ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ກະຊວງສາທາລະນະສຸກ ຈັດປາຖະກະຖາກ່ຽວກັບການປ້ອງກັນ, ສະກັດກັ້ນການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ -19).

ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ກະຊວງສາທາລະນະສຸກ ຈັດປາຖະກະຖາກ່ຽວກັບການປ້ອງກັນ, ສະກັດກັ້ນການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ -19).

      ໃນຕອນເຊົ້າຂອງວັນທີ 4 ມີນາ 2020, ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ກະຊວງສາທາລະ ນະສຸກ ຈັດປາຖະກະຖາກ່ຽວກັບການປ້ອງກັນ, ສະກັດກັ້ນການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ -19) ຂຶ້ນຢູ່ ຫ້ອງປະຊຸມໃຫຍ່ ຂອງຄະນະໂຄສະນາອົບຮົມສູນກາງພັກ; ໂດຍການໃຫ້ກຽດເປັນປະທານຮ່ວມ ຂອງ ທ່ານ ສຈ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີ: ຄະນະພັກ, ຄະນະນໍາ ຈາກບັນດາກະຊວງອົງການອ້ອມຂ້າງສູນກາງ, ຄະນະບັນນາທິ ການຂອງບັນດາສື່ມວນຊົນ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານ-ລັດຖະກອນທົ່ວ ຄອສພ ກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

      ຈຸດປະສົງໃນການຈັດປາຖະກະຖາຄັ້ງນີ້ແມ່ນ ເພື່ອເຮັດໃຫ້ຄະນະພັກ, ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງຂອງບັນດາກະຊວງອົງການອ້ອມຂ້າງສູນກາງ ໄດ້ຮັບຮູ້, ເຂົ້າໃຈຢ່າງຈະແຈ້ງກ່ຽວກັບວິທີການປ້ອງກັນການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ -19); ທັງເປັນການສະໜອງຂໍ້ມູນຂ່າວສານໃຫ້ແກ່ຄະນະພັກ, ຄະນະນໍາ ໃນການນໍາພາແນວຄິດຂອງພະ ນັກງານສະມາຊິກພັກ, ລັດຖະກອນ ແລະ ປະຊາຊົນບັນດາເຜົ່າໃຫ້ມີຄວາມຮັບຮູ້, ເຂົ້າໃຈເປັນເອກະພາບຕໍ່ທັດສະນະ, ແນວທາງນະໂຍບາຍຂອງພັກ-ລັດຢ່າງຖືກຕ້ອງ ແນ່ໃສ່ສ້າງຄວາມເຂົ້າໃຈຢ່າງເປັນເອກະພາບ ແລະ ມີສະຕິຕໍ່ກົນອຸບາຍຂອງກຸ່ມຄົນບໍ່ຫວັງດີ ພ້ອມທັງເປັນເຈົ້າການສະກັດກັ້ນປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວ, ຕ້ານການໂຄສະນາບິດເບືອນຄວາມຈິງ ດ້ວຍຮູບການຕ່າງໆລວມທັງການໂຕ້ຕອບສື່ອອນລາຍໃຫ້ທັນການ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ; ພ້ອມນັ້ນ ທ່ານ ສຈ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດກ່າວເຜີຍແຜ່ກ່ຽວກັບການປ້ອງກັນ, ສະກັດກັ້ນການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ -19) ເຊິ່ງກ່ອນອື່ນ ທ່ານໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ ແລະ ສະ ພາບການແຜ່ລະບາດ ຂອງເຊື້ອພະຍາດ ໂຄວິດ -19 ໃນປັດຈຸບັນ; ພ້ອມທັງມາດຕະການ ການຄວບຄຸມວິທີ ການປ້ອງກັນ ຂອງ ສປປ ລາວ, ຜົນກະທົບຂອງເຊື້ອພະຍາດຊະນິດນີ້ຕໍ່ກັບເສດຖະກິດ, ການທ່ອງທ່ຽວ, ການຄົມມະນາຄົມຂົນສົ່ງ, ລວມໄປເຖິງການຈໍາກັດການເຂົ້າ-ອອກ ຂອງກໍາລັງແຮງງານອື່ນໆ, ນອກຈາກນັ້ນທ່ານ ຍັງໃຫ້ຮູ້ຕື່ມວ່າ ໄວຮັສຊະນິດນີ້ສາມາດຕິດຕໍ່ກັນໄດ້ໂດຍທາງລະບົບຫາຍໃຈ ແລະ ການສໍາພັດຈັບບາຍສິ່ງຂອງຮ່ວມກັບຜູ້ທີ່ຕິດເຊື້ອພະຍາດດັ່ງກ່າວ. ອາການຂອງຜູ້ທີ່ຕິດເຊື້ອພະຍາດດັ່ງກ່າວຈະສະແດງອອກພາຍໃນ 14 ວັນ ຫຼື 3 ອາທິດເຊັ່ນ: ມີໄຂ້ສູງ, ໄອ, ຈາມ, ຫາຍໃຈຍາກ; ໃນປັດຈຸບັນພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ -19) ໄດ້ມີການແຜ່ລະບາດຢູ່ 71 ປະເທດໃນທົ່ວໂລກແລ້ວ; ໃນນັ້ນມີຜູ້ຕິດເຊື້ອແລ້ວ 91,320 ກວ່າຄົນ, ເສຍຊີວິດ 3,118 ຄົນ; ຕໍ່ກັບສະພາບການດັ່ງກ່າວ ທ່ານ ສຈ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ຈຶ່ງໄດ້ເນັ້ນໜັກໃຫ້ທຸກສະຫາຍມີສະຕິໃນການປ້ອງກັນພະຍາດດັ່ງກ່າວ ໂດຍການຫຼີກລ້ຽງໄປໃນສະຖານທີ່ໆແອອັດ, ງານໂຮມຊຸມນຸມ ຫຼື ເຂດທີ່ມີການລະບາດ, ພຶ້ນທີ່ມີຄວາມສ່ຽງ ( ຖ້າມີຄວາມຈໍາເປັນຕ້ອງໄປ ກໍຄວນໃສ່ຜ້າອັດປາກອັດດັງ ) ແລະ ຄວນລ້າງມືໃຫ້ສະອາດຢູ່ຕະຫຼອດເວລາ ເພື່ອປ້ອງກັນພະຍາດປອດອັກເສບ ຈາກເຊື້ອຈຸລະໂລກສາຍພັນໃໝ່ ( ໂຄວິດ -19 ).

     ການປາຖະກະຖາໃນຄັ້ງນີ້ ໄດ້ໃຫ້ຄວາມຮູ້ທີ່ເປັນປະໂຫຍດຫຼາຍ ແລະ ເຮັດໃຫ້ພວກເຮົາມີສະຕິຕື່ນຕົວສູງໃນການປ້ອງກັນການແຜ່ລະບາດ ຂອງພະຍາດດັ່ງກ່າວ. ບັນດາການນໍາກະຊວງ, ອົງການ ແລະ ອົງການສື່ຕ່າງໆຢູ່ໃນ ສປປ ລາວ ຈະນໍາເອົາຄວາມຮູ້ດັ່ງກ່າວໄປໂຄສະນາປຸກລະດົມໃຫ້ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະ ຊາຊົນ ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ມີສະຕິໃນການຕ້ານ ແລະ ປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວ ໃຫ້ມີປະສິດທິຜົນສູງສຸດ ແນ່ໃສ່ຫຼີກລ້ຽງຄວາມສູນເສຍທີ່ຈະເກີດຂຶ້ນໃນອານາຄົດ.