ຄະນະນັກສຶກສາບຳລຸງທິດສະດີການເມືອງ ແລະ ການປົກຄອງຂັ້ນຕົ້ນ ຄອສພ ທັດສະນະຢູ່ແຂວງຫຼວງພະບາງ

ຄະນະນັກສຶກສາບຳລຸງທິດສະດີການເມືອງ ແລະ ການປົກຄອງຂັ້ນຕົ້ນ ຄອສພ ທັດສະນະຢູ່ແຂວງຫຼວງພະບາງ

ໃນລະຫວ່າງວັນທີ 4-5 ມີຖຸນາ 2024 ຄະນະຮັບຜິດຊອບຊຸດຮຽນທິດສະດີຂັ້ນຕົ້ນນຳພາຂະບວນນັກສຶກສາບຳລຸງທິດສະດີການເມືອງ ແລະ ການປົກຄອງຂັ້ນຕົ້ນ  3 ເດືອນ ຊຸດທີ II ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈໍານວນ 30 ສະຫາຍ,ຍິງ 15 ສະຫາຍໄປທັດສະນະສຶກສາຢູ່ແຂວງຫຼວງພະບາງນຳໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າ ຄອສພ ໄດ້ຮັບການຕ້ອນຮັບ ໂດຍ ສະຫາຍ ບຸນລຽງ ແກ້ວມະນີ ຮອງເລຂາພັກ ປະທານກວດກາພັກ-ລັດນະຄອນ, ສະມາຊິກສະພາແຂວງຫຼວງພະບາງ, ມີບັນດາຄະນະນຳຂັ້ນແຂວງ ແລະ ບັນດາພາກສ່ວນທີກ່ຽວຂ້ອງ.

ໃນນ້ັນ ສະຫາຍ  ວີ ເຣີເຊຍໄມ ຄະນະປະຈຳພັກນະຄອນ,ຫົວໜ້າຄະນະໂຄສະນາອົບຮົມນະຄອນຫຼວງພະບາງ ໄດ້ລາຍງານສະພາບລວມໂດຍຫຍໍ້ກ່ຽວກັບວຽກງານພັດທະນາເສດຖະກິດ-ສັງຄົມ ແລະ ວຽກງານການເມືອງ-ແນວຄິດ, ໂດຍໄດ້ຍົກໃຫ້ເຫັນວຽກງານທີ່ພົ້ນເດັ່ນ, ຂໍ້ຄົງຄ້າງ ແລະ ທິດທາງເພື່ອຈັດຕັ້ງປະຕິບັດໃນຕໍ່ໜ້າ,ຈາກນັ້ນກໍໄດ້ມີການແລກປ່ຽນບົດຮຽນໂດຍສະເພາະແມ່ນບັນດານັກສຶກສາບຳລຸງທິດສະດີການເມືອງ ແລະ ການປົກຄອງກັບພາກສ່ວນທີ່ກ່ຽວຂ້ອງທີ່ສ່ອງແສງໃຫ້ເຫັນລະຫວ່າງທິດສະດີ ແລະ ພຶດຕິກຳເປັນຕົ້ນແມ່ນວຽກງານການພັດທະນາພື້ນ ຖານໂຄງລ່າງ,ການພັດທບ້ານຜານົມທີ່ກາຍເປັນບ້ານແບບຢ່າງໃນການພັດທະນາບ້ານ, ການພັດທະນາຊີ ວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ, ການພັດທະນາສີມືແຮງງານ, ການຄວບຄຸມລາຄາສິນຄ້າຢູ່ແຂວງຫຼວງພະບາງ, ວຽກງານການສົ່ງເສີມການທ່ອງທ່ຽວ ແລະ ບັນຫາອື່ນໆ.

ໃນຕອນທ້າຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ໄດ້ມີຄຳເຫັນສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໂຄສະນາອົບຮົມນະຄອນຫຼວງພະບາງທີ່ໄດ້ໃຫ້ການຕ້ອນຮັບດ້ວຍໄມຕີຈິດອັນອົບອຸ່ນ ແລະ ຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ຊົມເຊີຍຕໍ່ອົງການປົກຄອງບ້ານຜານົມທີ່ໄດ້ເອົາໃຈໃສ່ສ້າງສາ ແລະ ພັດທະນາຢ່າງມີແບບແຜນ-ຄວາມຮັບຜິດຊອບສູງ, ມີການກໍ່ສ້າງເສັ້ນທາງເບ່ຕົ່ງແບບປະຊາຊົນ ມີສ່ວນຮ່ວມ ດ້ວຍການສົມທົບທຶນຮອນຂອງພໍ່ແມ່ປະຊາຊົນ ແລະ ພາກລັດຈຳນວນໜຶ່ງ ເຮັດໃຫ້ການສັນຈອນພາຍໃນບ້ານມີຄວາມສະດວກສະບາຍ, ນອກນັ້ນຍັງມີການສົ່ງເສີມຈາກພາກສ່ວນກ່ຽວຂ້ອງ ທາງດ້ານສີມືແຮງງານ ແລະ ການຜະລິດເປັນສິນຄ້າທີ່ໄດ້ສະແດງອອກໃນການສ້າງສູນຕ່ຳແຜ່ນທີ່ເປັນເອກະລັກສະເພາະຂອງຊາວບ້ານຜານົມໄດ້ນຳໄປວາງຈຳໜ່າຍ ແລະ ເຮັດໃຫ້ເສດຖະກິດ, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນພາຍໃນບ້ານນັບມື້ນັບດີຂຶ້ນ; ໃນນັ້ນສະຫາຍຍັງໄດ້ເນັ້ນຕື່ມວ່າໃຫ້ສືບຕໍ່ເອົາໃຈໃສ່ໃນການພັດທະນາບ້ານໃຫ້ນັບມື້ມີຄວາມເຂັ້ມແຂງ ແລະ ຈະເລີນກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.

ພາຍຫຼັງທີ່ສຳເລັດການພົບປະແລ້ວຄະນະຮັບຜິດຊອບຊຸດຮຽນທິດສະດີຂັ້ນຕົ້ນໄດ້ນຳພາຂະບວນນັກສຶກສາລົງຢ້ຽມຊົມພື້ນຖານການທ່ອງທ່ຽວທາງດ້ານປະຫວັດສາດ ແລະ ທຳມະຊາດຢູ່ນະຄອນຫຼວງພະບາງ ແລະ ເມືອງຈອມເພັດແຂວງຫຼວງພະບາງເປັນຕົ້ນແມ່ນຫັດຖະກຳເຄື່ອງປັ້ນດິນເຜົາບ້ານຈ່ານ, ຕາດຮ້ອຍຄົວ, ທາດພູສີ, ພະລາຊະວັງ, ວັດຊຽງທອງ, ເຮືອນຈັນຈູມຄ້ອງ, ນໍ້າຕົກຕາດກວາງຊີ, ບ້ານສາມສ້າງ ແລະ ສະຖານທີ່ອື່ນໆ. (ຂ່າວ: ນັກສຶກສາ ຄອສພ)