ສົມພິນິດ ວົງສົມບັດ

Kaspersky ເປີດເຜີຍສະຖິຕິ ປີ 2020 ພົບໄຟລ໌ອັນຕະລາຍເກີດໃໝ່ ສະເລ່ຍມື້ລະ 360,000 ໄຟລ໌ ເພີ່ມຂຶ້ນ 5.2% ຈາກປີກ່ອນ.

ສາລະໜ້າຮູ້ທາງດ້ານໄອທີ Kaspersky ເປີດເຜີຍສະຖິຕິ ປີ 2020 ພົບໄຟລ໌ອັນຕະລາຍເກີດໃໝ່ ສະເລ່ຍມື້ລະ 360,000 ໄຟລ໌ ເພີ່ມຂຶ້ນ 5.2% ຈາກປີກ່ອນ. ໃນປີ 2020, Kaspersky ກວດພົບໄຟລ໌ອັນຕະລາຍເກີດໃໝ່ສະເລ່ຍແລ້ວ ມື້ລະ 360,000 ໄຟລ໌ ຊຶ່ງເພີ່ມຂຶ້ນ 5.2% ເມື່ອທຽບກັບປີທີ່ຜ່ານມາ ສາເຫດແມ່ນໜ້າຈະມາຈາກ ການເຕີບໃຫຍ່ ແລະ ຂະຫຍາຍໂຕຢ່າງຫຼວງຫຼາຍຂອງ ໂທຈັນ (Trojan ໄຟລ໌ທີ່ເປັນອັນຕະລາຍໄດ້ຫຼາຍຢ່າງ ລວມທັງການລຶບ ຫຼື ລັກຂໍ້ມູນພ້ອມ) ແລະ ແບັກດໍ (Backdoor ໂທຈັນປະເພດໜຶ່ງທີ່ຜູ້ບໍ່ຫວັງດີ ສາມາດເຂົ້າມາຄວບຄຸມເຄື່ອງຄອມພິວເຕີຂອງເຫຍື່ອ) ເພີ່ມຂຶ້ນ 40.5% ແລະ 23% ຕາມລຳດັບ ແລະ ນີ້ແມ່ນແນວໂນ້ມ ທີ່ບອກໃນລາຍງານ Kaspersky Security Bulletin: Statistics of the Year Report ລະບົບກວດຈັບຂອງ Kaspersky […]

3 ອົງການຈັດຕັ້ງມະຫາຊົນ ຄະນະໂຄສະນາອົບຮົມສູນກາງພັກ ວາງກະຕ່າດອກໄມ້ເນື່ອງໃນໂອກາດ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ.

3 ອົງການຈັດຕັ້ງມະຫາຊົນ ຄະນະໂຄສະນາອົບຮົມສູນກາງພັກ ວາງກະຕ່າດອກໄມ້ເນື່ອງໃນໂອກາດ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ. ໃນຕອນເຊົ້າຂອງ ວັນທີ 16 ທັນວາ 2020, 3 ອົງການຈັດຕັ້ງມະຫາຊົນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ວາງກະຕ່າດອກໄມ້ເນື່ອງໃນໂອກາດວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ຢູ່ທີ່ ຫໍພິພິຕະພັນ ໄກສອນ ພົມວິຫານ ເຊິ່ງນໍາໂດຍ ທ່ານ ວັນຕຸລາ ຣັກນຸດ ປະທານສະຫະພັນກໍາມະບານ ຄອສພ, ເຂົ້າຮ່ວມມີ: ຄະນະບໍລິຫານງານຂອງ ສະຫະພັນກໍາມະບານ, ແມ່ຍິງ ແລະ ຊາວໜຸ່ມ, ຕາງໜ້າສະມາຊິກແຕ່ລະໜ່ວຍຂອງ 3 ອົງການ ເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງໃນການຈັດພິທີວາງກະຕ່າດອກໄມ້ໜ້າຮູບປັ້ນ ປະທານ ໄກສອນ ພົມວິຫານຄັ້ງນີ້ ກໍເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ແລະ ຄຸນງາມຄວາມດີຂອງ ປະທານ […]

ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມກອງປະຊຸມຄະນະກຳມະການຄຸ້ມຄອງ ອິນເຕີເນັດແຫ່ງຊາດ (ຄຄອຊ) ສະຫລຸບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2020 ແລະ ວາງທິດທາງແຜນການ ປະຈໍາປີ 2021 ຜ່ານຫ້ອງປະຊຸມທາງໄກ.

ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມກອງປະຊຸມຄະນະກຳມະການຄຸ້ມຄອງ ອິນເຕີເນັດແຫ່ງຊາດ (ຄຄອຊ) ສະຫລຸບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2020 ແລະ ວາງທິດທາງແຜນການ ປະຈໍາປີ 2021 ຜ່ານຫ້ອງປະຊຸມທາງໄກ. ໃນຕອນເຊົ້າຂອງວັນທີ 22 ທັນວາ 2020; ທ່ານ ນ. ສົມພອຍ ພົມມະຈັກ ຄະນະພັກ ຮອງຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມທາງໄກຢູ່ຊັ້ນ 4 ຄະນະໂຄສະນາອົບຮົມສູນກາງພັກ, ກ່ຽວກັບກອງປະຊຸມ ຄະນະກຳມະການຄຸ້ມຄອງ ອິນເຕີເນັດແຫ່ງຊາດ (ຄຄອຊ) ເພື່ອຮັບຟັງການສະຫລຸບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2020 ແລະ ວາງທິດທາງແຜນການ ປະຈໍາປີ 2021 ຂຶ້ນທີ່ ກະຊວງແຜນ ການ ແລະ ການລົງທຶນ. ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີ ກະຊວງແຜນການ ແລະ ການລົງທຶນ. ເຂົ້າຮ່ວມມີ: ລັດຖະມົນຕີດ ຮອງລັດຖະມົນຕີ, […]

ພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 45ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ເຜີຍແຜ່-ເຊື່ອມຊຶມມະຕິ 11 ສະໄໝທີ X ຂອງພັກ.

ພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 45ປີ, ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ເຜີຍແຜ່-ເຊື່ອມຊຶມມະຕິ 11 ສະໄໝທີ X ຂອງພັກ. ໃນຕອນເຊົ້າຂອງວັນທີ 16 ທັນວາ 2020 ທີ່ຫ້ອງປະຊຸມໃຫຍ່ຊັ້ນ I ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ, ວັນເກີດ ປະທານໄກສອນ ພົມວິຫານ ຄົບ ຮອບ 100 ປີ ແລະ ເຜີຍແຜ່ເຊື່ອມຊຶມມະຕິ 11 ສະໄໝທີ X ຂອງພັກພາຍໃຕ້ການເປັນປະທານຂອງ ທ່ານ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການການສູນກາງພັກ, ຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ ເຂົ້າຮ່ວມມີ: ບັນດາສະຫາຍ ຄະນະພັກກະຊວງ, […]

ສື່ມວນຊົນໃນຍຸກ ( Newnormal ).

                                        ສື່ມວນຊົນໃນຍຸກ ( Newnormal ) ກ່ອນການລະບາດຂອງພະຍາດໂຄວິດ -19 ກໍໄດ້ເກີດມີປະກົດການໃໝ່ຂຶ້ນໃນວົງການສື່ມວນຊົນທົ່ວໂລກ ນັ້ນຄືຄວາມນິຍົມໃນການບໍລິໂພກຂ່າວທາງສື່ອອນລາຍ ອັນໄດ້ເຮັດໃຫ້ສື່ມວນຊົນທົ່ວໂລກຕ້ອງມີການປັບປຸງຕົນ ເອງ ໂດຍສະເພາະແມ່ນ ສື່ສິ່ງພິມທີ່ໄດ້ຮັບຜົນກະທົບຢ່າງໜັກ; ມີບາງສະບັບກໍຢຸດຕິການພິມຈໍາໜ່າຍ ເຊິ່ງສາ ເຫດຕົ້ນຕໍແມ່ນລາຍຮັບຕົກຕໍ່າຍ້ອນຜູ້ບໍລິໂພກ ຂ່າວທັງຫຼາຍຫັນສູ່ສື່ອອນລາຍ (Socialmedia) ເພາະມັນສະ ດວກວ່ອງໄວພຽງແຕ່ມີໂທລະສັບມືຖືລຸ້ນທັນສະໄໝ ກໍສາມາດເຂົ້າເຖິງບັນດາຂໍ້ມູນທີ່ຢາກຮູ້ໄດ້,ບາງຂ່າວບໍ່ຈໍາເປັນຈ່າຍເງິນກໍ່ເບິ່ງໄດ້ສະບາຍ. ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ -19 ເຮັດໃຫ້ໂລກຂອງພວກເຮົາມີການປ່ຽນແປງຮູບແບບການດໍາລົງຊີວິດນັ້ນກໍຄື ວິຖີຊີວິດແບບປົກກະຕິໃໝ່ ( Newnormal ) ຮູບແບບການດໍາລົງຊີວິດດັ່ງກ່າວມັນເຊື່ອມເຂົ້າຫາທຸກຂົງເຂດລວມເຖິງວົງການສື່ມວນຊົນ, ຫາກເພື່ອນຜູ້ອ່ານຕິດຕາມຂ່າວຈະເຫັນວ່າຜູ້ກະທົບໜັກທີ່ສຸດແມ່ນວົງການສື່ສິ່ງພິມເຊັ່ນ: ໜັງສືພິມດັງໆລະດັບໂລກຕ້ອງປິດກິດຈະການລົງຍ້ອນຂາດລາຍຮັບ. ສໍາລັບວົງການສື່ມວນຊົນຂອງປະເທດເຮົາກໍບໍ່ສາມາດຫຼີກລຽງເຫດການນີ້ໄດ້ ເຊັ່ນ: ວາລະສານ, ໜັງສືພິມ, ຈໍານວນພິມ […]

1 27 28 29 30 31 39