ສົມພິນິດ ວົງສົມບັດ

ພິທີປາຖະກະຖາຜົນສໍາເລັດອັນພົ້ນເດັ່ນ ຂອງພັກກອມມູນິດຫວຽດນາມ ໃນການນໍາພາປະເທດຊາດກ້າວຂຶ້ນສັງຄົມນິຍົມ ແລະ ນະໂຍບາຍຕ່າງປະເທດໃນເງື່ອນໄຂປັດຈຸບັນ.

ໃນຕອນເຊົ້າ ຂອງວັນທີ 17 ຕຸລາ 2023 ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປລາວ ຈັດປາ ຖະກະຖາພາຍໃຕ້ຫົວຂໍ້: ຜົນສໍາເລັດອັນພົ້ນເດັ່ນ ຂອງພັກກອມມູນິດຫວຽດນາມ ໃນການນໍາພາປະເທດຊາດກ້າວຂຶ້ນສັງຄົມນິຍົມ ແລະ ນະໂຍບາຍຕ່າງປະເທດໃນເງື່ອນໄຂປັດຈຸບັນ; ໃຫ້ກຽດເຂົ້າຮ່ວມມີ: ທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ, ມີບັນດາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງລັດຖະມົນຕີບັນດາກະຊວງ-ອົງການອ້ອມຂ້າງສູນກາງພັກ, ຫົວໜ້າກົມ, ຮອງຫົວ ໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຄະນະໂຄສະນາອົບຮົມເມືອງ, ນະຄອນຫຼວງ ແລະ ພະນັກງານວິຊາການທັງໝົດ ພາຍໃນ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.

ພິທີເປີດວາລະສານອະລຸນໃໝ່ເອເລັກໂຕຣນິກ ຢ່າງເປັນທາງ ການ.

ໃນວັນທີ 9 ຕຸລານີ້ ທີ່ຫ້ອງວ່າການສູນກາງພັກ ໄດ້ມີພິທີເປີດວາລະສານອະລຸນໃໝ່ເປັນວາລະສານເອເລັກໂຕຣນິກ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ສະຫາຍ ລາວປາວຊົງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍນາງ ວິລະວອນ ພັນທະວົງ ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາວາລະສານອະລຸນໃໝ່, ມີພາກສ່ວນທີ່ກ່ຽວເຂົ້າຮ່ວມ ແລະ ບັນດາສື່ສິ່ງພິມອອນລາຍເຂົ້າຮ່ວມຢ່າງພ້ອມພຽງ.

ພິທີເປີດຊຸດຝຶກອົບວຽກງານໄອທີ ໃຫ້ແກ່ພະນັກງານຄະນະໂຄ ສະນາອົບຮົມແຂວງ ອຸດົມໄຊ.

ໃນວັນທີ 2-4 ກັນຍາ 2023 ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບ ກັບຄະນະໂຄສະນາອົບຮົມແຂວງ ອຸດົມໄຊ ຈັດຊຸດຝຶກອົບຮົມ   ວຽກງານໄອທີ ກ່ຽວກັບລະບົບຄອມພິວເຕີ, ການບໍາລຸງຮັກສາຄອມພິວເຕີ ແລະ ລະບົບເຄື່ອຂ່າຍເອເລັກໂຕຣນິກ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງ ແລະ ເມືອງໄຊ ພາຍໃຕ້ການເປັນປະທານຮ່ວມ ແລະ ກ່າວເປີດຊຸດຝຶກອົບຮົມຂອງ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບ ຮົມ ແລະ ທ່ານ ມໍຊົງ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ອຸດົມໄຊ; ມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 14 ທ່ານ, ຍິງ 4 ທ່ານ. ໃນພິທີ ທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ກ່າວຈຸດປະສົງໃນການຝຶກອົບຮົມຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດໃຫ້ແກ່ພະນັກງານທີ່ເຮັດວຽກງານໂຄສະນາອົບຮົມ ໂດຍສະເພາະແມ່ນການນໍາໃຊ້ເຄື່ອງມືເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນວຽກງານໂຄສະນາ ເພື່ອສ້າງບາດກ້າວຫັນປ່ຽນໃໝ່ຂອງວຽກງານການເມືອງ-ແນວຄິດ […]

ຄອສພ ເປີດຊຸດຝຶກອົບຮົມວຽກງານໂຄສະນາຜ່ານສື່ ແລະ ຜູ້ດໍາເນີນລາຍການວິທະຍຸ-ໂທລະພາບ.

ເພື່ອສ້າງຄວາມຮັບຮູ້ເຂົ້າໃຈ ໃຫ້ກັບພະນັກງານຜູ້ທີ່ເຮັດວຽກງານສື່ມວນຊົນພາຍໃນ ຄອສພ ແລະ ບັນດາສື່ມວນຊົນ ຂອງອົງການພັກ ກ່ຽວກັບວຽກງານໂຄສະນາຜ່ານສື່. ໃນຕອນເຊົ້າຂອງວັນທີ 26 ກັນຍາ 2023 ຢູ່ທີຫ້ອງປະຊຸມຊັ້ນ 2 ຂອງຄະນະໂຄສະນາອົບຮົມສູນກາງພັກ ( ຄອສພ ) ໄດ້ຈັດພິທີເປີດຊຸດຝຶກອົບຮົມວຽກງານໂຄສະນາຜ່ານສື່ ແລະ ຜູ້ດໍາເນີນລາຍການວິທະຍຸ-ໂທລະພາບ ຂຶ້ນ ໃຫ້ກຽດເປັນປະທານ ແລະ ກ່າວເປີດຝຶກອົບຮົມ ໂດຍ ທ່ານ ນ. ວິລະວອນ ພັນທະວົງ ກໍາມະການປະຈໍາພັກ, ຮອງຫົວໜ້າ ຄອສພ, ມີ ທ່ານ ວັນໄຊ ຕະວິນຍານ ກໍາມະການຄະນະພັກ, ຮອງຫົວໜ້າ ຄອສພ, ຜູ້ຊີ້ນໍາວຽກງານໂຄສະນາຜ່ານສື່, ທ່ານ ໂພເມກ ວິໄລສັກ ຫົວໜ້າກົມໂຄສະນາ, ພະນັກງານກົມໂຄສະນາ, ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ວາລະສານອາລຸນໃໝ່, ໜັງສືພິມປະຊາຊົນ, ວາລະສານກໍ່ສ້າງພັກ, ວາລະສານກວດກາ ແລະ ວາລະສານປ້ອງກັນຊາດເຂົ້າຮ່ວມ 36 […]

ນັກສຶກສາຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ຄະນະໂຄ ສະນາອົບຮົມສູນກາງພັກໄປທັດສະນະຢູ່ ພິພິທະພັນ ໄກສອນ ພົມວິຫານ ແລະ ສະຖາບັນການເມືອງການປົກຄອງແຫ່ງຊາດ.

ໃນວັນທີ 20 ກັນຍາ 2023 ນັກສຶກສາຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ຄະນະໂຄສະນາອົບຮົມສູນກາງພັກ ໄດ້ໄປທັດສະນະຢູ່ ພິພິທະພັນ ໄກສອນ ພົມວິຫານ ແລະ ສະຖາບັນການເມືອງການປົກຄອງແຫ່ງຊາດ ເຊິ່ງນໍາພາໂດຍ ຄະນະຮັບຜິດຊອບ ຂອງ ຄະນະໂຄສະນາອົບຮົມສູນກາງພັກ; ເຂົ້້າຮ່ວມມີ: ຄະນະ   ຮັບຜິດຊອບຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ຄອສພ ແລະ ນັກສຶກສາ ຈໍານວນ 34 ສະຫາຍ, ຍິງ 17 ສະຫາຍ.ໃນໂອກາດດັ່ງກ່າວ ບັນດານັກສຶກສາໄດ້ເຂົ້າສະແດງຄວາມຂໍ່ານັບຕໍ່ໜ້າຮູບປັ້ນທ່ານ ໄກສອນ ພົມວິຫານ ແລະ ຮັບຟັງການບັນຍາຍຜົນງານການເຄື່ອນໄຫວປະຕິ ວັດ, ແບບແຜນດຳລົງຊີວິດ ແລະ ອຸດົມການຂອງ ປະທານ ໄກສອນ ພົມວິຫານທີ່ມີຕໍ່ປະເທດຊາດ, ຕໍ່ປະຊາຊົນ. ປະທານ ໄກສອນ ພົມວິຫານ ເປັນຜູ້ນຳທີ່ມີຄວາມຈົງຮັກພັກດີຕໍ່ອຸດົມການປະຕິ ວັດຢ່າງເດັດຂາດ ຕໍ່ສູ້ຢ່າງອົງອາດກ້າແກ່ນ ແລະ ພິລະອາດຫານ, ເດັດດ່ຽວໜ້ຽວແໜ້ນ ຍາມໃດກໍຍົກສູງສະຕິລະບຽບວິໄນຕໍ່ການຈັດຕັ້ງ, […]

1 5 6 7 8 9 34