ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ກະຊວງຍຸຕິທຳ ຈັດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ໃຫ້ພະນັກງານນຳພາ-ຄຸ້ມຄອງ ຂອງກະຊວງຍຸຕິທຳ.

ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ກະຊວງຍຸຕິທຳ ຈັດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ໃຫ້ພະນັກງານນຳພາ-ຄຸ້ມຄອງ ຂອງກະຊວງຍຸຕິທຳ.

     ໃນລະຫວ່າງວັນທີ 10-13 ມີນາ 2020 ຜ່ານມາ, ຢູ່ທີ່ກະຊວງຍຸຕິທຳຫຼັງໃໝ່ ໄດ້ເປີດຊຸດຝຶກອົບຮົມກ່ຽວ ກັບວຽກງານໂຄສະນາ-ປາຖະກະຖາຊຸດທີ I ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງ ຂອງກະຊວງຍຸຕິທໍາ; ໂດຍການເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ກໍາມະການສູນກາງພັກ ລັດຖະມົນຕີກະຊວງຍຸຕິທຳ, ເຂົ້າ ຮ່ວມມີ: ທ່ານ ນາງ ບົວລີ ບັນຊາລິດ ຄະນະພັກ ຫົວໜ້າກົມໂຄສະນາ ພ້ອມດ້ວຍຄະນະ, ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງທີ່ມາຈາກຫ້ອງການ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທຳແຫ່ງຊາດ ແລະ ສະພາທະນາຍຄວາມແຫ່ງ ສປປ ລາວ ເຂົ້າຮ່ວມຝຶກຈຳນວນ 48 ສະຫາຍ, ຍິງ 7 ສະຫາຍທີ່ເປັນ.  

ຊຸດຝຶກອົບຮົມໄດ້ຄົ້ນຄວ້າເອກະສານຂອງ ຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງປະກອບມີ 4 ເອກະສານຄື:

  1. ບັນຫາພື້ນຖານຂອງວຽກງານໂຄສະນາ.
  2. ຝຶກຝົນຄວາມສາມາດໃນການຂຽນເອກະສານ.  
  3. ຄຸນລັກສະນະ ແລະ ສິລະປະໃນການປາກເວົ້າ.  
  4. ບັນດານິຕິກຳ ແລະ ບາງບົດຮຽນໃນການເຄື່ອນໄຫວໂຄສະນາ-ປາຖະກະຖາ.

     ໃນພິທີ ທ່ານ ໄຊສີ ສັນຕິວົງ ກໍາມະການສູນກາງພັກ ລັດຖະມົນຕີກະຊວງຍຸຕິທຳໄດ້ມີຄຳເຫັນຕໍ່ຊຸດຝຶກອົບ ຮົມວ່າ: ຈຸດປະສົງໃນການຈັດຊຸດຝຶກອົບຮົມຄັ້ງນີ້ແມ່ນ ເພື່ອເປັນການສ້າງເງື່ອນໄຂສະດວກໃຫ້ແກ່ຜູ້ທີ່ເຮັດວຽກງານໂຄສະນາ ສ້າງຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງຂອງພັກ ທີ່ມີຕໍ່ວຽກງານໂຄສະ ນາ, ພ້ອມທັງຍົກລະດັບຄວາມຮູ້ທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງໃນການເຄື່ອນໄຫວໃນການເຮັດວຽກງານໂຄສະ ນາ, ທັງເປັນການປັບປຸງທັດສະນະຫຼັກ ໝັ້ນການເມືອງແກ່ພະນັກງານນຳພາ-ຄຸ້ມຄອງ ໃນຂະແໜງການຍຸດຕິ ທຳ, ພ້ອມທັງເຮັດໃຫ້ການໂຄສະນາວຽກງານຍຸດຕິທຳກໍຄືກົດໝາຍໄດ້ຮັບການຍົກລະ ດັບຂຶ້ນ ພ້ອມນັ້ນຍັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິ ບັດແນວທາງຂອງພັກກ່ຽວກັບການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດ ໝາຍໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ.

                                                                                                   ໂດຍ: ຜ,ຜົນບຸນ