ສົມພິນິດ ວົງສົມບັດ

ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ

ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ….. ກົດດາວໂຫຼດ

ຄໍາສັ່ງວ່າດ້ວຍການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເລກທີ 02/ຄລສພ ລົງວັນທີ 30 ມັງກອນ 2026

ຄໍາສັ່ງວ່າດ້ວຍການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເລກທີ 02/ຄລສພ, ລົງວັນທີ 30 ມັງກອນ 2026…. ກົດດາວໂຫຼດ

ສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກ ປາຖະກະຖາວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 70 ປີ (1 ກຸມພາ 1956 – 1 ກຸມພາ 2026).

ໃນຕອນເຊົ້າຂອງວັນທີ 18 ກຸມພາ 2026 ທີ່ຫ້ອງປະຊຸມໃຫຍ່ ຄອສພ ສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 70 ປີ. ໃຫ້ກຽດປາຖະ ກະຖາໂດຍ ທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນ ກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ເຂົ້າຮ່ວມມີ: ຄະນະບໍລິຫານງານສະຫະພັນກໍາມະບານ ຄອສພ, ກໍາມະບານຮາກຖານບັນດາກົມ, ທຽບເທົ່າກົມ ພ້ອມດ້ວຍສະມາຊິກກໍາມະບານ ທີ່ຂຶ້ນກັບ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຫວນຄືນມູນເຊື້ອແຫ່ງການກໍາເນີດຂອງສະຫະພັນກໍາມະບານລາວ ໂດຍພາຍໃຕ້ການນໍາພາ-ຊີ້ນໍາ ຂອງພັກປະຊາຊົນລາວ, ໃນວັນທີ 1 ກຸມພາ 1956 ສູນກາງພັກໄດ້ມີມະຕິຕົກລົງສ້າງຕັ້ງຫ້ອງການກຳມະບານຂຶ້ນຢ່າງເປັນທາງການ ຢູ່ເຂດທີ່ໝັ້ນແຂວງຫົວພັນ ຈຸດປະສົງເພື່ອສືບຕໍ່ໂຄສະນາ, ປຸກລະດົມຂົນຂວາຍ, ເຕົ້າໂຮມກຳມະກອນ, ຊາວຜູ້ອອກແຮງງານ ໃຫ້ມີຄວາມຕື່ນຕົວປະຕິວັດ, ມີນໍ້າໃຈຮັກຊາດ, ມີທັດສະນະຊົນຊັ້ນກຳມະກອນ, ເສີມຂະຫຍາຍປະຊາທິປະໄຕ, ມີລະບຽບແບບແຜນ […]

ສະຖານທູດສາທາລະນະລັດກູບາ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບການນໍາຂັ້ນສູງ ຂອງ ຄະນະໂຄສະນາອົບຮົມສູນກາງພັກ.

ໃນຕອນເຊົ້າ ຂອງວັນທີ 13 ກຸມພາ 2026, ທີ່ຫ້ອງຮັບແຂກ ຊັ້ນ 5 ຄອສພ ສະຖານທູດສາທາລະນະລັດກູບາ ປະຈໍາ ສປປ ລາວ ເຊິ່ງນໍາໂດຍ ສະຫາຍ ນາງ ແອນນາ ເອເທີ ວາລເດສ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ກູບາ ປະຈຳ ສປປ ລາວ ພ້ອມດ້ວຍຄະນະເຂົ້າຢ້ຽມຂໍ່ານັບ ສະຫາຍ ສາຄອນ ພົມມະລາດ ກຳມະການພັກ ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມຝ່າຍ ຄະນະໂຄສະນາອົບຮົມສູນກາງພັກມີ: ບັນດາຫົວໜ້າກົມ, ຮອງຫົວໜ້າກົມ ຂອງຫ້ອງການ, ກົມຂໍ້ມູນຂ່າວສານ, ກົມສື່ມວນຊົນ, ສໍານັກຂ່າວສານປະເທດລາວ, ໜັງສືພິມປະຊາຊົນ, ວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ໂທລະພາບແຫ່ງຊາດລາວເຂົ້າຮ່ວມໃນການພົບປະຄັ້ງນີ້.

ຄະນະຊາວໜຸ່ມຮາກຖານ ຄະນະໂຄສະນາອົບຮົມສູນກາງພັກ ທັດສະນະສຶກສາທີ່ ຫໍພິພິທະພັນປະທານ ໄກສອນ ພົມວິຫານ.

ຕອນເຊົ້າ ເວລາ 8:30 ໂມງຂອງວັນທີ 12 ກຸມພາ 2026 ຄະນະຊາວໜຸ່ມຮາກຖານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ໄປທັດສະນະຢູ່ທີ່ ຫໍພິພິທະພັນປະທານ ໄກສອນ ພົມວິຫານ ເຊິ່ງນໍາໂດຍ ທ່ານ ພູວຽງ ພົງສະຫວັດດີ ກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ ພ້ອມດ້ວຍຄະນະຊາວໜຸ່ມຮາກຖານ, ບັນດາເລຂາໜ່ວຍ ແລະ ສະມາຊິກຊາວໜຸ່ມ ທົ່ວຄະນະໂຄສະນາອົບຮົມສູນກາງພັກ ທັງໝົດ 98 ສະຫາຍເຂົ້່າຮ່ວມຢ່າງຟົດຟຶ້ນ.

1 … 6 7 8 9 10 … 50