ພິທີປາຖະກະຖາສະຖານະການທີ່ພົ້ນເດັ່ນຂອງໂລກ ແລະ ພາກພຶ້ນທີ່ສົ່ງຜົນກະທົບຕໍ່ການພົວພັນຮ່ວມມືລາວ-ຈີນ ໃນເງື່ອນໄຂປັດ ຈຸບັນ.


ພິທີປາຖະກະຖາສະຖານະການທີ່ພົ້ນເດັ່ນຂອງໂລກ ແລະ ພາກພຶ້ນທີ່ສົ່ງຜົນກະທົບຕໍ່ການພົວພັນຮ່ວມມືລາວ-ຈີນ ໃນເງື່ອນໄຂປັດຈຸບັນ.
ໃນຕອນເຊົ້າຂອງວັນທີ 24 ພຶດສະພາ 2023 ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ສະຖານທູດແຫ່ງ ສປ ຈີນ ປະຈໍາລາວ ຈັດພິທິປາຖະກະຖາສະ ຖານະການທີ່ພົ້ນເດັ່ນຂອງໂລກ ແລະ ພາກພຶ້ນ ທີ່ສົ່ງຜົນກະທົບຕໍ່ການພົວພັນຮ່ວມມືລາວ-ຈີນ ໃນເງື່ອນໄຂປັດຈຸບັນ; ໃຫ້ກຽດປາຖະກະຖາໂດຍ ສະຫາຍ ຈ່ຽງ ຈ່າຍຕຸງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈໍາລາວ; ເຂົ້າຮ່ວມມີ: ທ່ານ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານທິດສະດີສູນກາງພັກ, ມີ ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ, ຕາງໜ້າຈາກຄະນະພົວພັນຕ່າງປະເທດສູນ ກາງພັກ, ເລຂາ, ຮອງເລຂາ, ຄະນະປະຈໍາພັກ, ຄະນະພັກ, ຮອງລັດຖະມົນຕີ ຜູ້ຊີນໍາວຽກງານພັກ-ພະນັກງານ, ວຽກງານການເມືອງ-ແນວຄິດ ຂອງບັນດາກະຊວງອົງການອ້ອມຂ້າງສູນກາງ, ເຈົ້າເມືອງ, ຮອງເຈົ້າເມືອງ ຈາກ 9 ຕົວເມືອງ ໃນນະຄອນຫຼວງວຽງຈັນ, ຫົວໜ້າໂຄສະນາອົບຮົມເມືອງ, ຄະນະອໍານວຍການລັດວິສະ ຫະກິດທາງລົດໄຟລາວ-ຈີນ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພະນັກງານ ທົ່ວ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີ ທ່ານ ສາຄອນ ພົມມະລາດ ຄະນະພັກ ຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ກ່າວຈຸດປະສົງໃນການປາຖະກະຖາຄັ້ງນີ້ ແມ່ນເພື່ອ ສ້າງຄວາມຮັບຮູ້ເຂົ້າໃຈ ແລະ ຄວາມເປັນເອກະພາບທາງດ້ານແນວຄິດໃຫ້ແກ່ຄະນະພັກ ຄະນະນໍາ ບັນດາກະຊວງ ອົງການ ແລະ ທ້ອງຖິ່ນ ໄດ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສະພາບການຂອງໂລກໃນປັດຈຸບັນ ພ້ອມທັງນໍາຂໍ້ມູນຕ່າງໆ ໃນການເຜີຍແຜ່ຄັ້ງນີ້ ນໍາໄປຈັດຕັ້ງເຜີຍແຜ່ໃຫ້ພະນັກງານ ສະມາຊິກພັກ ແລະ ປະຊາຊົນບັນ ດາເຜົ່າ ໄດ້ຮັບຮູ້ ເຂົ້້າໃຈເປັນເອກະພາບຕໍ່ສະພາບການດັ່ງກ່າວ ແລະ ຕໍ່ກັບສະພາບຄວາມເປັນຈິງຂອງມູນເຊື້ອສາຍພົວພັນມິດຕະພາບ ແລະ ການຮ່ວມມືຍຸດທະ ສາດຮອບດ້ານ ໝັ້ນຄົງ ຍາວນານ ບົນພຶ້ນຖານຄູ່ຮ່ວມຊະຕາກໍາລາວ-ຈີນ.
ໃນໂອກາດທີ່ມີ ຄວາມໝາຍສໍາຄັນດັ່ງກ່າວ ສະຫາຍ ຈ່ຽງ ຈ່າຍຕຸງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈໍາລາວ ໄດ້ໃຫ້ກຽດປາ ຖະກະຖາ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງບັນຫາການປ່ຽນ ແປງຂອງໂລກ ແລະ ພາກພຶ້ນ ທີ່ໄດ້ສົ່ງຜົນກະທົບຕໍ່ການພົວພັນຮ່ວມມືຈີນ-ລາວ ໃນຫຼາຍໆດ້ານ, ໃນນັ້ນນະໂຍບາຍຂອງປະເທດຈີນ ຕໍ່ການຟຶ້ນຟູເສດຖະກິດຂອງໂລກ ໃນຊ່ອງວ່າງແຫ່ງການພັດທະນາທີ່ມີການຂະ ຫຍາຍຕົວຢ່າງຕໍ່ເນື່ອງ ແລະ ບັນຫາຄວາມວຸ່ນວາຍໃນຕະລາດພະລັງງານ. ບັນຫານະໂຍບາຍການຈໍາກັດເງິນຕາ, ໄພເງິນເຟີ້ ທີ່ສົ່ງຜົນກະທົບຕໍ່ການຂະຫຍາຍຕົວຂອງເສດຖະກິດໂລກ ຄຽງຄູ່ກັບສິ່ງທ້າທ້າຍຫຼາຍໆດ້ານດັ່ງກ່າວນັ້ນບັນດາປະເທດ ມະຫາອໍານາດໄດ້ສ້າງຄວາມເຄັ່ງຕຶງດ້ວຍການປະທະກັນ ເຮັດໃຫ້ສະພາບການຂອງໂລກມີຄວາມວຸ້ນວາຍ ເຊິ່ງສະແດງໃຫ້ເຫັນຢ່າງຊັດເຈນຂອງວິກິດການໃນປະເທດອູກຣາອິນນາ ແລະ ການແຊກແຊງກິດຈະການຂອງອາຊີປາຊີຟິກ ຂອງບັນດາປະເທດມະຫາອໍານາດ.
ນອກນັ້ນ ສປ ຈີນ ແລະ ສປປ ລາວ ໄດ້ຮ່ວມກັນຮັບມືກັບສະຖານະການປ່ຽນແປງສາກົນ ໂດຍຍຶດໝັ້ນຄວາມສາມັກຄີ, ສ້າງຈິດສໍານຶກຄູ່ຮ່ວມຊາຕາກໍາຈີນ-ລາວ ຢ່າງໜັກແໜ້ນ, ຍຶດໝັ້ນການນໍາພາຂອງພັກ ແລະ ທິດທາງສັງຄົມນິຍົມທີ່ມີລັກສະນະທາດແທ້ຂອງສາຍພົວພັນຈີນ-ລາວ, ຍຶດໝັ້ນຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮັກສາຄວາມປອດໄພທາງດ້ານການເມືອງ, ຄວາມປອດໄພທາງດ້ານການກໍາອໍານາດຂອງພັກ ແລະ ຄວາມປອດໄພຂອງລະບອບປະຊາທິປະໄຕ ກ່ຽວພັນກັບຜົນປະໂຫຍດພຶ້ນຖາມຂອງປະຊາຊົນສອງຊາດ, ຍຶດໝັ້ນຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ, ສ້າງໂຄງປະກອບຮ່ວມມືທີ່ມີຄຸນນະພາບສູງ, ເພີ່ມທະວີການເຊື່ອມໂຍງຍຸດທະສາດການພັດທະນາຖືແລວທາງເສດຖະກິດຈີນ-ລາວ ເປັນທິດຊີ້ນໍາໃນການພັດທະນາຂອງເຂດລຽບຕາມທາງລົດໄຟຈີນ-ລາວ ເປັນຈຸດສຸມ, ຖືແນວຄິດເຊື່ອມໂຍງການພັດທະນາຈີນ-ລາວ-ໄທ ເປັນກຳລັງຊຸກຍູ້ໂດຍສືບຕໍ່ຊຸກຍູ້ການສ້າງໂຄງ ການຕ່າງໆໃນຂອບ “ ໜຶ່ງແລວໜຶ່ງເສັ້ນທາງ ” ຢ່າງຮອບດ້ານ ໝັ້ນຄົງ ຍາວນານ ແລະ ປະສິດທິພາບສູງ.