ສົມພິນິດ ວົງສົມບັດ

ແນວຄິດໄກສອນ ພົມວິຫານ ກ່ຽວກັບເສັ້ນທາງແຫ່ງການກ້າວຂຶ້ນສັງຄົມນິຍົມ ຢູ່ປະເທດເຮົາ.

ໃນວັນທີ 12 ທັນວາ 2023 ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດລະດັບຊາດ ຂຶ້ນທີ່ສະໂມ ສອນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍພາຍໃຕ້ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບເສັ້ນທາງແຫ່ງການກ້າວຂຶ້ນສັງຄົມນິຍົມ ຢູ່ປະເທດເຮົາ” ໃຫ້ກຽດເປັນປະທານຊີ້ນໍາກອງປະຊຸມໂດຍສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຫົວໜ້າຄະນະຮັບຜິດ ຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ແລະ ໃຫ້ກຽດເປັນຄະນະປະທານຮ່ວມມີ ສະຫາຍ ສົມສະ ຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ; ສະຫາຍ ສອນທະນູ ທໍາມະວົງ ກໍາມະການສູນກາງພັກ ຫົວໜ້າສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຮອງປະທານ ຜູ້ປະຈໍາການສະພາທິດສະດີສູນກາງພັກ; ສະຫາຍ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮອງປະທານສະພາທິດສະດີສູນກາງພັກ […]

ກອງປະຊຸມສຳມະນາວິທະຍາສາດລະດັບຊາດ ເພື່ອລະນຶກວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ( 8 ກຸມພາ 1924 – 8 ກຸມພາ 2024 ).

ກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ເພື່ອລະນຶກວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ໄດ້ຈັດຂຶ້ນໃນວັນທີ 7 ທັນວາ ນີ້ ທີ່ແຂວງຫົວພັນ ຖານທີ່ໝັ້ນຂອງການປະຕິວັດລາວ ພາຍໃຕ້ການເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາ ຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະ ພາທິດສະດີສູນກາງພັກ ຫົວໜ້າຄະນະຮັບຜິດຊອບຊີ້ນຳການກະກຽມສະເຫຼີມສະຫຼອງວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ, ທ່ານ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫົວພັນ, ທ່ານ ສອນທະນູ ທຳມະວົງ ກຳມະການສູນກາງພັກ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີບັນດາແຂກຖືກເຊີນ ແລະ ພະນັກງານວິຊາການເຂົ້າຮ່ວມ.

ຝຶກອົບຮົມວຽກງານໂຄສະນາອົບຮົມ 6 ແຂວງພາກກາງ.

ພິທີເປີດຊຸດອົບຮົມວຽກງານໂຄສະນາອົບຮົມໃຫ້ແກ່ຄະນະໂຄສະນາອົບຮົມ 6 ແຂວງພາກກາງປະຈໍາປີ 2023 ຈັດຂຶ້ນໃນວັນທີ 27 ພະຈິກ 2023 ທີ່ແຂວງຄໍາມ່ວນ ໂດຍການເປັນປະທານຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ, ທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີທ່ານຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ພະແນກການອ້ອມຂ້າງແຂວງ, ຫົວໜ້າຄະນະໂຄສະນາອົບຮົມ 6 ແຂວງ ຄື: ຊຽງຂວາງ, ໄຊສົມບູນ, ບໍລິຄຳໄຊ, ວຽງຈັນ, ນະຄອນຫຼວງວຽງຈັນ ແລະ ແຂວງຄຳມ່ວນ.

ພິທີປາຖະກະຖາ ຫວນຄືນມູນເຊື້ອ 2 ວັນປະຫວັດສາດຂອງຊາດ ທີ່ມະຫາວິທະຍາໄລແຫ່ງຊາດ.

ໃນຕອນເຊົ້າຂອງວັນທີ 24 ພະຈິກ 2023 ອົງຄະນະພັກ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີປາຖະກະຖາວັນປະກາດເອກະລາດ ຄົບຮອບ 78 ປີ ແລະ ວັນການທູດລາວ ຄົບຮອບ 78 ປີ (12 ຕຸລາ 1945-12 ຕຸລາ 2023) ໃຫ້ກຽດປາຖະກະຖາໂດຍທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີ: ບັນດາຄະນະພັກຮາກຖານ, ຄະນະໜ່ວຍພັກ, ຄູ-ອາຈານ, ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

ຄະນະໂຄສະນາອົບຮົມສູນກາງພັກ ຈັດກອງປະຊຸມເຊື່ອມຊືມຄໍາສັ່ງ, ຄໍາແນະນໍາ ກ່ຽວກັບການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.

ໃນວັນທີ 22-23 ພະຈິກ 2023 . ຄະນະໂຄສະນາອົບຮົມສູນກາງພັກ ຈັດກອງປະຊຸມເຊື່ອມຊຶມຄໍາສັ່ງ, ຄໍາແນະນໍາ ກ່ຽວກັບການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຄອສພ ໂດຍການເປັນປະທານຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວ   ຫນ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ;ເຂົ້າຮ່ວມມີ: ຄະນະພັກ, ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ, ບັນດາຫົວ ຫນ້າກົມ, ຮອງຫົວຫນ້າກົມ, ຫົວຫນ້າພະແນກ, ຮອງຫົວຫນ້າພະແນກ ແລະ ພະນັກງານວິຊາການທົ່ວ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.

1 2 3 4 5 6 34