ເພສກົມໂຄສະນາ

ພິທີເປີດຊຸດຝຶກອົບວຽກງານໂຄສະນາ-ປະຖະກະຖາ ຢູ່ກະຊວງ ຍທຂ.

ພິທີເປີດຊຸດຝຶກອົບວຽກງານໂຄສະນາ-ປະຖະກະຖາ ຢູ່ກະຊວງ ຍທຂ. ໃນຕອນເຊົ້າຂອງວັນທີ 08 ທັັນວາ 2020, ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບກະຊວງ ຍທຂ ຈັດຊຸດຝຶກອົບຮົມວຽກງານ ໂຄສະນາ-ປະຖະກະຖາ ໃຫ້ແກ່ພະນັກງານສະມາຊິກພັກ-ພະນັກງານຫຼັກແຫຼ່ງ ແລະ ພາກລັດວິສາຫະກິດອ້ອມຂ້າງກະຊວງ. ພິທີດັ່ງກ່າວໄດ້ຈັດຂຶ້້ນທີ່ສະຖາບັນຝຶກອົບຮົມຂອງກະຊວງໂຍທາທິການ ແລະ ຂົນສົ່ງ ໂດຍໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ສີລິພອນ ອິນທິລາດ ເລຂາໜ່ວຍພັກຮາກຖານ ຫົວໜ້າສະຖາບັນຝຶກອົບຮົມ ຍທຂ ແລະ ທ່ານ ນາງ ບົວລີ ບັນຊາລິດ ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າກົມໂຄສະນາ, ມີນັກສຳມະນາກອນ ແລະ ວິທະຍາກອນເຂົ້າຮ່ວມຢ່າງພ້ອມພຽງ. ໃນໂອກາດດັ່ງກ່າວ ທ່ານ ສີລິພອນ ອິນທິລາດ ໄດ້ກ່າວວ່າ: ຫຼັກສູດຝຶກອົບຮົມວຽກງານປະຖະກະຖາ ໃນໄລຍະສັ້ນ 10 ວັນ, ມາຮອດປັດຈຸບັນນີ້ໄດ້ຈັດຕັ້ງຝຶກອົບຮົມມາແລ້ວ 19 ຊຸດ, ມີນັກສໍານະກອນເຂົ້າຮ່ວມທັງໝົດ 544 ຄົນ ເຊິ່ງ ສະແດງໃຫ້ເຫັນວ່າ ການນໍາຂອງກະຊວງ […]

ເອກະສານໂຄສະນາ-ປາຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100ປີ

ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ (ດາວໂຫຼດ ຫຼື ກົດອ່ານ……) ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ (ດາວໂຫຼດ ຫຼື ກົດອ່ານ…….)

ກະຊວງໄປສະນີ ໂທລະຄົມ ແລະ ການສື່ສານ ເປີດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ໃຫ້ແກ່ສະຊິກພັກ-ພະນັກງານຫຼັກແຫຼ່ງ 

ກະຊວງໄປສະນີ ໂທລະຄົມ ແລະ ການສື່ສານ ເປີດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ໃຫ້ແກ່ສະຊິກພັກ-ພະນັກງານຫຼັກແຫຼ່ງ       ໃນວັນທີ 14 ກັນຍາ 2020 ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ສົບທົບກັບກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເປີດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາເປັນໄລຍະ 10 ວັນ ໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ອ້ອມຂ້າງກະຊວງ ເຊິ່ງຈັດຂຶ້ນຢູ່ທີ່ສະຖາບັນ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໂດຍໃຫ້ກຽດເປັນປະທານກ່າວເປີດຂອງທ່ານ ທອງໃສ ຊານໄຊຍະ ຮອງເລຂາຄະນະພັກ ຮອງລັດຖະມົນ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ; ເຂົ້າຮ່ວມໃນພິທີມີ ທ່ານ ນາງ ບົວລີ ບັນຊາລິດ ຄະນະພັກ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄູອາຈານ, ຄະນະຮັບຜິດຊອບຊຸດຝຶກອົບຮົມ ທີ່ມາຈາກ ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ແລະ ນັກສໍາມະນາກອນ.     ຊຸດຝຶກອົບຮົມໃນຄັ້ງນີ້ມີຜູ້ເຂົ້າຮ່ວມ ທັງໝົດ 36 ສະຫາຍ, ຍິງ 15 […]

ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົມທົບກັບ ຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງໄຊບົວທອງ ແຂວງຄໍາມ່ວນ ເປີດຊຸດຝຶກອົບຮົມວຽກງານໂຄສະນາ – ປາຖະກະຖາ

ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົມທົບກັບ ຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງໄຊບົວທອງ ແຂວງຄໍາມ່ວນ ເປີດຊຸດຝຶກອົບຮົມວຽກງານໂຄສະນາ – ປາຖະກະຖາ     ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົມທົບກັບຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງໄຊບົວທອງ ແຂວງຄໍາມ່ວນ ເປີດຊຸດຝຶກອົບຮົມວຽກງານໂຄສະນາ – ປາຖະກະຖາ

1 6 7 8 9