ຂ່າວສານ ຄອສພ

ຫົວໜ້າ ຄອສພ ພົບປະໂອ້ລົມພະນັກງານ -ລັດຖະກອນ ສຳນັກຂ່າວສານປະເທດລາວ

       ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ເລຂະຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ພ້ອມດ້ວຍຄະນະ ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ລັດຖະກອນ ສຳນັກຂ່າວສານປະເທດລາວ (ຂປລ) ໃນວັນທີ 25 ມີນາ 2025 ໂດຍການຕ້ອນຮັບຂອງ ທ່ານ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນສຳນັກຂ່າວສານປະເທດລາວ. ທ່ານ ວັນນະສິນ ສິມມະວົງ ໄດ້ຍົກໃຫ້ເຫັນເຖິງປະຫວັດການກຳເນີດ ແລະ ເຕີບໃຫຍ່ຂະ ຫຍາຍຕົວ ຂອງສຳນັກຂ່າວສານປະເທດລາວ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍສະເພາະ ການຈັດຕັ້ງປະຕິບັດວຽກງານຂອງສື່ມວນຊົນ ເປັນຕົ້ນ ການສະໜອງຂໍ້ມູນຂ່າວສານ ແລະ ຮູບພາບ ໃຫ້ແກ່ອົງການສື່ມວນຊົນ ແລະ ການຈັດຕັ້ງສັງຄົມທົ່ວໄປ. ສໍາລັບການເຄື່ອນໄຫວວຽກງານວິຊາສະເພາະ ໃນໄລຍະຜ່ານມາ, ຄະນະນໍາ ຂປລ ໄດ້ຍຶດໝັ້ນຕາມແນວທາງຂອງພັກ-ລັດວາງອອກ ໂດຍຖືເອົາວຽກງານການເມືອງ-ແນວຄິດເປັນວຽກງານທີ່ສຳຄັນໃນການນໍາພາ-ຊີ້ນໍາ, ຄຸ້ມຄອງ […]

ສຸມໃສ່ໂຄສະນາເຜີຍແຜ່ມູນເຊື້ອວັນສໍາຄັນຂອງພັກ-ລັດ ໃຫ້ເຂັ້ມແຂງ

ກອງປະຊຸຸມສະຫຼຸບວຽກງານໂຄສະນາອົບຮົມ ທົ່ວນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2025 ແລະ 3 ເດືອນຕົ້ນປີ 2026

ພິທີປະກາດການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຂັ້ນສູງ ຂອງສູນກາງແນວລາວສ້າງຊາດ

ໃນວັນທີ 20 ມີນາ ຜ່ານມາ ຢູ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ມີພິທີປະກາດການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຂັ້ນສູງ ຂອງສູນກາງແນວລາວສ້າງຊາດ

ນັກຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ III ຂອງຄະນະໂຄສະນາອົບຮົມສູນກາງພັກ ທັດສະນະສຶກສາ ຢູ່ນະຄອນໄກສອນ, ແຂວງສະຫວັນນະເຂດ.

ໃນວັນທີ 17-19 ມີນາ 2026 ນັກຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ III ຂອງຄະນະໂຄສະນາອົບຮົມສູນກາງພັກ ຈໍານວນ 39 ສະຫາຍ, ຍິງ 19 ສະຫາຍ ໄດ້ໄປທັດສະນະສຶກສາ ຢູ່ນະຄອນໄກສອນ, ແຂວງສະຫວັນນະເຂດນໍາພາໂດຍ ຄູອາຈານ ຈາກສະຖາບັນການເມືອງ-ການປົກຄອງແຫ່ງຊາດ ແລະ ຄະນະຮັບຜິດຊອບຊຸດຮຽນ ຂອງຄະນະໂຄສະນາອົບຮົມສູນກາງພັກ.

ກົມອົບຮົມ ເປີດບັ້ນແຂ່ງຂັນ ວຽກງານວິຊາສະເພາະ ປະຈໍາປີ 2026

ເພື່ອເປັນການຈັດຕັ້ງຜັນຂະຫຍາຍຄໍາຂວັນຂອງກົມທີ່ວ່າ: “ສ້າງ, ປັບປຸງປ່ຽນແປງວຽກງານອົບຮົມໄປສູ່ຄຸນນະພາບໃໝ່” ແລະ ພ້ອມທັງເປັນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ຂອງອົງ ຄະນະພັກຄະນະໂຄະສະນາອົບຮົມສູນກາງພັກ ທີ່ຈະມາເຖິງ. ໃນຕອນບ່າຍຂອງວັນທີ 19 ມີນາ 2026 ນີ້ກົມອົບຮົມໄດ້ຈັດຕັ້ງເປີດບັ້ນແຂ່ງຂັນວຽກງານວິຊາສະເພາະພາຍໃນກົມຂຶ້ນ ຢູ່ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະໂຄສະ ນາອົບຮົມສູນກາງພັກ ໂດຍການເປັນປະທານຂອງ ສະຫາຍ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ຫົວໜ້າກົມອົບຮົມ, ມີຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານວິຊາການ ເຂົ້າຮ່ວມທັງໝົດ 18 ສະຫາຍ, ຍິງ 8 ສະຫາຍ.   ຈຸດປະສົງຂອງການຈັດຕັ້ງການແຂ່ງຂັນວຽກ​ງານ​ວິ​ຊາ​ສະ​ເພາະໃນຄັ້ງນີ້ ແມ່ນເປັນການຍົກລະດັບຄວາມຮູ້, ຄວາມເຂົ້າໃຈຂອງພະນັກງານ ກ່ຽວກັບແນວທາງແຜນນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ ແລະ ກົດໝາຍຂອງລັດ, ເພື່ອເປັນການຝຶກທັດສະໃນການຂຶ້ນຫ້ອງບັນຍາຍເອກະສານ, ເປັນການແລກປ່ຽນບົດຮຽນເຊິ່ງກັນແລະກັນ, ທັງເປັນການສ້າງພະນັກງານວິຊາການໃຫ້ມີຄວາມຊໍານານງານ ແລະເປັນມືອາຊີບ, ເພື່ອເປັນພະນັກງານສືບທອດປ່ຽນແທນໃນຕໍ່ໜ້າ, ຮູບແບບ ແລະວິ​ທີ​ແມ່ນ​ການ​ບັນ​ຍາຍ​ເອ​ກະ​ສານ​ເປັນຫຼັກ, ການແຂ່ງຂັນແມ່ນແບ່ງອອກເປັນ 2 ຂັ້ນຄື: […]

1 2 3 4 84