ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ພົບປະແລກປ່ຽນບົດຮຽນທາງດ້ານວຽກງານເອເລັກໂຕຣນິກ ກັບ ສູນບໍລິຫານລັດດິຈີຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ.


ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ພົບປະແລກປ່ຽນບົດຮຽນທາງດ້ານວຽກງານເອເລັກໂຕຣນິກ ກັບ ສູນບໍລິຫານລັດດິຈີຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ.
ໃນຕອນເຊົ້າຂອງວັນທີ 10 ພຶດສະພາ 2023 ຜ່ານມາ, ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບປະແລກປ່ຽນບົດຮຽນທາງດ້ານວຽກງານເອເລັກໂຕຣນິກ (ໄອຊີທີ) ກັບ ສູນບໍລິຫານລັດດິຈີຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຊິ່ງນໍາໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ແລະ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ພ້ອມດ້ວຍຄະນະ ໂດຍການຕ້ອນຮັບຂອງທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະ ມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຜູ້ຊີ້ນໍາວຽກງານໄອຊີທີ ພ້ອມດ້ວຍຄະນະ.

ໃນພິທີ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ກ່າວຈຸດປະສົງ ແລະ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຂອງຄະນະ ແລະ ພະນັກງານຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ; ໃນການພົບປະແລກປ່ຽນບົດ ຮຽນໃນຄັ້ງນີ້ແນ່ໃສ່ ເພື່ອບໍາລຸງຍົກລະດັບ ແລະ ພັດທະນາທັກສະຂອງພະນັກງານໃຫ້ມີຄວາມຮູ້, ຄວາມສາມາດທາງດ້ານວຽກງານໄອຊີທີນັບມື້ນັບສູງຂຶ້ນ, ນອກນັ້ນພະນັກງານວິຊາການທັງສອງຝ່າຍໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງເລິກເຊິ່ງກ່ຽວກັບວຽກງານໄອທີ ກໍຄືການພັດທະນາ, ການຄຸ້ມຄອງນໍາໃຊ້ເຄື່ອງ ມືເອເລັກໂຕຣນິກ ແລະ ຄຸ້ມຄອງລະບົບເຄືອຂ່າຍອິນເຕີເນັດ ໃຫ້ສອດຄ່ອງກັບວຽກງານໃນປັດຈຸບັນ ໃຫ້ມີຄວາມສະດວກ ວ່ອງໄວ ແລະ ປອດໄພແນ່ໃສ່ເພື່ອສ້າງບາດກ້າວການຫັນປ່ຽນໃໝ່ ວຽກງານການເມືອງແນວຄິດ ຕາມທິດຍົກສູງຄຸນນະພາບ ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະໂດຍໝູນໃຊ້ວິທະຍາສາດ ແລະ ນະວະຕະກໍາທີ່ທັນສະໄໝເຂົ້າໃນການປະຕິບັດວຽກງານວິຊາສະເພາະ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານການເມືອງໃນໄລຍະໃໝ່, ເວົ້າລວມ ເວົ້າສະເພາະກໍຄືຫັນວຽກງານໂຄສະນາອົບຮົມໃຫ້ມີຄວາມທັນສະໄໝຂຶ້ນເປັນກ້າວໆ ແລະ ແທດເໝາະກັບຍຸກປັດຈຸບັນ.
ໃນໂອກາດດັ່ງກ່າວ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຜູ້ຊີ້ນໍາວຽກງານໄອຊີທີ ໄດ້ກ່າວສະແດງຄວາມຂອບໃຈມາຍັງຄະນະພັກ ຄະນະນໍາຂອງ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະທີ່ໄດ້ໃຫ້ຄວາມສໍາຄັນໃນການນໍາໃຊ້ເຕັກໂນໂລຊີ (ດິຈີຕອນ) ເຂົ້າໃນການຈັດ ຕັ້ງປະຕິບັດໜ້າທີ່ວຽກງານ ແລະ ສ້າງບາດກ້າວບຸກທະລຸວຽກງານການເມືອງແນວຄິດໃນໄລຍະໃໝ່ຕາມທິດຍົກສູງຄຸນນະພາບວຽກງານໂຄສະນາອົບຮົມໃຫ້ມີຄວາມວ່ອງໄວ ແທດເໝາະກັບສະພາບປັດຈຸບັນ.
ຫົວຂໍ້ທີ່ນໍາມາແລກປ່ຽນບົດຮຽນຄັ້ງນີ້ມີທັງໝົດ 8 ຫົວຂໍ້ຄື:
1. ສະພາບການນໍາໃຊ້ສື່ສັງຄົມອອນລາຍຂອງ ສປປ ລາວ ໃນປະຈຸບັນມີຄືແນວໃດ? ດ້ານດີ, ດ້ານອ່ອນ ແລະ ສະຖິຕິການນໍາໃຊ້ສື່ສັງຄົມອອນລາຍ
2. ຜົນກະທົບຂອງສື່ສັງຄົມອອນລາຍທີ່ມາຈາກພາຍໃນ-ພາຍນອກ ທີ່ມີຜົນກະທົບຕໍ່ເງື່ອນໄຂການດໍາລົງຊີວິດຂອງພະນັກງານ-ລັດຖະກອນ ແລະ ປະຊາຊົນມີຄືແນວໃດ?
– ສປປ ລາວ ມີຍຸດທະສາດໃນການຮັບມືຕໍ່ຜົນກະທົບໃນດ້ານລົບຈາກສື່ສັງຄົມອອນລາຍນັ້ນແນວໃດ ແລະ ຈະສົ່ງເສີມດ້ານບວກຄືແນວໃດ
3. ລະບົບເຕັກໂນໂລຊີທີ່ຈໍາເປັນໃຫ້ພະນັກງານ-ລັດຖະກອນ ນໍາໃຊ້ໃນຍຸກທີ່ຫັນເປັນທັນສະໄໝ ມີອັນໃດແດ່
4. ການຄຸ້ມຄອງລະບົບເຄືອຂ່າຍ ແລະ ລະບົບຄວາມປອດໄພ
5. ການຕິດຕັ້ງລະບົບປະຕິບັດການໃນ server ແລະ ສ້າງເປັນ file server D
6. ການຮັກສາຄວາມປອດໄພໃນລະບົບປະຕິບັດການ window, Linux ແລະ ການປ້ອງກັນໄວຣັສໃນລະບົບຄອມພິວເຕີ
7. ການສະແກນຊ່ອງໂຫວ່ເຄືອຂ່າຍ ແລະ ວິທີປ້ອງກັນໄພຄຸກຄາມທາງເຄືອຂ່າຍ
8. ການປະເມີນ ແລະ ການກວດກາລະບົບຄວາມປອດໄພໃນເນັດເວີກ ແລະ ຄອມພິວເຕີ.
ພາຍຫຼັງສິ້ນສຸດການແລກປ່ຽນບົດຮຽນແລ້ວທາງສູນອິນເຕິເນັດແຫ່ງຊາດຍັງໄດ້ນຳພາຄະນະລົງໄປທັດສະນະສຶກສາກ່ຽວກັບລະບົບການເຮັດວຽກຂອງລະບົບອິນເຕິເນັດ, ລະບົບປ້ອງກັນການໂຈມຕີທາງໄຊເບີກ່ອນລົງເບິ່ງຕົວຈິງທາງຄະນະເຮົາໄດ້ຮັບກຽດຢ່າງສູງຈາກ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະ ຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ໃຫ້ກຽດຕ້ອນຮັບ ແລະ ອະທິບາຍບັນຫາທີ່ກ່ຽວພັນກັບການຮ່ວມມືທັງສອງຝ່າຍໃນການພັດທະນາວຽກງານໄອຊີທີເພື່ອສ້າງຄວາມເຂັ້ມແຂງໃຫ້ວຽກງານໄອທີແກ່ພາກລັດຂອງພວກເຮົາ ເວົ້າລວມ ການຮ່ວມມືລະຫວ່າງກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຄະນະໂຄສະນາອົບຮົມສູນກາງພັກໃນອະນາຄົດ.