ສົມພິນິດ ວົງສົມບັດ

ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ພົບປະແລກປ່ຽນບົດຮຽນທາງດ້ານວຽກງານເອເລັກໂຕຣນິກ ກັບ ສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ ກະຊວງວິທະຍາສາດເຕັກໂນໂລຊີ.

ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ພົບປະແລກປ່ຽນບົດຮຽນທາງດ້ານວຽກງານເອເລັກໂຕຣນິກ ກັບ ສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ ກະຊວງວິທະ ຍາສາດເຕັກໂນໂລຊີ. ໃນຕອນບ່າຍຂອງວັນທີ 6 ກຸມພາ 2020 ຜ່ານມາ, ກົມຂໍ້ມູນຂ່າວສານ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບປະແລກປ່ຽນບົດຮຽນທາງດ້ານວຽກງານເອເລັກໂຕຣນິກ(ໄອຊີທີ) ກັບ ສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ ກະຊວງວິທະຍາສາດເຕັກໂນໂລຊີ, ເຊິ່ງນໍາໂດຍ ທ່ານ ວັນຕຸລາ ຣັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານ, ພ້ອມດ້ວຍຄະນະ ໂດຍການຕ້ອນຮັບຂອງ ທ່ານ ວິລະສັກ ອິນທະປະຖາ ຫົວໜ້າສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ ພ້ອມດ້ວຍຄະນະ. ໃນພິທີ ທ່ານ ວັນຕຸລາ ຣັກນຸດ ໄດ້ກ່າວຈຸດປະສົງ ແລະ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຂອງ ຄະນະ ແລະ ພະນັກງານຂອງ ສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ. ໃນການພົບປະແລກປ່ຽນບົດ ຮຽນໃນຄັ້ງນີ້ແນ່ໃສ່ ເພື່ອເຮັດໃຫ້ພະນັກງານວິຊາການທັງສອງຝ່າຍໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງເລິກເຊິ່ງກ່ຽວກັບວຽກງານໄອທີ ກໍຄືການພັດທະນາ, […]

ພິທີປາຖະກະຖາວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 16 ປີ (9 ທັນວາ 2003-9 ທັນວາ 2019)

ພິທີປາຖະກະຖາວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 16 ປີ (9 ທັນວາ 2003-9 ທັນວາ 2019) ໃນຕອນເຊົ້າວັນທີ 26 ທັນວາ 2019 ຜ່ານມາ ທີ່ຫ້ອງປະຊຸມໃຫຍ່ຂອງຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປາຖະກະຖາວັນຕ້ານການສໍ້ລາດ ບັງຫຼວງສາກົນຄົບຮອບ 16 ປີ (9 ທັນວາ 2003-9 ທັນວາ 2019) ໃຫ້ກຽດເປັນປະທານ ແລະ ປາຖະກະຖາໂດຍ ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງ ພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມມີ: ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວ ໜ້າພະແນກ ແລະ ວິຊາການທົ່ວ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີທ່ານ ນາງ ສົມພອຍ ພົມມະຈັກ ຄະນະພັກ ຮອງປະທານກວດກາ ຜູ້ຊີ້ນຳວຽກງານກວດກາພັກໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການເຄື່ອນ ໄຫວວຽກງານກວດກາ ໃນປີ 2019, ທິດທາງແຜນການເຄື່ອນໄຫວວຽກງານກວດກາ ປີ […]

ຄະນະໂຄສະນາອົບຮົມສູນກາງພັກຈັດພິທີປາຖະກະຖາວັນສ້າງຕັ້ງອົງການກາແດງລາວຄົບຮອບ 65 ປີ.

ຄະນະໂຄສະນາອົບຮົມສູນກາງພັກຈັດພິທີປາຖະກະຖາວັນສ້າງຕັ້ງອົງການກາແດງລາວຄົບຮອບ 65 ປີ. ໃນຕອນເຊົ້າວັນທີ 24 ທັນວາ 2019 ທີ່ຫ້ອງປະຊຸມໃຫຍ່ຂອງຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງອົງການກາແດງ ລາວຄົບຮອບ 65 ປີ( 01 ມັງກອນ1955 – 01 ມັງກອນ 2020)ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄໍາເຈນ ວົງໂພສີ ກຳມະການສູນກາງພັກ ຮອງ ເລຂາຄະ ນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ໃຫ້ກຽດປາຖະກະຖາໂດຍ ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ມີ: ຄະນະພັກ, ພະນັກງານຫຼັກແຫຼ່ງຈາກກະຊວງອົງການອ້ອມຂ້າງສູນກາງ ແລະ ພະນັກງານທົ່ວ ຄອສພ ເຂົ້າຮ່ວມ. ໃນພິທີດັ່ງກ່າວ ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ໄດ້ຍົກໃຫ້ເຫັນ: ຂະບວນການກາແດງສາກົນ, ການກຳເນີດເຕີມໃຫຍ່ຂະ ຫຍາຍຕົວຂອງອົງການກາແດງລາວ, ຄວາມໝາຍຄວາມສຳຄັນຂອງອົງການກາແດງທີ່ໃຫ້ການຊ່ວຍເຫຼືອຊີວິດ ຂອງມວນມະນຸດໃນຕະຫຼອດໄລຍະທີ່ ຜ່ານມາ, ຜົນງານທີ່ພົ້ນເດັ່ນຕະຫຼອດໄລຍະ 65 ປີຜ່ານມາ; ການຕັ້ງໜ້າເສີມຂະຫຍາຍພາລະບົດບາດ-ໜ້າທີ່ຂອງອົງການກາແດງລາວທີ່ ເປັນເສນາ […]

1 32 33 34