ຂ່າວສານ ຄອສພ

ພິທີປະກາດການເລື່ອນຊັ້ນຕໍາແໜ່ງຂັ້ນພະແນກ ແລະ ການປັບປຸງຊັບຊ້ອນພະນັກງານເຂົ້າໃສ່ຕໍາແໜ່ງງານຂອງບັນດາກົມ-ທຽບເທົ່າກົມໃນທົ່ວ ຄອສພ.

ພິທີປະກາດການເລື່ອນຊັ້ນຕໍາແໜ່ງຂັ້ນພະແນກ ແລະ ການປັບປຸງຊັບຊ້ອນພະນັກງານເຂົ້າໃສ່ຕໍາແໜ່ງງານຂອງບັນດາກົມ-ທຽບເທົ່າກົມໃນທົ່ວ ຄອສພ. ໃນຕອນບ່າຍຂອງ ວັນທີ 8 ກຸມພາ 2023 ຜ່ານມາ. ຄະນະໂຄສະນາອົບຮົມສູນກາງພັກ ໂດ້ຈັດພິທີປະກາດການເລື່ອນຊັ້ນຕໍາແໜ່ງຂັ້ນພະແນກ ແລະ ການປັບປຸງຊັບຊ້ອນພະນັກງານເຂົ້າໃສ່ຕໍາແໜ່ງງານຂອງບັນດາກົມ-ທຽບເທົ່າກົມໃນທົ່ວ ຄອສພ; ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ລາວປາວຊົ່ງ    ນະວົງໄຊ ກໍາມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີ: ທ່ານ ນາງ ວິລະວອນ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ , ຄະນະພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານທົ່ວ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ທ່ານ ອານົງສັກ ອິນທະວົງ ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນກ່າວຈຸດປະສົງໃນການຈັດພິທີຄັ້ງນີ້ແມ່ນ: ເພື່ອປະກາດການຊັບຊ້ອນພະນັກງານເຂົ້າໃນຕໍາແໜ່ງງານ, ປະກາດການເລື່ອນຕໍາແໜ່ງບໍລິຫານຂອງພະນັກງານຈໍານວນໜຶ່ງ ແລະ ຜ່ານມະຕິຕົກລົງວ່າດ້ວຍການແບ່ງຄວາມຮັບຜິດຊອບໃນຄະນະບໍລິຫານງານພັກສະໄໝທີ V. ໃນຕອນທ້າຍພິທີ ທ່ານ ລາວປາວຊົ່ງ ນະວົງໄຊ […]

ສະພາທິດສະດີສູນກາງພັກ ສະຫຼຸບການເຄື່ອນໄຫວ ປະຈໍາປີ 2022 ແລະ ວາງທິດທາງແຜນການປີ 2023

ສະພາທິດສະດີສູນກາງພັກ ສະຫຼຸບການເຄື່ອນໄຫວ ປະຈໍາປີ 2022 ແລະ ວາງທິດທາງແຜນການປີ 2023     ໃນວັນທີ 01 ກຸມພາ 2023 ທີີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ ສະພາທິດສະດີສູນກາງພັກ

ຄະນະນຳ ຄະນະໂຄສະນາອົບຮົມສູນກາງພັກ ລົງພົບປະໂອ້ລົມພະນັກງານນັກຮົບ-ນັກສຶກສາ ໂຮງຮຽນທິດສະດີການເມືອງກອງທັບ ເນື່່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949 – 20 ມັງກອນ 2023)

ຄະນະນຳ ຄະນະໂຄສະນາອົບຮົມສູນກາງພັກ ລົງພົບປະໂອ້ລົມພະນັກງານນັກຮົບ-ທະຫານ ໂຮງຮຽນທິດສະດີການເມືອງກອງທັບ ເນື່່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949 – 20 ມັງກອນ 2023)              ໃນວັນທີ 19 ມັງກອນ 2023 , ສະຫາຍ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ​ໄດ້ລົງພົບປະໂອ້ລົມ ພະນັກງານ-ນັກຮົບ ໂຮງຮຽນທິດສະດີການເມືອງກອງທັບ ເນື່່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74ປີ ໃນພິທີ ໄດ້ຮັບຟັງການລາຍງານຫຍໍ້ການຈັດຕັ້ງເຄື່ອນໄຫວວຽກງານຮອບດ້ານຂອງ ໂຮງຮຽນທິດສະດີການເມືອງກອງທັບ ໃນໄລຍະ1ປີຜ່ານມາ ຈາກ ສະຫາຍ ພົນຈັດຕະວາ ປອ ຄຳໄພ ຟອງດາລາ  ຮອງເລຂາຄະນະພັກ ຫົວໜ້າການທະຫານໂຮງຮຽນທິດສະດີການເມືອງກອງທັບ ເຊີ່ງສະຫາຍໄດ້ຍົກໃຫ້ເຫັນເຖິງການເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ […]

ຫົວໜ້າ ຄອສພ ລົງເຄື່ອນໄຫວວຽກງານຢູ່ 4 ແຂວງພາກໃຕ້

ຫົວໜ້າ ຄອສພ ລົງເຄື່ອນໄຫວວຽກງານຢູ່ 4 ແຂວງພາກໃຕ້ ໃນລະຫວ່າງວັນທີ 11-14 ມັງກອນ 2023 ຜ່ານມານີ້ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວວຽກງານຢູ່ 4 ແຂວງພາກໃຕ້ (ອັດຕະປື, ເຊກອງ, ສາລະວັນ ແລະ ຈຳປາສັກ).

ກອງ​ປະ​ຊຸມ​ເຜີຍແຜ່ພາລະບົດບາດຂອງສະພາທິດສະດີສູນກາງພັກ ຢູ່ບັນດາແຂວງພາກເໜືອ

ກອງ​ປະ​ຊຸມ​ເຜີຍແຜ່ພາລະບົດບາດຂອງສະພາທິດສະດີສູນກາງພັກຢູ່ບັນດາແຂວງພາກເໜືອ           ໃນຕອນເຊົ້າ ຂອງວັນທີ 12 ມັງກອນ 2023 ​ທີ່ຫ້ອງປະຊຸມໃຫຍ່ ຂອງຫ້ອງວ່າການ ແຂວງອຸດົມໄຊສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມເຜີຍແຜ່ພາລະບົດບາດ ຂອງສະພາທິດສະດີສູນກາງພັກ

1 15 16 17 18 19 56