ພິທີສະຫຼຸບຜົນງານການເຄື່ອນໄຫວວຽກງານຂອງຄະນະຊາວ ໜຸ່ມ ຄອສພ ປະຈໍາປີ 2021 ແລະ ສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 67 ປີ (14 ເມສາ 1955-14 ເມສາ 2022).


ພິທີສະຫຼຸບຜົນງານການເຄື່ອນໄຫວວຽກງານຂອງຄະນະຊາວໜຸ່ມ ຄອສພ ປະຈໍາປີ 2021 ແລະ ສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 67 ປີ (14 ເມສາ 1955-14 ເມສາ 2022).
ໃນຕອນເຊົ້າຂອງວັນທີ 22 ເມສາ 2022, ຄະນະຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີສະຫຼຸບຜົນງານການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 67 ປີ (14 ເມສາ 1955-14 ເມສາ 2022); ໂດຍໃຫ້ກຽດເປັນປະທານຂອງທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ; ເຂົ້າຮ່ວມມີ: ທ່ານ ນາງ ສຸກສະຫວັນ ອິນຄະວິໄລ ກຳມະ ການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ, ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ປະທານສະຫະພັນກໍາມະບານ, ປະທານສະຫະພັນແມ່ຍິງ ຄອສພ, ເລ ຂາໜ່ວຍຊາວໜຸ່ມ, ຮອງເລຂາ ແລະ ສະມາຊິກຊາວໜຸ່ມ ທົ່ວຄອສພ ເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.

ໃນພິທີຕອນເຊົ້າໄດ້ຈັດກິດຈະກໍາການແຂ່ງຂັນຖາມ-ຕອບ ເພື່ອເປັນການສ້າງຂະບວນການຕ້ອນຮັບວັນສໍາຄັນຕ່າງໆ ຂອງພັກ ຂອງຊາດ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ໃຫ້ກຽດມີຄໍາເຫັນ ແລະ ກ່າວເປີດພິທີຢ່າງເປັນທາງການ ໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ເຊິ່ງທ່ານໄດ້ມີຄໍາເຫັນ ແລະ ຮຽກຮ້ອງໃຫ້ ສະມາຊິກຜູ້ທີ່ເຂົ້າຮ່ວມການແຂ່ງຂັນຈົ່ງມີສະຕິ ແລະ ມີສະມາຖິໃນການຕອບຄໍາຖາມ ເພື່ອໃຫ້ໄດ້ຄໍາຕອບທີ່ຖືກຕ້ອງຊັດເຈນ, ທັງເປັນການປະກອບສ່ວນເຂົ້າໃນຂະບວນການຄັ້ງນີ້ໃຫ້ເປັນຂະບວນການຟົດຟື້ນ ແລະ ເຕັມໄປດ້ວຍຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ.

ຜ່ານການແຂ່ງຂັນຖາມ-ຕອບ ຢ່າງເປັນຂະບວນການຟົດຟື້ນ ແລະ ເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນເຊິ່ງສາມາດສະຫຼຸບຜົນການແຂ່ງຂັນໄດ້ດັ່ງນີ້:
– ກົມສັງລວມ ໄດ້ຮັບລາງວັນທີ 1
– ວາລະສານອະລຸນໃໝ່ ໄດ້ຮັບລາງວັນທີ 2
– ວາລະສານໂຄສະນາ ໄດ້ຮັບລາງວັນທີ 3

– ກົມຂໍ້ມູນຂ່າວສານ, ຫ້ອງການ, ກົມໂຄສະນາ, ກົມຈັດຕັ້ງ-ພະນັກງານ, ກົມອົບຮົມ ໄດ້ຮັບລາງວັນຊົມເຊີຍ

ໃນຕອນບ່າຍຂອງພິທີ ທ່ານ ນາງ ສຸກສະຫວັນ ອິນຄະວິໄລ ກຳມະການຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບຜົນງານການເຄື່ອນໄຫວວຽກງານຂອງ ຄະນະຊາວໜຸ່ມ ຄອສພ ປະຈໍາປີ 2021 ແລະ ທິດທາງແຜນການໃນປີ 2022 ເຊິ່ງຊີ້ໃຫ້ເຫັນເຖິງດ້ານການເມືອງ-ແນວຄິດ, ວຽກງານວິຊາສະເພາະຂອງບັນດາໜ່ວຍ, ວຽກງານການປັບປຸງກົງຈັກການຈັດຕັ້ງ, ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ດ້ານວຽກງານຂະບວນການ ອື່ນໆ ແລະ ຮັບຟັງການເຜີຍແຜ່ຜົນສໍາເລັດຂອງກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ຄັ້ງທີ 3 ສະໄໝທີ VIII.
ໃນໂອກາດທີ່ມີຄວາມໝາຍ ຄວາມສໍາຄັນດັ່ງກ່າວ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ໄດ້ມີຄໍາເຫັນໂອ້ລົມຕໍ່ສະມາຊິກຊາວໜຸ່ມທັງໝົດ ກ່ອນອື່ນ ທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວຂອງຄະນະຊາວໜຸ່ມ ທີ່ຍາດມາມາໄດ້ໃນໄລຍະຜ່ານມາ ແລະ ໄດ້ຫວນຄືນເຖີງມູນເຊືອ, ຕົ້ນກຳເນີດການເຕີບໃຫຍ່ຂະຫຍາຍຕົວ, ຜົນງານການເຄື່ອນໄຫວຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວໃນໄລຍະກ່ອນມາເຖິງປັດຈຸບັນ, ພ້ອມນັ້ນທ່ານ ຍັງຮຽກຮ້ອງມາຍັງສະມາຊິກຊາວໜຸ່ມທັງໝົດ ຈົ່ງພ້ອມກັນເຊື່ອມຊືມບັນດາແນວທາງຂອງພັກໃຫ້ເລິກເຊິ່ງ, ເພີ່ມທະວີການປະກອບສ່ວນໃນຂະບວນການເຄື່ອນໄຫວວຽກງານຂອງຄະນະຊາວໜຸ່ມ ຄອສພ ແລະ ຂະບວນການຂອງອົງການຈັດຕັ້ງມະຫາຊົນຢ່າງຕັ້ງໜ້າ, ເພີ່ມທະວີຮັດແໜ້ນຄວາມສາມັກຄີພາຍໃນ-ພາຍນອກ, ເອົາໃຈໃສ່ສູ້ຊົນໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນດ້ວຍຄວາມຫ້າວຫັນ, ຊອກຮູ້ຮໍ່າຮຽນ ແລກປ່ຽນປະສົບການເຊິ່ງກັນ ແລະ ກັນ ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອນໍາເອົາຄວາມຮູ້ ຄວາມສາມາດ ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານໃນໄລຍະໃໝ່ໃຫ້ປະສົບຜົນສໍາເລັດເປັນກ້າວໆ.