ຂ່າວສານ ຄອສພ

ພິທີປາຖະກະຖາວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນ ຊຽງຂວາງ  ແລະ  ວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາຂອງພັກ

ພິທີປາຖະກະຖາວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນ ຊຽງຂວາງ  ແລະ  ວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາຂອງພັກ ໃນຕອນເຊົ້າວັນທີ 21 ພຶດສະພາ 2025 ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີປາຖະກະຖາວັນປະຫວັດສາດສອງວັນ

ກອງປະຊຸມຄົບຄະນະ ຄັ້ງທີ 10 ຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ກອງປະຊຸມຄົບຄະນະ ຄັ້ງທີ 10 ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໃນລະຫວ່າງວັນທີ 19-23 ພຶດສະພາ 2025 ກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ໄຂຂຶ້ນຢູ່ທີ່ສຳນັກງານສູນກາງພັກໂດຍການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມມີບັນດາສະຫາຍກຳມະການສູນກາງພັກ. ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນ ພວມສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດໃນໄລຍະທ້າຍສະໄໝ,ບັນດາອົງຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນ ພວມຂຸ້ນຂ້ຽວສຸມໃສ່ກະກຽມດໍາເນີນກອງປະຊຸມໃຫຍ່ຂັ້ນຂອງຕົນ ໃຫ້ສໍາເລັດຕາມແຜນທີ່ວາງອອກ ເພື່ອກະກຽມກ້າວເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ.ໃນທ່າມກາງສະພາບການຂອງສາກົນ ແລະ ພາກພື້ນຍັງສືບຕໍ່ຜັນແປໄປຢ່າງໄວວາ, ສັບສົນ ແລະ ຄາດຄະເນໄດ້ຍາກ, ໂດຍສະເພາະແມ່ນສະພາບຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນຢູ່ພາຍໃນປະເທດເຮົາ. […]

ບົດຄໍາເຫັນ ຂອງ ທ່ານ ນາງ ຟ່າງຫົງ, ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ຄົບຮອບ 64 ປີພາຍໃຕ້ຫົວຂໍ້ “ສືບທອດຢືນສີແດງ ຮ່ວມກັນສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ”.

ບົດຄໍາເຫັນ ຂອງ ທ່ານ ນາງ ຟ່າງຫົງ, ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ຄົບຮອບ 64 ປີພາຍໃຕ້ຫົວຂໍ້ “ສືບທອດຢືນສີແດງ ຮ່ວມກັນສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ”. ຂ້າພະເຈົ້າຮູ້ສຶກດີໃຈເປັນຢ່າງຍິ່ງທີ່ໄດ້ມີໂອກາດເຂົ້າ ຮ່ວມກອງປະຊຸມສໍາມະນາຮ່ວມກັນ ລະຫວ່າງ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ຮ່ວມກັບ ຄະນະພົວພັນຕ່າງປະເທດສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ ປປ ລາວ ເພື່ອພ້ອມກັນຫວນຄືນ ປະຫວັດສາດແຫ່ງການສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ກໍຄື ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 64 ປີ.

ພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 64 ປີ

ພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 64 ປີ ໃນວັນທີ 29 ເມສາ 2025 ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ(22/3/1955-22/3/2025) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຈີນ ຄົບຮອບ 64 ປີ (25/4/1961-25/4/2025)

ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ບັນດາສໍານັກສື່ມວນຊົນຫວຽດນາມປະຈໍາລາວ, ເນື່ອງ​ໃນ​ໂອ​ກາດສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ, ທ້ອນ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ເປັນ​ເອ​ກະ​ພາບ ຄົບ​ຮອບ 50 ປີ (30/4/1975-30/4/2025)

ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ບັນດາສໍານັກສື່ມວນຊົນຫວຽດນາມປະຈໍາລາວ, ເນື່ອງ​ໃນ​ໂອ​ກາດສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ, ທ້ອນ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ເປັນ​ເອ​ກະ​ພາບ ຄົບ​ຮອບ 50 ປີ (30/4/1975-30/4/2025) ສະຫາຍຕີລາຄາສູງຕໍ່ໄຊ​ຊະ​ນະປົດປ່ອຍພາກໃຕ້ຫວຽດນາມ ແລະ ທ້ອນໂຮມປະເທດຊາດ ຫວຽດນາມເປັນອັນໜຶ່ງອັນດຽວ ໃນ​ວັນ​ທີ 30/4/1975 ແມ່ນ​ມີ​ຄວາມ​ໝາຍສຳ​ຄັນອັນໃຫຍ່ຫຼວງ​ຕໍ່​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ ສອງ​ຊາດ​ລາວ-ຫວຽ​ດ​ນາມ, ເຊິ່ງເປັນໄຊ ຊະນະຂອງຍຸກສະໄໝທີ່ເລິກເຊິງທີ່ສຸດເຊິ່ງທີ່ສຸດເຊັ່ນ: – ແມ່ນມະຫາໄຊຊະນະ ຂອງກອງທັບ ແລະ ປະຊາຊົນຫວຽດນາມ ນັບພັນປີ ແຫ່ງການຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຫວຽດນາມ. ໄຊຊະ ນະດັ່ງກ່າວ ແມ່ນການທັບມ້າງກົງຈັກການທະຫານອັນໃຫຍ່ໂຕ, ເຂັ້ມແຂງ ແລະ ທັນສະໄໝກວ່າໝູ່ໝົດ ຂອງລັດທິລ່າເມືອງຂຶ້ນແບບໃໝ່ໄດ້ຢ່າງສົມບູນ, ປະເທດຊາດທີ່ຖືກແບ່ງເປັນ 2 ພາກ ໄດ້ຮັບການເຕົ້າໂຮມເປັນອັນດຽວກັນ. – ແມ່ນການປະລາໄຊອັນໜັກໜ່ວງທາງດ້ານການທະຫານ ແລະ ການເມືອງທີ່ບໍ່ເຄີຍມີມາກ່ອນຂອງຈັກກະພັດອາເມລິກາ, ເຮັດໃຫ້ກົນອຸບາຍຢາກຫັນເອົາພາກໃຕ້ຫວຽດ ນາມເປັນຫົວເມືອງຂຶ້ນແບບໃໝ່ ແລະ […]

1 2 3 4 5 75