ທິດສະດີນໍ້າເຕົ້າເປົ່າ-ພຶດຕິກໍາງົມມືດ
ທິດສະດີນໍ້າເຕົ້າເປົ່າ-ພຶດຕິກໍາງົມມືດ – ທິດສະດີນໍ້າເຕົ້າເປົ່າ ເບິ່ງບໍ່ເຫັນເດັ່ນໄດ້ ໃນພາກຕົວຈິງ ນັ້ນຄື ທິດສະດີ ເປົ່າແປນໃນເນື້ອ ຕ່ອນບໍ່ມີໃນໝໍ້ ພໍກິນມັນຈ່າງ ໄດ້ແຕ່ພຽງຊົດນໍ້າ ແກງຕົ້ມຕ່ອນບໍ່ມີ ທິດສະດີແບບນີ້ ເຂົາວ່າທິດສະດີນ້ຳເຕົ້າເປົ່າ ບໍ່ສ່ອງແສງແນວທາງ ພຶດຕິກໍາຈິງໄດ້ ມີແຕ່ຖະແຫຼງຂຽນໄວ້ ຕາມໃຈພໍມ່ວນ ສ່ວນລົງມືເຮັດສ້າງ ຜົນນັ້ນບໍ່ມີ –ພຶດຕິກຳງົມມືດ ບໍ່ມີໄຟສ່ອງໄຕ້ ເຮືອງຮຸ່ງເຫັນທາງ ຄືດັ່ງຄົນຕາຟາງ ຍ່າງເດີນໄປໜ້າ ຕາບອດງົມຫາຊ້າງ ຖືກຫູເປັນວີພັດ ຖືກຫາງເປັນຝອຍກວາດກ້ານ ຄວາມໝາຍຊ້າງຕ່າງກັນ ພຶດຕິກໍາແບບນີ້ ຄືພຶດຕິກຳງົມມືດ ບໍ່ຍຶດໂຍງທິດສະດີ ສ່ອງທາງເຍືອງໄຕ້ ບໍ່ມີແຜນວາງໄວ້ ກະທໍາໄປຕາມໃຈຊອບ ບໍ່ອາດສໍາເລັດໄດ້ ໃນເປົ້າມຸ່ງໝາຍ –ສະນັ້ນ ທິດສະດີຖືກຕ້ອງ ຄຽງຄູ່ການກະທໍາ ພຶດຕິກຳກົມກຽວ ຂ່າວໄຂຂຽນໄວ້ ດັ່ງຕາ ແນມທາງໃຫ້ ສອງຂາຕາມໄຕ່ ຈິ່ງໄປເຖິງບ່ອນບັ້ນ ເຮົານັ້ນມຸ່ງຫວັງ ແທ້ແລ້ວ. ໂດຍ: […]