ກອງປະຊຸມເຊື່ອມຊືມນິຕິກຳຕ່າງໆຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ແລະ ຄະນະຈັດຕັ້ງສູນກາງພັກກ່ຽວກັບລະບອບການຮ່ຳຮຽນທິດສະດີການເມືອງ

     ໃນວັນທີ 03 ມັງກອນ 2019 ຜ່ານມາ ທີ່ສະໂມສອນຂອງຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດ ກອງປະຊຸມເຊື່ອມຊຶມມະຕິ ຂອງກົມການເມືອງສູນກາງພັກ, ຂໍ້ກຳນົດ, ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ແລະ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກວ່າດ້ວຍລະບອບການຮ່ຳຮຽນທິດສະດີການເມືອງໃຫ້ກຽດເປັນປະທານ ແລະ ກ່າວເປີດ ໂດຍທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມມີພະນັກງານນຳພາຄຸ້ມຄອງຂັ້ນພະແນກທັງໝົດທົ່ວ ຄອສພ.

ໃນກອງປະຊຸມ ທ່ານ ນາງ ສົມພອຍ ພົມມະຈັກ ຄະນະພັກ, ຫົວໜ້າຫ້ອງການໄດ້ຂື້ນຜ່ານມະຕິກົມການເມືອງສູນກາງພັກ ສະບັບເລກທີ 072/ກມສພ, ລົງວັນທີ 14 ພຶດສະພາ 2019 ວ່າດ້ວຍລະບອບການຮ່ຳຮຽນທິດສະດີການເມືອງ ແລະ ມະຕິກົມການເມືອງສູນກາງພັກ ສະບັບເລກທີ 073/ກມສພ, ລົງວັນທີ 14 ພຶດສະພາ 2019 ວ່າດ້ວຍການສ້າງແຜນກໍ່ສ້າງ-ບຳລຸງພະນັກງານນຳພາ-ຄຸ້ມຄອງ ແລະ ທ່ານ ນາງ ບົວລີ ບັນຊາລິດ ຄະນະພັກ, ຫົວໜ້າກົມໂຄສະນາ ຂື້ນຜ່ານຂໍ້ກຳນົດ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 01/ຄລສພ, ລົງວັນທີ 15 ພຶດສະພາ 2019 ວ່າດ້ວຍການຢັ້ງຢືນລະດັບທິດສະດີການເມືອງ ແລະ ຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ  ສະບັບເລກທີ 03/ຄລສພ, ລົງວັນທີ 15 ພຶດສະພາ 2019 ວ່າດ້ວຍການປັບປຸງຫຼັກສູດການຮຽນ-ການສອນທິດສະດີການເມືອງໃນລະບົບໂຮງຮຽນພັກ ແລະ ລະບົບການສຶກສາແຫ່ງຊາດ.

ຫຼັງຈາກນັ້ນ ທ່ານ ອານົງສັກ ອິນທະວົງ ຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ຂື້ນຜ່ານຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 204/ຄຈສພ, ລົງວັນທີ 05 ພະຈິກ 2019 ກ່ຽວກັບການຈັດຕັ້ງປະຕິບັດມະຕິຄຳສັ່ງຂອງກົມການເມືອງສູນກາງພັກວ່າດ້ວຍລະບອບການຮ່ຳຮຽນທິດສະດີການເມືອງ, ການສ້າງແຜນກໍ່ສ້າງ-ບຳລຸງພະນັກງານນຳພາ-ຄຸ້ມຄອງ ແລະ ຂໍ້ກຳນົດຂອງຄະນະເລຂາທີການສູນກາງພັກ ວ່າດ້ວຍການຢັ້ງຢືນລະດັບທິດສະດີການເມືອງ.

ຈຸດປະສົງເພື່ອສ້າງຄວາມຮັບຮູ້ເຂົ້າໃຈຢ່າງເປັນເອກະພາບກ່ຽວກັບລະບອບການຮ່ຳຮຽນທິດສະດີການເມືອງ, ສ້າງຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ, ສ້າງທັດສະນະຫຼັກໝັ້ນການເມືອງທີ່ຖືກຕ້ອງໃຫ້ສະມາຊິກພັກ, ພະນັກງານນຳພາ-ຄຸ້ມຄອງ, ພະນັກງານລັດຖະກອນ, ກຳລັງປະກອບອາວຸດ, ພະນັກງານລັດ, ຫຸ້ນສ່ວນ, ພະນັກງານຂັ້ນທ້ອງຖີ່ນ ແລະ ນັກຮຽນນັກສຶກສາ, ເພື່ອເຮັດໃຫ້ທິດສະດີການເມືອງກາຍເປັນພື້ນຖານແນວຄິດ ແລະ ການກະທຳຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນ, ເຮັດໃຫ້ທຸກຄົນມີຄວາມຮູ້ ແລະ ເຂົ້າໃຈ, ມີຄວາມເຊື່ອໝັ້່ນ, ສະໜັບສະໜູນ ແລະ ຕື່ນຕົວປະຕິບັດແນວທາງນະໂຍບາຍຂອງພັກລັດ ແລະ ເປັນບ່ອນອີງໃຫ້ຄະນະພັກແຕ່ລະຂັ້ນດຳເນີນການສ້າງແຜນການ ແລະ ຈັດຕັ້ງຮ່ຳຮຽນທິດສະດີການເມືອງໃຫ້ສະມາຊິກພັກ, ພະນັກງານລັດຖະກອນໄດ້ຢ່າງຖືກຕ້ອງ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ລັດໃນແຕ່ລະໄລຍະ.

ໃນທ້າຍພິທີ ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກໃຫ້ພະນັກງານຫຼັກແຫຼ່ງກຳແໜ້ນມະຕິຄຳສັ່ງ, ຄຳແນະນຳ, ຂໍ້ກຳນົດດ່ັງກ່າວໃຫ້ເລິກເຊິ່ງເປັນເອກະພາບກັນທົ່ວພັກທົ່ວລັດ, ສ້າງຄວາມເຂົ້າໃຈເປັນເອກະພາບທາງດ້ານແນວຄິດ ແລະ ການກະທຳ, ຢຶດຖືເອົາວຽກງານການຮ່ຳຮຽນທິດສະດີການເມືອງເປັນວຽກງານສຳຄັນທີ່ມີລັກສະນະຍຸດທະສາດ ແລະ ສິ່ງສຳຄັນແມ່ນການເລືອກເຟັ້ນເອົາພະນັກງານຜູ້ທີ່ດີເຂົ້າໃນແຜນກຳນົດພະນັກງານສືບທອດເພື່ອກໍ່ສ້າງ-ບຳລຸງຍົກລະດັບທາງດ້ານຄວາມຮູ້ຄວາມສາມາດໃຫ້ໄດ້ມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ.