ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ສໍາເລັດບັ້ນແຂ່ງຂັນບັນຍາຍເອກະສານ
ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ສໍາເລັດບັ້ນແຂ່ງຂັນບັນຍາຍເອກະສານ ເພື່ອຊຸກຍູ້ສົ່ງເສີມພະນັກງານ, ສ້າງການຫັນປ່ຽນຄຸນນະພາບດ້ານວິຊາສະເພາະ ຕາມທິດຫັນເປັນມືອາຊີບ,
ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ສໍາເລັດບັ້ນແຂ່ງຂັນບັນຍາຍເອກະສານ ເພື່ອຊຸກຍູ້ສົ່ງເສີມພະນັກງານ, ສ້າງການຫັນປ່ຽນຄຸນນະພາບດ້ານວິຊາສະເພາະ ຕາມທິດຫັນເປັນມືອາຊີບ,
ໃນລະຫວ່າງວັນທີ 28-29 ກໍລະກົດ ປີ 2022 ຜ່ານມານີ້ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົມທົບກັບຄະນະໂຄສະນາອົບຮົມແຂວງຄຳມ່ວນ ແລະ ຄະນະໂຄສະນາອົບຮົມເມືອງນາກາຍ ຈັດຕັ້ງອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ, ປະຊາຊົນຢູ່ລຽບຕາມຊາຍແດນ ຊຶ່ງໄດ້ຈັດຂຶ້ນຢູ່ທີ່ຫ້ອງການບ້ານ ບ້ານໝາກເຟືອງ ເມືອງນາກາຍ ແຂວງຄຳມ່ວນ ໂດຍການເປັນປະທານຂອງທ່ານ ແສງແກ້ວ ພະຄຸນທອງ ກຳມະການປະຈຳພັກເມືອງ ຮອງເຈົ້າເມືອງນາກາຍ, ທ່ານ ຄຳເຄນ ຈັນທະວົງ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ມີທ່ານ ອຸດອນ ສຸກທິລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຄຳມ່ວນ.
ຊຸດອົບຮົມໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງອັດຕະປືໃນວັນທີ 19/07/ 2022 ຊຶ່ງໄດ້ດຳເນີນໄປ 1 ວັນ ພາຍໃຕ້ການເປັນປະທານເປີດ, ປິດ ແລະ ໃຫ້ການໂອ້ລົມຂອງສະຫາຍ ນາງ ບຸນນານ ບຸນນະແສງ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງອັດຕະປື, ມີສະຫາຍ ຄຳກອງ ທຳມະເທວາ ກຳມະພັກ ຮອງຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຫາຍ ຄຳໝັ້ນ ສີສະໝຸດ ຄະນະປະຈຳພັກເມືອງ ຮອງເລຂາພັກເມືອງສາມັກຄີໄຊ.
ໃນວັນທີ 14-16/6/2022 ກົມອົບຮົມຄະນະໂຄສະນາອົບຮົມສູນກາງພັກສົມທົບກັບໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດຕັ້ງອົບຮົມຄູ-ອາຈານສອນວິຊາສັງຄົມ-ການເມືອງ ໃຫ້ ຄູ-ອາຈານສອນ ຢູ່ໂຮງຮຽນມັດທະຍົມອ້ອມຂ້າງເທດສະບານ ແຂວງວຽງຈັນ ທັງພາກລັດ ແລະ ເອກະຊົນຢູ່ທີ່ສະໂມສອນ ເມືອງທຸລະຄົມ ແຂວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນທັບ ວົງໄຊ ຮອງເລຂາພັກເມືອງທຸລະຄົມ, ທ່ານ ສົມຄິດ ອິນທະວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ທ່ານ ຄຳເຄນ ຈັນທະວົງ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ. ຊຸດອົບຮົມຄັ້ງນີ້ມີຄູ-ອາຈານສອນທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມອົບຮົມທັງໝົດ 39 ທ່ານ, ຍິງ 26 ທ່ານ. ໃນນັ້ນ, ມີສະມາຊິກພັກຈຳນວນ 39 ສະຫາຍ, ຍິງ 26 ສະຫາຍ, ອຳນວຍການໂຮງຮຽນ 5 ທ່ານ ແລະ ຮອງອຳນວຍການໂຮງຮຽນ 3 ທ່ານ, ຍິງ 2 […]
ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ພົບປະ-ແລກປ່ຽນບົດຮຽນກັບ ກົມອົບຮົມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອປັບປຸງເອກະສານອົບຮົມຊາວໜຸ່ມ. ໃນຕອນເຊົ້າ ວັນທີ 27/4/2022 ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມພົບປະ-ແລກປ່ຽນບົດຮຽນ ກັບ ກົມອົບຮົມ ສູນ ກາງຊາວໜຸ່ມປະຊາຊົນປະຕິວັດລາວ. ກົມອົບຮົມ ສູນກາງຊາວໜຸ່ມມີຜູ້ເຂົ້າຮ່ວມ 6 ທ່ານ ຄື: ທ່ານ ນ. ແກ້ວອຸດອນ ແສງມະນີວົງ ຄະນະພັກ ຫົວໜ້າກົມອົບຮົມຊາວໜຸ່ມ, ທ່ານ ຢ່າງປາວ ປ່າເຢ້ວື່ ຮອງຫົວໜ້າກົມ, ທ່ານ ບັນດິດ ປານທອງຈັນ ຮອງຫົວໜ້າກົມ, ທ່ານ ຄໍາສີ ສີຫາວົງ ຫົວໜ້າພະແນກ, ທ່ານ ຈັນພອນ ຊົ່ງເລັ່ງວ່າງ ຫົວໜ້າພະແນກ ແລະ ທ່ານ ນ. ວິກກີ້ ສີສົມບັດ ວິຊາການ; ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ມີຜູ້ເຂົ້າຮ່ວມ 8 ທ່ານ […]