ກົມສັງລວມ ຄະນະໂຄສະນາອົບຮົມສູນກາງພັກ ລົງເຄື່ອນໄຫວວຽກງານທີ່ ແຂວງຄໍາມ່ວນ.

     ໃນລະຫວ່າງວັນທີ 14-16 ມີນາ 2022 ກົມສັງລວມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົບທົບກັບຄະນະໂຄສະນາອົບຮົມ ແຂວງຄໍາມ່ວນ ຈັດຕັ້ງການຝຶກອົບຮົມວຽກ ງານສັງລວມ-ຫາງສຽງສັງຄົມ ຢູ່ແຂວງ ປະຈໍາປີ 2022 ທີ່ຫ້ອງປະຊຸມຫ້ອງວ່າການແຂວງຄໍາມ່ວນ ໃຫ້ກຽດເປັນປະທານ ແລະ ກ່າວເປີດພິທີໂດຍ ທ່ານ ສົມພົງ ວັນໄພທອງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ທ່ານ ນາງ ແສງຕານ ແກ້ວອິນດາປີງ, ຫົວໜ້າກົມສັງລວມ ຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງມີນັກສໍາມະນາ ກອນທີ່ມາຈາກ ບັນດາຫ້ອງການອ້ອມຂ້າງແຂວງ ໂດຍແມ່ນບັນດາຄະນະພັກ-ຫົວໜ້າຫ້ອງການ, ເລຂາພັກ ເຂົ້າຮ່ວມທັງໝົດ 47 ສະຫາຍ, ຍິງ 12 ສະຫາຍ.
      ການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ພະນັກງານການນຳຫຼັກແຫຼ່ງທົ່ວແຂວງ ຜູ້ທີ່ເຮັດວຽກງານຄົ້ນຄວ້າສັງລວມ-ເກັບກໍາຫາງສຽງສັງຄົມ ມີຄວາມຮັບຮູ້ເຂົ້າໃຈ ແລະ ກໍາໄດ້ຄວາມໝາຍຄວາມສໍາຄັນ, ພາລະບົດບາດ, ໜ້າທີ່ຂອງພະນັກງານ ທີ່ເຮັດວຽກງານຄົ້ນຄວ້າສັງລວມ-ຫາງສຽງສັງຄົມ ເລິກເຊິ່ງກວ່າເກົ່າ.
      ການຈັດຝຶກອົບຮົມໃນຄັ້ງນີ້ ໄດ້ນໍາໃຊ້ເອກະສານ 4 ບົດ ຄື: ບົດທີ1: ບັນຫາພື້ນ ຖານກ່ຽວກັບວຽກງານຫາງສຽງສັງຄົມ; ບົດທີ2: ວິທີການເກັບກໍາ ແລະ ການນໍາໃຊ້ຫາງສຽງສັງຄົມເຂົ້າໃນວຽກງານການເມືອງ-ແນວຄິດ; ບົດທີ3: ຕາໜ່າງເພື່ອນຮ່ວມງານ ແລະ ບົດທີ4: ວຽກງານຄົ້ນຄວ້າສັງ ລວມ.
     ໃນພິທີປິດຊຸດຝຶກອົບຮົມ ທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກການເມືອງ-ແນວຄິດ, ວຽກພັກ-ພະນັກງານ ໃຫ້ກຽດໂອ້ລົມ ແລະ ກ່າວປິດ ຊຸດຝຶກອົບຮົມ ພ້ອມທັງມອບໃບຢັ້ງຢືນໃຫ້ແກ່ນັກສໍາມະນາກອນທີ່ເຂົ້າຮ່ວມໃນການຝຶກອົບຮົມ.