ແຂວງອຸດົມໄຊເປີດຊຸດຝືກອົບຮົມຄວາມຮູ້ພື້ນຖານ ວຽກງານໂຄສະນາ-ປາຖະກະຖາ.

ແຂວງອຸດົມໄຊເປີດຊຸດຝືກອົບຮົມຄວາມຮູ້ພື້ນຖານ

ວຽກງານໂຄສະນາ-ປາຖະກະຖາ.

       ວັນທີ 2 ມີນາ 2022 ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄດ້ເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານກ່ຽວກັບວຽກງານໂຄສະນາ-ປາຖະກະຖາ ຄັ້ງທີ V ຂຶ້ນຢູ່ທີ່ສະໂມສອນໃຫຍ່ຂອງແຂວງອຸດົມໄຊ ໂດຍການເປັນປະທານຮ່ວມ ຂອງທ່ານ ຄຳດີ ວົງລ້ອມ ຮອງເຂລາ ພັກແຂວງ ປະທານສະພາແຂວງອຸດົມໄຊ ແລະ ທ່ານ ນ. ບົວລີ ບັນຊາລິດ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ມີທີມງານຈາກສູນກາງ ແລະ ຜູ້ເຂົ້າຝຶກອົບຮົມທັງໝົດ 93 ສະຫາຍ, ຍິງ 24 ສະຫາຍ.

ຊຸດຝຶກອົບຮົມຄັ້ງນີ້ ໄດ້ດຳເນີນເປັນເວລາ 2 ວັນ ເນື້ອໃນເອກະສານທີ່ນຳມາຝຶກອົບຮົມຄັ້ງນີ້ ປະກອບມີ 2 ບົດທີ່ສຳຄັນຄື: ຄວາມຮູ້ພື້ນຖານຂອງວຽກງານໂຄສະນາ; ຄຸນລັກສະນະ, ສີລະປະໃນການປາກເວົ້າ ແລະ ບາງບົດຮຽນໃນການເຄື່ອນໄຫວວຽກງານໂຄສະນາ. ຈຸດປະສົງໃນການເປີດຊຸດອົບຮົມວຽກງານໂຄສະນາ-ປາຖະກະຖາ ໃນຄັ້ງນີ້ ແມ່ນແນ່ໃສ່ບຸກທະລຸທາງດ້ານຈິນຕະນາການຂອງວຽກງານການເມືອງ-ແນວຄິດ ເພື່ອຍົກລະດັບຄວາມຮູ້ວິທີການໂຄສະນາດ້ວຍປາກ ໃຫ້ບັນດາຄະນະພັກ, ຄະນະນໍາຂອງແຂວງ ແລະ ພະແນກການອ້ອມຂ້າງ, ຄະນະພັກ ຂັ້ນເມືອງ, ສ້າງຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ໃຫ້ມີຄວາມເອກະພາບກັນ ແລະ ພ້ອມກັນຈັດຕັ້ງປະຕິບັດວຽກງານໂຄສະນາ-ປາຖະກະຖາ ໃຫ້ມີຄວາມເຂັ້ມແຂງ ແລະ ໄດ້ຮັບຜົນດີໃນຕໍ່ໜ້າ.

ໃນໂອກາດດັ່ງກ່າວ ທ່ານ ຄຳດີ ວົງລ້ອມ ໄດ້ກ່າວວ່າ: ການຝຶກອົບຮົມຄວາມຮູ້ພື້ນຖານວຽກງານໂຄສະນາ-ປາຖະກະຖາ ແມ່ນມີຄວາມສຳຄັນ ແລະ ຈຳເປັນສຳລັບ, ພະນັກງານການນໍາ, ອົງການອ້ອມຂ້າງຂອງແຂວງ ແລະ ເມືອງ ເພື່ອຍົກລະດັບ, ບຳລຸງຄວາມຮູ້, ຄວາມສາມາດ ທາງດ້ານວິທີການໂຄສະນາ-ປາຖະກະຖາ ກໍ່ຄືໂຄສະນາດ້ວຍປາກໃຫ້ແກ່ພະນັກງານຫຼັກແຫຼ່ງນຳພາ-ຄຸ້ມຄອງ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ ໃນໄລຍະໃໝ່ ເປັນຕົ້ນແມ່ນ ຄວາມຮູ້ ແລະ  ເຂົ້າໃຈຢ່າງເລີກເຊິ່ງຕໍ່ແນວທາງການເມືອງ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ ໃຫ້ເປັນຂະບວນການອັນກ້ວາງຂວາງ ເພື່ອສາມາດປຸກລະດົມໃຫ້ມະຫາຊົນເປັນກຳລັງແຮງເຂົ້າຮ່ວມໃນການສ້າງສາພັດທະນາບ້ານເມືອງຂອງຕົນ ແນ່ໃສ່ເຮັດໃຫ້ແນວທາງປ່ຽນໃໝ່ຂອງພັກເຮົາ ສືບຕໍ່ດຳເນີນໄປຢ່າງມີປະສິດທິຜົນ, ເລີກເຊິ່ງ, ຮອບດ້ານ ແລະ ມີຜົນສຳເລັດໃຫຍ່ຫຼວງກວ່າເກົ່າ, ນຳເອົາຜົນປະໂຫຍດຕົວຈິງ ມາໃຫ້ແກ່ປະເທດຊາດ ແລະ ປະຊາຊົນ. ຈາກນັ້ນ ທ່ານກໍ່ໄດ້ຮຽກຮ້ອງໃຫ້ນັກສຳມະນາກອນທຸກສະຫາຍ ຈົ່ງເພີ່ມຄວາມຮັບຜິດຊອບຂອງຕົນ ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ໃຫ້ໄດ້ຮັບຜົນ ແລະ ນຳເອົາບົດຮຽນຕົວຈິງ ໄປຈັດຕັ້ງປະຕິບັດໃນວຽກງານໃຫ້ໄດ້ຮັບຜົນດີ.