ກອງປະຊຸມສຳມະນາກ່ຽວກັບການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ຂະບວນການນັກວິທະຍາສາດໜຸ່ມ ຂອງ ສປປ ລາວ.
ກອງປະຊຸມສຳມະນາກ່ຽວກັບການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ຂະບວນການນັກວິທະຍາສາດໜຸ່ມ ຂອງ ສປປ ລາວ. ໃນຕອນເຊົ້າຕອນວັນທີ 11 ກຸມພາ 2020 ທີ່ຜ່ານມາ ຢູ່ສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ( ສຊປລ ) ຮ່ວມກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດຕັ້ງກອງປະຊຸມສຳມະນາພາຍໃຕ້ຫົວຂໍ້ “ ການປະຕິວັດອຸດສາຫະກຳ ຄັ້ງທີ 4 ” ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກສຳຮອງ, ເລຂາຄະນະບໍລິຫານງານ ສຊປລ ບັນດານັກວິທະຍາສາດທີ່ມາຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງ, ມີຊາວໜຸ່ມຈາກສູນກາງ ແລະ ບັນດາກະຊວງອ້ອມຂ້າງສູນກາງ. ໃນພິທີ ທ່ານ ສຈ. ບໍ່ວຽງຄຳ ວົງດາລາ […]