້​ເພື່ອ​ເອກະລາດ​ແຫ່ງ​ຊາດ ທີ່​ເຕັມ​ໄປ​ດ້ວຍ​ການ​ເສຍສະຫລະ ​ແລະ ​ເດັດດ່ຽວ​ບໍ່​ຍອມ​ຈຳນົນ, ສາມາດຍາດ​ໄດ້​ໄຊຊະນະ​ທີ່​​ໃຫຍ່ຫລວງ ກ້າວ​ໄປ​ສູ່​ການຍາດ​ເອົາ​​​ ເອກະລາດ​ແຫ່ງ​ຊາດ, ອະທິປະ​ໄຕ, ​ເສລີພາບ ​ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ ປະຊາຊົນ​ໄດ້​ກາຍ​ເປັນ​ເຈົ້າ ​ຂອງ​ປະ​ເທດ​ຊາດ​ຢ່າງ​ແທ້​ຈິງ ​ແລະ ສະຖາປະນາ​ເປັນ​​​ສາທາລະນະ​ລັດກູ​ບາທີ່​ເຂັ້ມ​ແຂງ, ຕໍ່ສູ້​ຕ້ານສົງຄາມ​ຮຸກ​ຮາ​ນ, ການປິດ​ລ້ອມ ແລະ ການຂົ່ມຂູ່​ທຸກ​ຮູບ​ແບບຂອງ​ຈັກກະພັດຜູ້ຮຸກຮານຈົນ​ເຖິງທຸກ​ວັນ​ນີ້. ພ້ອມ​ນັ້ນ, ສະຫາຍ ປາ ບໂລ ອັງ​ໂຕ​ນີ​ໂອ ​ຍັງໄດ້​ຕີ​ລາຄາ​ສູງ ​ແລະ ຍົກ​ໃຫ້​ເຫັນ​ເຖິງມູນ​ເຊື້ອ​ແຫ່ງ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ຊາດ​ກູບາ-ລາວ ​ໃນ​ໄລຍະຕໍ່ສູ້ກູ້​ຊາດ ກໍຄືໄລ​ຍະ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ​ໃນ​ປັດຈຸບັນ. ພ້ອມ​ທັງຢືນຢັນ ຈະສືບ​ຕໍ່ເສີມ​ຂະຫຍາຍ ​ສາຍ​ພົວພັນ​ມິດຕະພາບ ​ແລະ ການຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ດັ່ງກ່າວ ​ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນ ​ແລະ ​ແຕກ​ດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ.

    ໃນທ້າຍພິທີ ສະຫາຍ ນາງ ປອ ສູນ​ທອນ​ ໄຊ​ຍະ​ຈັກ, ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ໄດ້ຂື້ນມີຄຳເຫັນສະຫາຍໄດ້ຕີລາຄາສູງຕໍ່ການຈັດຕັ້ງນຳພາຂອງພັກກອມມູນິດກູບາ, ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສປປ ລາວ – ສ.ກູບາ ໄດ້ມີບັນດາບາດກ້າວພັດທະນາທີ່ຂະຫຍັນຂັບເຄື່ອນ ແລະ ເຂັ້ມແຂງ ຂອງການຮ່ວມມື, ບົນພື້ນຖານຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ເນື່ອງໃນໂອກາດນີ້, ສະຫາຍ ກໍສະແດງຄວາມຂອບອົກຂອບໃຈມາຍັງການນໍາຂັ້ນຕ່າງໆຂອງ ສ.ກູບາ ທີ່ຍາມໃດກໍໃຫ້ການສະໜັບສະໜູນສປປ ລາວ ໃນການສ້າງສາ ແລະ ພັດທະນາປະເທດຊາດ, ຊຸກຍູ້ສາຍພົວພັນລະຫວ່າງສປປ ລາວ ແລະ ສ.ກູບາ ເວົ້າລວມ, ເວົ້າສະເພາະກໍຄືປະຊາຊົນ 2 ຊາດ ລາວ-ກູບາ ໄດ້ນັບມືນັບແໜ້ນແຟ້ນຂື້ນຢ່າງຮອບດ້ານພ້ອມທັງປະກອບສ່ວນເຂ້ົາໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ.