ສົມພິນິດ ວົງສົມບັດ

ສປ ຈີນ ນໍາໃຊ້ ( ນໍ້າເລືອດ) ຄົນໄຂ້ໄວຣັສໂຄວິດ-19 ທີ່ຫາຍດີແລ້ວ ນໍາມາປິ່ນປົວຄົນເຈັບອື່ນໆ.

ສປ ຈີນ ນໍາໃຊ້ ( ນໍ້າເລືອດ) ຄົນໄຂ້ໄວຣັສໂຄວິດ-19 ທີ່ຫາຍດີແລ້ວ ນໍາມາປິ່ນປົວຄົນເຈັບອື່ນໆ. (ສໍານັກຂ່າວສານ Chan-nel News Asia) ລາຍງານວ່າ: ທ່ານໝໍຢູ່ນະຄອນຊຽງໄຮ້ ຂອງ ສປ ຈີນ ກໍາລັງໃຊ້ສານລະລາຍຈາກ ນໍ້າເລືອດ ຫຼື  Plasma (ພລາສມາ) ຈາກຄົນທີ່ຟຶ້ນໂຕຈາກການຕິດເຊື້ອໄວຣັສໂຄວິດ-19 ມາໃຊ້ກັບຄົນທີ່ຕິດເຊື້ອ ເພື່ອເພີ່ມພູມຕ້ານທານໃຫ້ແກ່ຄົນເຈັບ ວິທີການນີ້ມີປະສິດທິຜົນສໍາລັບຜູ້ຕິດເຊື້ອນີ້ມາແລ້ວ. ສາດສະດາຈານ ຫູ່ ກ່າວວ່າ: ທາງໂຮງຫມໍໄດ້ສ້າງຕັ້ງຄລິນິກພິເສດ ສໍາລັບການປິ່ນປົວດ້ວຍພລາສມາ ແລະ ເລືອກເອົາຄົນເຈັບທີ່ຍິນຍອມບໍລິຈາກເລືອດໂດຍເລືອດດັ່ງກ່າວຈະຜ່ານການຄັດເລືອກ ເພື່ອປ້ອງກັນການຕິດເຊື້ອໄວຣັສຕັບອັກເສບ (ຕັບບີ ແລະ ຊີ); ເຊື່ອໝັ້ນວ່າ ວິທີການນີ້ຈະມີປະສິດທິຜົນສູງ ສໍາລັບຄົນເຈັບທີ່ຕິດເຊື້ອໄວຣັສນີ້. ທ່ານ ດຣ. ໄມໄຣອັນ ຫົວໜ້າໂຄງການສຸກເສີນຂອງອົງການອະນາໄມໂລກ (WHO) ໄດ້ໃຫ້ຄໍາເຫັນຕໍ່ເລື່ອງນີ້ວ່າ: ການນໍາໃຊ້ນໍ້າເລືອດຈາກຄົນເຈັບທີ່ຫາຍດີມາໃຊ້ ແມ່ນວິທີການທີ່ສົມເຫດສົມຜົນຫຼາຍ ທີ່ຈະໄດ້ຮັບການທົດສອບ ເພາະວ່າມັນໄດ້ພິສູດວ່າມີປະສິດທິຜົນໃນການສູ້ກັບພະຍາດຕິດຕໍ່ອື່ນໆ ລວມທັງເຊື້ອພິດໝາວໍ້ ແລະ ພະ ຍາດຄໍຕີບ, ແຕ່ສິ່ງສໍາຄັນຄືການໃຊ້ເວລາທີ່ເໝາະສົມ […]

ກອງປະຊຸມໃຫຍ່ຄັ້ງທີ IV ຂອງຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ.

ກອງປະຊຸມໃຫຍ່ຄັ້ງທີ IV ຂອງຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ.       ໃນວັນທີ 25 ກຸມພາ 2020 ຜ່ານມາ, ຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ IV ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຄອສພ; ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານໂດຍ: ທ່ານ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ ແລະ ທ່ານ ບຸນຕາ ເທບພະວົງ ຮອງຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເຂົ້າ ຮ່ວມມີ: ຄະນະພັກ ຄອສພ, ຕາງໜ້າອົງການຈັດຕັ້ງມະຫາຊົນ, ຕາງໜ້າບັນດາກົມພາຍໃນ ຄອສພ, ຫົວໜ້າກົມ, ຮອງກົມທີ່ມາຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຊາວໜຸ່ມບັນດາອົງການພັກອ້ອມຂ້າງ ຄອສພ ແລະ ພ້ອມດ້ວຍສະມາຊິກຊາວໜຸ່ມ ຄອສພ ທັງໝົດ 108 ສະຫາຍ, ຍິງ 54 ສະຫາຍ ກໍເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມ ທ່ານ ລິດສະໄໝ ເພັງສະຫວັນ […]

1 30 31 32 33 34