ສົມພິນິດ ວົງສົມບັດ

ກອງປະຊຸມໃຫຍ່ສະຫະພັນແມ່ຍິງ ຄອສພ ຄັ້ງທີ VII

ກອງປະຊຸມໃຫຍ່ສະຫະພັນແມ່ຍິງ ຄອສພ ຄັ້ງທີ VII       ໃນວັນທີ 18 ກຸມພາ 2020 ຜ່ານມາ, ສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ VII ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຄອສພ; ໃຫ້ກຽດເຂົ້າຮ່ວມໂດຍ: ທ່ານ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສະຫະພັນແມ່ຍິງລາວ, ມີຄະນະພັກ ຄອສພ, ຕາງໜ້າອົງການຈັດຕັ້ງມະຫາຊົນ ຄະນະໂຄສະນາອົບ ຮົມສູນກາງພັກ, ຄະນະບໍລິຫານງານສະຫະພັນແມ່ຍິງຄອສພ, ແຂກຖືກເຊີນພ້ອມດ້ວຍສະມາຊິກສະຫະພັນແມ່ຍິງທົ່ວ ຄອສພ ເຂົ້າຮ່ວມທັງໝົດ 77 ສະຫາຍ. ໃນກອງປະຊຸມທ່ານ ນາງ ບົວລີ ບັນຊາລິດ ຄະນະພັກ, ປະທານສະຫະພັນແມ່ຍິງ ຄອສພ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງ, ສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະຫະພັນແມ່ຍິງ ຄອສພ ຄັ້ງທີ […]

ກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດ ປີ 2018-2019

ກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດ ປີ 2018-2019 ໃນວັນທີ 12-13 ກຸມພາ 2020, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດປີ 2018-2019 ຂື້ນຢູ່ທີ່ຫ້ອງປະຊຸມໃຫຍ່ ຄອສພ; ໂດຍການເປັນປະທານຂອງ ທ່ານ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າໂຄສະນາອົບຮົມສູນ ກາງພັກ; ເຂົ້າຮ່ວມມີ: ບັນດາເລຂາ, ຮອງເລຂາຄະນະພັກກະຊວງ,ອົງການອ້ອມຂ້າງສູນກາງ, ຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ຫົວໜ້າກົມ, ຮອງກົມຢູ່ຂັ້ນສູນກາງ, ຫົວໜ້າ, ຮອງຫົວໜ້າ ຄະນະໂຄສະ ນາອົບຮົມແຂວງ, ຫົວໜ້າພະແນກ, ຮອງພະແນກ, ຜູ້ທີ່ເຮັດວຽກງານການເມືອງ-ແນວຄິດ ຕະຫຼອດຮອດພະນັກງານຄະນະໂຄສະນາອົບຮົມຂັ້ນສູນກາງ ກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມທ່ານ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ ໄດ້ລາຍງານການເຄື່ອນໄຫວການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງໂຄສະນາອົບຮົມໃນໄລຍະ 2 ປີຜ່ານມາ ແລະ ທິດທາງໜ້າທີ່ຈຸດສຸມປີ 2020 ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງບັນດາປັດໃຈທີ່ເປັນກາລະໂອກາດ ແລະ ປັດໃຈທີ່ເປັນສິ່ງທ້າທ້າຍຕໍ່ວຽກງານໂຄສະນາອົບຮົມ, ດ້ານດີ ແລະ […]

ຄະນະບໍລິຫານງານຊາວໜຸ່ມ ຄອສພ ຈັດຂະບວນການແຂ່ງຂັນກິລາເພື່ອຕ້ອນຮັບກອງປະຊຸມໃຫຍ່ຊາວໜຸ່ມ

ຄະນະບໍລິຫານງານຊາວໜຸ່ມ ຄອສພ ຈັດຂະບວນການແຂ່ງຂັນກິລາເພື່ອຕ້ອນຮັບກອງປະຊຸມໃຫຍ່ຊາວໜຸ່ມ ໃນຕອນບ່າຍວັນທີ 20 ທັນວາ 2019 ທີ່ຜ່ານມາ ຄະນະບໍລິຫານງານຊາວໜຸ່ມຂອງຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີແຂ່ງຂັນກິລາບານເຕະຍິງ-ຊາຍ ແລະ ກິລາມວນຊົນ ທີ່ເດີນບານຫຼັກ 9 ບ້ານຄຳຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ,ໂດຍໃຫ້ກຽດເປັນປະທານ ແລະ ຜູ້ກ່າວເປີດພິທີ ທ່ານ ນາງ ບົວລີ ບັນຊາລິດ ຄະນະພັກ ຜູ້ຊີ້ນຳວຽກງານ 3 ອົງການຈັດມະຫາຊົນ ເຂົ້າຮ່ວມມີ: ເລຂາ, ຮອງເລຂາໜ່ວຍຊາວໜຸ່ມ ແລະ ສະ ມາຊິກຊາວໜຸ່ມບັນດາກົມທົ່ວ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ທ່ານ ນາງ ບົວລີ ບັນຊາລິດ ຄະນະພັກ ຜູ້ຊີ້ນຳວຽກງານ 3 ອົງການຈັດມະຫາຊົນໄດ້ກ່າວວ່າ: ຂະ ບວນການແຂ່ງຂັນກິລາໃນຄັ້ງນີ້ເພື່ອຂຳນັບຮັບຕ້ອນກອງປະຊຸມໃຫຍ່ຊາວໜຸ່ມທີ່ຈະມາເຖີງໃນໄວໆນີ້, ເປັນການສ້າງໂອກາດໃຫ້ຊາວໜຸ່ມທົ່ວ ຄອສພ ໄດ້ແລກປ່ຽນບົດຮຽນດ້ານວຽກງານກິລາຮ່ວມກັນ, ສ້າງເງື່ອນໄຂກະຕຸກຊຸກຍູ້ໃຫ້ຊາວໜຸ່ມຫັນມາຫຼິ້ນກິລາຢ່າງເປັນຂະບວນກວ້າງຂວາງຟົດຟື້ນເພື່ອສຸຂະພາບ, ຄວາມສາມັກຄີ ແລະ ມິດຕະພາບ. ນອກນັ້ນ ທ່ານ ຍັງໄດ້ຮຽກຮ້ອງໃຫ້ນັກກິລາທຸກຄົນເອົາໃຈໃສ່ເຮັດໜ້າທີ່ດ້ວຍຄວາມບໍລິສຸດຍຸດຕິທຳ, […]

ກອງປະຊຸມສະມາຊິກພັກບຳນານ

ກອງປະຊຸມສະມາຊິກພັກບຳນານ ໃນຕອນບ່າຍຂອງວັນທີ 26 ທັນວາ 2019 ຜ່ານມາ, ໜ່ວຍພັກບໍານານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມປະຈຳປີ2019 ຢູ່ທີ່ ຫ້ອງປະຊຸມ ຊັ້ນ (5) ຂອງ ຄອສພ; ພາຍໃຕ້ການເປັນປະທານໂດຍ ສະຫາຍ ຄຳເຈນ ວົງໂພສີ ກຳມະການສູນກາງພັກ ຮອງເລຂາທິການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ, ເຂົ້າຮ່ວມມີ: ຄະນະໜ່ວຍພັກ, ສະມາຊິກພັກບໍານານ, ມີບັນດາສະຫາຍຕາງໜ້າພະແນກກວດກາ ເຂົ້າຮ່ວມ. ໃນກອງປະຊຸມດັ່ງກ່າວສະຫາຍ ບົວຈັນ ເພັງສະຫວັດ ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານປະຈຳປີ 2019 ແລະ ທິດທາງປະຈຳປີ 2020 ເຊິ່ງໄດ້ສະຫຼຸບຕີລາ ຄາຈຸດດີ, ຈຸດອ່ອນ ການເຄື່ອນໄຫວປະຕິບັດໜ້າທີ່ຂອງໜ່ວຍພັກບໍານານຕໍ່ທີ່ປະຊຸມ; ພ້ອມນັ້ນສະມາຊິກພັກບາງສະຫາຍຍັງໄດ້ສະເໜີ ແລະ ປະຄຳຄິດຄຳເຫັນໃສ່ບົດລາຍງານເປັນຕົ້ນແມ່ນສະເໜີການຮັບຂໍ້ມູນຂ່າວສານຈາກສູນກາງ ແລະ ທ້ອງຖິ່ນ, ສິດ ແລະ ນະໂຍບາຍ ແລະ ອຶ່ນໆ ເພື່ອປະກອບໃຫ້ບົດສະຫຼູບດັ່ງກ່າວຄົບຖ້ວນສົມບູນນຳໄປປັບປຸງແກ້ໄຂໃຫ້ດີຂື້ນກວ່າເກົ່າ. ໃນໂອກາດທີ່ມີຄວາມໝາຍ ຄວາມສໍາຄັນດັ່ງກ່າວ ສະຫາຍ ຄຳເຈນ […]

1 31 32 33 34