ທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 71 ປີ

ທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 71 ປີ

ການສະແດງ​ກຳລັງ ພາຍ​ໃຕ້​ລະຫັດ “ຄົມ​ໃນ​ຟັກ-01 2020” ຂອງ​ເຫຼົ່າ​ຮົບ​ສືບ​ຂ່າວ ກອງທັບ​ປະຊາຊົນ​ລາວ ໃນ​ໂອກາດ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 71 ປີ (20 ມັງກອນ 1949) ແລະ ວັນ​ສ້າງຕັ້ງ​ເຫຼົ່າ​ຮົບ​ສືບ​ຂ່າວ ກອງທັບ​ປະຊາຊົນ​ລາວ ຄົບຮອບ 65 ປີ (25 ມັງກອນ 1954) ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ມັງກອນ​ນີ້, ທີ່​ສະໜາມ​ຝຶກແອບ ວິທະຍາຄານ​ກົມ​ມະ​ດຳ.ໃຫ້​ກຽດ​ເຂົ້າ​ຮ່ວມ​ຊົມ ໂດຍ​ມີ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ມີ​ທ່ານ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ທ່ານ ປອ ຄຳພັນ ພົມມະທັດ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີ​ບັນດາ​ການ​ນຳ​ພັກ​-​ລັດ, ພ້ອມ​ດ້ວຍ ພະນັກງານ ນາຍ ແລະ ພົນທະຫານ​ເຂົ້າ​ຮ່ວມ.
ໂອກາດ​ນີ້, ທ່ານ ພັນ​ໂທ ສີ​ເພັງ ສຸລະ​ເດດ ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກົມ 213 ຜູ້​ບັນຊາ​ພາກ​ສະໜາມ ກ່າວ​ວ່າ: ການສະແດງ​ໃນ​ຄັ້ງ​ນີ້ ເພື່ອ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ແລະ ວັນ​ສ້າງຕັ້ງ​ເຫຼົ່າ​ຮົບ​ສືບ​ຂ່າວ, ທັງ​ເປັນ​ການ​ຮັບປະກັນ​ໃຫ້​ກຳລັງ​ກົມ​ກອງ​ເຫຼົ່າ​ຮົບ​ສືບ​ຂ່າວ ໄດ້​ຮັບ​ການ​ອົບຮົມ​ຫັດ​ແອບ​ຢ່າງ​ຕໍ່​ເນື່ອງ, ປະຕິບັດ​ລະບຽບ​ພາກ​ສະໜາມ, ມີ​ຄວາມ​ຊຳນິ​ຊຳນານ​ທາງ​ດ້ານ​ສິລະ​ປະຍຸດ, ຍຸດທະວິທີ​ສືບ​ຂ່າວ, ເຕັກນິກ​ການ​ນຳ​ໃຊ້​ອາ​ວຸດ​-​ກະ​ສູນ, ອຸ ປະກອນ​ປະກອບ​ສະເພາະ​ສືບ​ຂ່າວ ແລະ ຮູບ​ແບບ​ການ​ປະຕິບັດ​ໜ້າທີ່​ສູ້​ຮົບ​ປະສານ​ກັບ​ເຫຼົ່າຮົບ​ທະຫານ​ອາກາດ ກຽມພ້ອມ​ປະຕິບັດ​ໜ້າທີ່​ແກ້​ໄຂ​ສະພາບ​ການ​ຕ່າງໆ ຕາມ​ຄຳ​ສັ່ງ​ຂອງ​ຂັ້ນ​ເທິງ ໃນ​ສະເພາະ​ໜ້າ ແລະ ຍາວ​ນານ.
ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ, ກຳ ລັງ​ກົມ​ກອງ​ເຫຼົ່າ​ຮົບ​ສືບ​ຂ່າວ ໄດ້​ຈັດ​ຕັ້ງ​ອົບ​ຮົມ​-​ຫັດ​ແອບ ຕາມ​ຄຳ​ສັ່ງ​ອົບ​ຮົມ​-​ຫັດ​ແອບ​ປະຈຳ​ປີ ຂອງ​ກົມ​ອົບຮົມ ກົມ​ໃຫຍ່​ການເມືອງ​ກອງທັບ​ຢ່າງ​ຕໍ່​ເນື່ອງ ໂດຍ​ໄດ້​ສຸມ​ໃສ່​ອົບ​ຮົມ​-​ຫັດ​ແອບ​ການ​ທະຫານ ແລະ ການ​ບັນຊາ, ໃນ​ນີ້ ໄດ້​ສຸມ​ໃສ່​ອົບ​ຮົມ​-​ຫັດ​ແອບ​ສິລະ​ປະຍຸດ ແລະ ຍຸດທະວິທີ​ສືບ​ຂ່າວ​ເປັນ​ຈຸດ​ໜັກ.
ການສະແດງ​ໃນ​ຄັ້ງ​ນີ້​ປະກອບ​ມີ ການສະແດງ​ສິລະ​ປະ, ການສະແດງ​ມວຍ​ສືບ​ຂ່າວ (ມວຍ​ຫັດກາຍ​ຊາຍ, ມວຍ​ສູ້​ຮົບ​ຊາຍ​-​ຍິງ, ສືບ​ຂ່າວ​ຂ້າມ​ຜ່ານ​ສິ່ງ​ກີດຂວາງ ແລະ ໝອບ​ສືບ​ຂ່າວ​ກຳລັງ​ພາຍ​ໃນ), ການ​ໂດດ​ຈ້ອງ​ສະແດງ​ກຳລັງ, ການ​ຍິງ​ເປີດ​ປ້າຍ​ຄຳ​ຂວັນ, ການ​ປະຕິບັດ​ໜ້າທີ່​ຕີ​-​ຈັບ​ຜູ້​ບັນຊາ​ແກນ​ນຳ​ກຸ່ມ​ຊຸມນຸມ​ປະ​ທ້ວງ, ການ​ບຸກ​ຈັບ​ຜູ້​ບັນຊາ​ແກນ​ນຳ​-​ກອບ​ກູ້​ຊ່ວຍເຫຼືອ​ຕົວ​ປະກັນ, ການ​ໂດດ​ຈ້ອງ​ລົງ​ແນວ​ຫຼັງ ປິດ​ລັບ​ບັງເອີນ​ຫຼອນ​ຕີ​ທຳລາຍ​ຂຸມ​ປືນ​ໃຫຍ່​ຂອງ​ສັດຕູ, ການບິນ​ສະແດງ​ຂອງ​ຍົນ​ສູ້​ຮົບ ແລະ ລາຍການ​ສະແດງ​ອື່ນໆ​ອີກ
ໃນ​ໂອກາດ​ນີ້, ທ່ານ ທອງ​ລຸນ ສີ​ສຸ​ລິດ ໄດ້​ໃຫ້​ກຽດ​ມີ​ຄຳ​ເຫັນ​ໂອ້​ລົມ​ວ່າ: ຊຶ່ງ​ກ່ອນ​ອື່ນ​ທ່ານ​ໄດ້​ກ່າວ​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນງານ  65 ປີ​ແຫ່ງ​ການ​ເຕີບ​ໃຫຍ່​ເຂັ້ມແຂງ ຂໍ​ໃຫ້​ບັນດາ​ສະຫາຍ ນາຍ ແລະ ພົນທະຫານ ສືບຕໍ່​ກຽມພ້ອມ​ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ທີ່​ອາດ​ຈະ​ເກີດ​ຂຶ້ນ ຮຽກຮ້ອງ​ໃຫ້​ບັນດາ​ສະຫາຍ​ເພີ່ມ​ທະວີ​ສະຕິ​ລະວັງ​ຕົວ​ສືບຕໍ່​ຝຶກ​ຝົນ​ຫຼໍ່​ຫຼອມ​ທັງ​ສືບ​ຕໍ່​ຮໍ່າ​ຮຽນ​ສິລະ​ປະຍຸດ, ຍຸດທະວິທີ​ເພື່ອ​ປະຕິບັດ​ໜ້າທີ່ໆ ພັກ​-​ລັດ ແລະ ປະຊາຊົນ​ມອບ​ໝາຍ​ໃຫ້ ຂໍ​ໃຫ້​ສົມ​ກັບ​ຊື່​ລະຫັດ​ຊ້ອມ​ຮົບ​ເທື່ອ​ນີ້​ຄື: ຄົມ​ໃນ​ຟັກ ຢ່າງ​ແທ້​ຈິງ​ຮຽກຮ້ອງ ແລະ ໃຫ້​ສືບຕໍ່​ປະກອບສ່ວນ​ໃນ​ການ​ປະຕິບັດ 4 ໜ້າທີ່​ໃຫຍ່ ແລະ  26 ແຜນ​ງານ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ຂໍ​ອວຍພອນ​ໃຫ້ 71 ປີ​ຂອງ​ກອງທັບ​ປະຊາຊົນ​ລາວ   ແລະ 65 ປີ​ຂອງ​ເຫຼົ່າ​ຮົບ​ສືບ​ຂ່າວ​ຈົ່ງ​ປະສົບ​ຜົນສຳເລັດ​ໃນ​ໜ້າ​ທີ່ ທີ່ ພັກ​-​ລັດ ​ມອບ​ໝາຍ​ໃຫ້​ຢ່າງ​ໃຫຍ່​ຫຼວງ.

ທີ່ມາ: ວຽງຈັນໃໝ່