ກົມໂຄສະນາ ຄອສພ ໄດ້ຈັດພິທີເລື່ອນສະມາຊິກສໍາຮອງຂຶ້ນສົມບູນ

ກົມໂຄສະນາ ຄອສພ ໄດ້ຈັດພິທີເລື່ອນສະມາຊິກສໍາຮອງຂຶ້ນສົມບູນ

 

ໂດຍ: ສີໄຄ ໄຊຍະວົງ

 

ຕອນເຊົ້າຂອງວັນທີ 6/4/2022 ທີ່ຜ່ານມານີ້ ກົມໂຄສະນາ ຄະນະໂຄສະນາອົບຮົມສົນກາງພັກ ໄດ້​ຈັດ​ພິ​ທີ່​ເລື່ອນ​ສະ​ມາ​ຊິກ​ພັກ​ສຳ​ຮອງຂຶ້ນ​ ເປັນ​ສະ​ມາ​ຊິ​ກ​ພັກ​ສົມ​ບູນ, ໂດຍ​ການໃຫ້​ກຽດ​ເປັນ​ປະ​ທານ​ຂອງ ສະຫາຍ ລາວປາວຊົງ ນະວົງໄຊ ກໍາມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ມີຄະນະໜ່ວຍພັກ, ​ຜູ້​ຕ່າງ​ໜ້າ​ຈາກ​ບັນ​ດາ​ໜ່ວຍ​ພັກ​ອ້ອມ​ຂ້າງ ຄອ​ສ​ພ ແລະ ສະ​ມ​າ​ຊິກ​ພັກສົມ​ບູນ ແລະ ສຳ​ຮອງ​ ພາຍ​ໃນ​ໜ່ວຍພັກເຂົ້າ​ຮ່ວມ​ທັງ​ໝົດ 20 ກວ່າ​ສະ​ຫາຍ.

ໃນ​ພິ​ທີ່​ດັ່ງ​ກ່າວ ສະຫາຍ ລີຈາວ ໄຊເຍ່ຍຊ່າງ ຮອງ​ເລ​ຂາ​ໜ່ວຍ​ພັກ ໄດ້​ຂຶ້ນ​ຜ່ານ​ມະ​ຕິ​ຕົກ​ລົງ​ສະ​ບັບ​ເລກ​ທີ 05/ຄ​ພ.ຄອ​ສ​ພ ລົງ​ວັນ​ທີ 17/ 03 / 2022 ວ່າ​ດ້ວຍ​ການ​ອະ​ນຸ​ມັດ​ເລື່ອ​ນ​ສະ​ມາ​ຊິກ​ພັກ​ສຳ​ຮອງ​ເປັນ​ສະ​ມາ​ຊິກ​ພັກ​ສົມ​ບູນ ຈຳ​ນວນ​ 02 ສະ​ຫາຍ ທີ່​ໄດ້​ຜ່ານ​ການ​ຝຶກ​ຝົນ​ຫຼໍ່​ຫຼອມ​ທາງ​ດ້ານ​ຄຸນທາດ​ການ​ເມືອງຄຸນ​ສົມ​ບັດ​ສິນ​ທ​ຳ​ປະ​ຕິ​ວັດ ແລະ ກົດລະບຽບຂອງພັກສະໄໝສໍາຮອງ ​ເປັນ​ໄລ​ຍະ​ເວ​ລາ​ໜຶ່ງ​ປີ​ເຕັມ. ຫຼັງຈາກນັ້ນໄດ້ສະເໜີ ສະຫາຍ ພວງມາລີ ອັກຄະມູນຕີ ເລຂາໜ່ວຍພັກ ກົມໂຄສະນາຂື້ນມີຄໍາເຫັນຮັບເອົາສະມາຊິກພັກສົມບູນໃໝ່ທັງ 2 ສະຫາຍຢ່າງເປັນທາງການ.

ໃນໂອກາດດັ່ງກ່າວ ສະຫາຍ ລາວປາວຊົງ ນະວົງໄຊ ກໍາມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ ຄອສພ ກໍ່​ໄດ້​ມີ​ຄຳ​ເຫັນ​ໂອ​້ລົມ​ຕໍ່​ສະ​ມາ​ຊິກພັກ​ສົມ​ບູນ​ໃໝ່​ທັງ​ 2 ສະ​ຫາຍ​ໂດຍ​ເພີ​່ນ​ໄດ້​ກ່າວ​ວ່າ: ພວກ​​ສະ​ຫາຍທັງ 2 ​ແມ່ນ​ໄດ້​ມີ​ຄວາມ​ບຸກ​ບື່ນ​ຫ້າວ​ຫັນ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດລະບຽບ, ສິດ ໜ້າທີ່ເປັນບັນດາຂໍ້ຫ້າມ ແລະ ​ໜ້າ​ທີ່​ວຽກ​ງານ​ດ້ານ​ວິ​ຊາ​ສະ​ເພາະ ແລະ ບັນ​ດາ​ວຽກ​ງານ​ອື່ນໆ ​ທີ່​ການ​ຈັດ​ຕັ້ງ​ມອບ​ໃຫ້ຢ່າງ​ມີ​ຜົນສຳ​ເລັດ​. ສະ​ນັ້ນ ມັນ​ໄດ້​ພິ​ສູດ​ໃຫ້​ເຫັນ​ແຈ້ງວ່າ ພວກ​ສະ​ຫາຍ​ມີ​ຄວາມ​ບຸກ​ບືນ, ຝຶກ​ຝົນຫຼໍ່ຫຼອມ​ຕົນ​ເອງ​ໃຫ້​ກາຍ​ເປັນ​ສະ​ມາ​ຊິກ​ພັກ​ທີ່​ສາ​ມາ​ດ​ເຮັດ​ໜ້າ​ທີ່​ນຳ​ພາ​ໃນ​ຕໍ່​ໜ້າ, ຈຶ່ງ​ສາ​ມາດ​ນຳ​ສະ​ເໜີ​ໃຫ້​ເລື່ອນ​ເປັນ​ສະ​ມາ​ຊິກ​ສົມ​ບູນ​ຂອງ ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ໃຫ້​ສະ​ມາ​ຊິກ​ພັກ​ສົມ​ບູນ​ໃໝ່​ທັງ 2 ສະ​ຫາຍ​ຈົ່ງພ້ອ​ມ​ກັນ ຮັກ​ສາ​ມູນ​ເຊື້ອດ້ານຕັ້ງໜ້າໃນໄລຍະ​ຜ່ານ​ມາ ແລະ ຈົ່ງ​ຢື​ດ​ໝັ້ນ​ໃນ​ 7 ໜ້າ​ທີ່ ແລະ 11 ຂໍ້​ຫ້າມ​ຂອງກົດລະບຽບພັກປະຊາຊົນປະຕິວັດລາວສະໄໝທີ XI ​ວາງ​ອອກໃຫ້ເຂັ້ມງວດເພື່ອໃຫ້ກາຍເປັນສະມາຊິກພັກທີ່ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ສາມາດເປັນແບບຢ່າງນໍາໜ້າ ແລະ ຮັກສາຄວາມສາມັກຄີເປັນເອກະພາບພາຍໃນພັກ.  ​ພ້ອມ​ກັນ​ນັ້ນ ກໍ​ຈົ່ງ​ຕັ້ງ​ໜ້າ​ຝຶກ​ຝົນ​ຕົນ​ເອງ​ໃນ​ການ​ຊອກ​ຮູ້​ຮ່ຳ​ຮຽນ​ບັນ​ດາ​ມະ​ຕິ​, ຄຳ​ສັ່ງ, ທິດ​ສະ​ດີ​ມາກ – ເລ​ນິນ, ແນວ​ຄິດ​ໄກ​ສອນ ພົມ​ວິ​ຫານ ແລະ ພາ​ສາ​ຕ່າງ​ປະ​ເທດ ໃຫ້​ເລີກ​ເຊິ່ງກວ້າງ​ຂວາງ​ຕື່ມ​ອີກ.