ສີ່ງທີ່ຄວນຮູ້ໄວ້ໄດ້ປະໂຫຍດສຳລັບນັກຂັບຂີ່

ສີ່ງທີ່ຄວນຮູ້ໄວ້ໄດ້ປະໂຫຍດສຳລັບນັກຂັບຂີ່

ທ່ານຮູ້ແລ້ວບໍ່ວ່າການສັນຈອນໃນໂລກມີຈັກປະເທດທີ່ສັນຈອນເບື້ອງຂວາມື ແລະ ຊາຍມື ເຮົາມັກຈະເຫັນເລື້ອຍໆເວລາທີ່ເຮົາໄປປະເທດເພື່ອນບ້ານທີ່ມີການສັນຈອນຕ່າງຈາກບ້ານເຮົາ ຫຼາຍຄົນກໍ່ອາດຈະຍັງບໍ່ຮູ້ວ່າການສັນຈອນເບື້ອງຂວາມື ແລະ ຊ້າຍມືມີຈັກປະເທດໃນໂລກ ແລະ ໃນອາຊຽນມີຈັກປະເທດ. ເຊີ່ງທີມງານພວກເຮົາກະກຽມນຳສະເໜີໃຫ້ຜູ້ອ່ານຮັບຮູ້ໄດ້ດັ່ງນີ້:

ການຈະລາຈອນເບື້ອງຊ້າຍມື (ພາສາອັງກິດ: left-hand traffic (LHT)) ແລະ ການຈະລາຈອນເບື້ອງຂວາມື (ພາສາອັງກິດ: right-hand traffic (RHT)) ເປັນກົດລະບຽບທີ່ກຳນົດສຳລັບໂດຍມີ 163 ປະເທດ ທີ່ຂັບຂີ່ຈະລາຈອນເບື້ອງຂວາມື, ມີ 76 ປະເທດທີ່ຂັບຂີ່ຈະລາຈອນເບື້ອງຊ້າຍມືໂດຍສະເລ່ຍປະເທດທີ່ໃຊ້ການຈະລາຈອນເບື້ອງຊາຍມືກວມເອົາ 1 ໃນ 6 ພື້ນທີ່ ແລະ 1 ໃນ 4 ຂອງຖະໝົນໂລກ. ໃນ 1 ປະເທດອາຊຽນມີ: ລາວ, ຫວຽດນາມ, ມຽນມ້າ, ກຳປູເຈຍ, ຟີລິບປິນ ແມ່ນຂັບຂີ່ເບື້ອງຂວາມື ສ່ວນ ໄທ, ມາເລເຊຍ, ສິງກະໂປ, ອິນໂດເນເຊຍ ແລະ ບູໄນ ແມ່ນຂັບຂີ່ເບື້ອງຊາຍມື

ສີແດງ: ໝາຍເຖີງຂັບລົດເບື້ອງຂວາ ພວງມະໄລຊ້າຍ

ສີຟ້າ: ໝາຍເຖີງຂັບລົດເບື້ອງຊ້າຍ ພວງມະໄລຂວາ

ຂໍ້ມູນສະຖິຕິປີ 2018
ໂດຍ: ຄອນສະຫວັນ ເນົາວະລັງສີ