ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄະ ນະໂຄສະນາອົບຮົມສູນກາງພັກ

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ໄຂຂື້ນຢ່າງເປັນທາງການ ໃນຕອນເຊົ້າ ຂອງວັນທີ 28/05/2026 ແລະ ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນຕອນເຊົ້າ ຂອງວັນທີ 29 ພຶດສະພາ 2026, ທີ່ຫ້ອງປະ ຊຸມໃຫຍ່ ຄອສພ, ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ອະດີດຄະນະພັກ-ຄະນະນໍາ ຄອສພ, ຜູ້ແທນສົມບູນ 189 ສະຫາຍ, ຍິງ 83 ສະຫາຍ ແລະ ແຂກຖືກເຊີນ.


ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄອສພ ດໍາເນີນພາຍໃຕ້ຄໍາຂວັນ “ເພີ່ມທະວີບົດບາດການນໍາພາ ຂອງອົງຄະນະພັກ, ຍົກສູງຈິດໃຈເອກະລາດເປັນເຈົ້າຕົນເອງ, ຕັ້ງ ໜ້າສ້າງການຫັນປ່ຽນໃນວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ”. ກອງປະຊຸມໃຫຍ່ ໄດ້ຄົ້ນຄວ້າປຶກສາຫາລື ແລະ ຮັບຮອງເອົາບົດລາຍງານການເມືອງ ຂອງຄະນະພັກ ສະໄໝທີ V ຕໍ່ກອງປະຊຸມໃຫຍ່ ຄັ້ງທີ VI ຊຶ່ງໄດ້ຕີລາຄາຢ່າງພາວະວິໄສ ຕໍ່ຜົນງານການເຄື່ອນໄຫວວຽກງານ ໂຄສະນາອົບຮົມ ໄລຍະ 5 ປີ ຜ່ານມາ; ໄດ້ຄົ້ນຄວ້າປຶກສາຫາລື ແລະ ເປັນເອກະສັນຮັບຮອງເອົາບັນດາທິດທາງ, ໜ້າທີ່ຈຸດສຸມວຽກງານໂຄສະນາອົບຮົມ ໃນໄລຍະ 5 ປີຕໍ່ໜ້າ; ແຜນພັດທະນາວຽກງານໂຄສະນາອົບຮົມ (2026-2030) ຂອງອົງຄະນະພັກ ຄອສພ ໃນ 9 ແຜນງານ, 42 ໂຄງການ; ໄດ້ຮັບຮອງເອົາບົດສໍາຫຼວດການນໍາພາຂອງຄະນະພັກ ຄອສພ ຊຸດທີ V ໂດຍໄດ້ຕີລາຄາສູງຕໍ່ຄວາມພະຍາຍາມ ໃນການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດໜ້າທີ່ການເມືອງ ຂອງຄະນະພັກຊຸດເກົ່າ ຊຶ່ງມີຜົນສໍາເລັດທີ່ຕັ້ງໜ້າຫຼາຍປະການ; ກອງປະຊຸມໄດ້ຮັບຟັງການປະກອບຄວາມເຫັນກ່ຽວກັບການປັບປຸງກົງຈັກການຈັດຕັ້ງຢູ່ພາຍໃນ ຄອສພ; ບົດບາດການຄົ້ນຄວ້າທິດສະດີ ແລະ ພຶດຕິກຳ ຮັບໃຊ້ວຽກງານໂຄສະນາອົບຮົມ; ພັກນໍາພາວຽກງານອົງການຈັດຕັ້ງມະຫາຊົນ ແລະ ບົດບາດຂອງວຽກງານສື່ມວນຊົນ, ຊຶ່ງບົດປະກອບຄຳເຫັນຂອງແຕ່ລະພາກສ່ວນ ລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບ ຕໍ່ບົດລາຍງານການເມືອງ, ທິດທາງ, ຄາດໝາຍສູ້ຊົນ ແລະ ວຽກງານຮອບດ້ານຕໍ່ກອງປະຊຸມ.
ໃນກອງປະຊຸມຜູ້ແທນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ກົດລະບຽບຂອງພັກ, ທັງຖືກຕ້ອງ ສອດຄ່ອງຕາມມາດຖານເງື່ອນໄຂທີ່ກຳນົດໄວ້ ຊຶ່ງມີຜູ້ຮັບສະໝັກເລືອກຕັ້ງ ຈຳນວນ 20 ສະຫາຍ, ຍິງ 4 ສະຫາຍ. ໃນນັ້ນ, ຜ່ານການຄັດເລືອກແມ່ນໄດ້ 17 ສະຫາຍ, ຍິງ 1 ສະຫາຍ ເປັນຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກຊຸດໃໝ່ ເພື່ອສືບຕໍ່ນໍາພາ-ຊີ້ນໍາວຽກງານສໍາຄັນໃນຕໍ່ໜ້າ ຊຶ່ງມີລາຍຊຶ່ດັ່ງນີ້: 1). ສະຫາຍ ປອ. ຄໍາພັນ ເຜີຍຍະວົງ, 2). ສະຫາຍ ວັນສີ ກົວມົວ, 3). ສະຫາຍ ປອ. ຄໍາມອນ ຈັນທະຈິດ, 4). ສະຫາຍ ສາຄອນ ພົມມະລາດ, 5). ສະຫາຍ ອານົງສັກ ອິນທະວົງ, 6). ສະຫາຍ ຄໍາກອງ ທໍາມະເທວາ, 7). ສະຫາຍ ປອ. ວັນລາຕີ ຄໍາວານວົງສາ, 8. ສະຫາຍ ບຸນເພັງ ຈັນທະດາລາ, 9). ສະຫາຍ ບົວໄລ ພານຸວົງ, 10). ສະຫາຍ ວັນນະສິນ ສິມມະວົງ, 11). ສະຫາຍ ສະຫວ່າງ ດາລາແສນ, 12). ສະຫາຍ ສົມປະສົງ ພົງປະເສີດ, 13). ສະຫາຍ ນາງ ພອນທິບ ສີຈະເລີນ, 14). ສະຫາຍ ຫີນເພັດ ໄຊຍະສີພັນດອນ, 15). ສະຫາຍ ສີວັນ ຫອມໄຊຍະເດດ, 16). ສະຫາຍ ວຽງວັດທະນາ ຊະນະພານ, 17). ສະຫາຍ ບຸນແຍງ ທໍາມະວົງ.
ກອງປະຊຸມຄັ້ງປະຖົມມະລືກ ໄດ້ເປັນເອກະສັນເລືອກຕັ້ງເອົາ ສະຫາຍ ຄໍາພັນ ເຜີຍຍະວົງ ເປັນເລຂາຄະນະບໍລິຫານງານພັກ ຄອສພ ສະໄໝທີ VI, ສະຫາຍ ວັນສີ ກົວມົວ ເປັນຮອງເລຂາ, ເລືອກເອົາຄະນະປະຈໍາພັກ 5 ສະຫາຍ ຄື: 1). ສະຫາຍ ປອ. ຄໍາພັນ ເຜີຍຍະວົງ, 2). ສະຫາຍ ວັນສີ ກົວມົວ, 3). ສະຫາຍ ປອ. ຄໍາມອນ ຈັນທະຈິດ, 4). ສະຫາຍ ສາຄອນ ພົມມະລາດ, 5). ສະຫາຍ ອານົງສັກ ອິນທະວົງ; ກອງປະຊຸມໄດ້ເລືອກເອົາ ສະຫາຍ ສາຄອນ ພົມມະລາດປະທານກວດກາພັກ ແລະ ເລືອເອົາຮອງປະທານກວດກາ 4 ສະຫາຍ ຄື: 1). ສະຫາຍ ສະຫວ່າງ ດາລາແສນ, 2). ສະຫາຍ ນາງ ຫຼ້າຊ້ອຍ ກອງແກ້ວມະນີວົງ, 3). ສະຫາຍ ນາງ ຈັນສຸກ ພິມມະວັນ, 4). ສະຫາຍ ກອງບຸນ ສຸລິວົງ.



ໂອກາດນີ້, ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ໃຫ້ກຽດມີຄຳເຫັນໂອ້ລົມ, ຊຶ່ງກ່ອນອື່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານ ແລະ ຜົນສໍາເລັດ ທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ເນັ້ນຫຼາຍບັນຫາຕໍ່ກອງປະຊຸມໃຫຍ່ຄື:
1. ຕ້ອງສ້າງການຫັນປ່ຽນຢ່າງແຂງແຮງ ທາງດ້ານເນື້ອໃນ ແລະ ຮູບການ ໃນການເຄື່ອນໄຫວວຽກງານໂຄສະນາອົບຮົມ ເພື່ອສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ເປັນຕົ້ນແມ່ນ: ການເຜີຍແຜ່ເນື້ອໃນ ຂອງມະຕິ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ເຊິ່ງໄດ້ເລີ່ມມີໜໍ່ແໜງການຫັນ ປ່ຽນໃນແບບວິທີການເຜີຍແຜ່ມາແລ້ວ ແລະ ເອກະສານ ທີ່ກົມການເມືອງມອບໃຫ້ບັນດາສະຫາຍກະກຽມເຜີຍແຜ່ອົບຮົມ ໃນຮູບແບບໃໝ່ ໄດ້ເກີດຂຶ້ນແລ້ວ, ຂໍໃຫ້ສືບຕໍ່ປັບປຸງປ່ຽນແປງ ໄປຕາມແຕ່ລະເປົ້າໝາຍ ແລະ ສົມບູນແທດຕົວຈິງກັບກາລະໂອກາດ.
2. ຢາກເຮັດວຽກງານສຶກສາອົບຮົມໃຫ້ມີຄຸນນະພາບສູງ, ບັນດາສະຫາຍຕ້ອງກຳໄດ້ແນວຄິດຈິດໃຈ, ຈິດຕະສາດ, ຄວາມຂັດຂ້ອງໝອງໃຈ, ຄວາມມຸ້ງມາດປາດຖະໜາ ຂອງປະຊາຊົນ ແລະ ຊັ້ນຄົນຕ່າງໆໃນສັງຄົມ ໃຫ້ເລິກເຊິ່ງ.ຈາກນັ້ນ, ກໍ່ຮີບຮ້ອນຈັດສັນເນື້ອໃນແນວທາງ ແລະ ແບບແຜນສຶກສາອົບຮົມ ແຕ່ລະເປົ້າໝາຍຕ່າງໆໃຫ້ຖືກຕ້ອງສອດຄ່ອງກັບຈຸດພິເສດນັ້ນໆ.
3. ເພື່ອຕອບຕ້ານບັນດາກົນອຸບາຍ, ເລລ່ຽມ ຂອງກຸ່ມຄົນ ທີ່ບໍ່ຫວັງດີ, ຜູ້ເຮັດວຽກໃນຂົງເຂດແນວຄິດ ຕ້ອງກຳໄດ້ຈຸດພິເສດ, ຈຸດອ່ອນ, ຈຸດແຂງ ຂອງພວກເຂົາເຫຼົ່ານັ້ນ ເພື່ອມີແຜນຮັບມືຢ່າງເດັດດ່ຽວ, ຖືກຕ້ອງ, ເໝາະສົມຕາມສະຖານະການ. ໃນນັ້ນ, ຕ້ອງທັນການ, ແຕ່ຕ້ອງເຕັມໄປດ້ວຍຄວາມຮອບຄອບ, ແນບນຽນ, ແຫຼມຄົມ, ຖືກເປົ້າໝາຍ ແລະ ກ້າວໄປເຖິງ ໃຫ້ຮັກສາໄດ້ສະຖຽນລະພາບ ທາງດ້ານການ ເມືອງ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.
4. ຕໍ່ວຽກງານໂຄສະນາ ການອອກແບບໂຄສະນາດ້ວຍຫຼາຍຮູບ, ຫຼາຍສີ, ແຕ່ໃຫ້ຮັບປະກັນຄວາມເລິກເຊິ່ງ, ກວ້າງຂວາງ ແມ່ນມີຄວາມຈຳເປັນໃນສັງຄົມປະຈຸບັນ. ພວກເຮົາສາມາດນຳໃຊ້ສື່ມວນຊົນ ຢ່າງກວ້າງຂວາງ ແລະ ຫຼາກຫຼາຍ ທີ່ເປັນພາຫະນະສຳຄັນ ທີ່ສັງຄົມຕ້ອງການ ທີ່ເປັນຊີວິດປະຈຳວັນຂອງເຂົາ ເຈົ້າຢູ່ນັ້ນ ໃຫ້ມີຫຼາຍຮູບຫຼາຍສີກວ່າເກົ່າ. ນອກນັ້ນ, ກໍ່ມີການຈັດປະຖະກະຖາ, ສຳມະນາຜ່ານອົງການ ຈັດຕັ້ງຕ່າງໆ, ສ້າງເປັນເອກະສານໂຄສະນາ, ອົບຮົມ ທີ່ມີເນື້ອໃນເລິກເຊິ່ງ ແຕ່ໃຫ້ມີຊີວິດຊີວາ ທີ່ດຶງດູດຄວາມສົນໃຈ ຂອງແຕ່ລະເປົ້າໝາຍ.
5. ຄະນະໂຄສະນາອົບຮົມສູນກາງພັກ ຕ້ອງເປັນເຈົ້າການປະສານສົມທົບ ກັບ ຄະນະສະພາທິດສະດີສູນກາງພັກ, ສະຖາບັນຕ່າງໆ ສືບຕໍ່ຄົ້ນຄວ້າທາງດ້ານທິດສະດີ ແລະ ສະຫຼຸບພຶດຕິກຳ ຂອງພັກ; ພົວພັນໃກ້ຊິດ, ແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳ ກັບບັນດາພັກອ້າຍນ້ອງ ເພື່ອຊ່ວຍກົມການເມືອງ, ຄະນະບໍລິຫານງານສູນກາງພັກ ວາງແນວທາງນະໂຍບາຍຂອງພັກ ໃນຊຸມປີຕໍ່ໜ້ານີ້, ໃຫ້ຖືກ ຕ້ອງສອດຄ່ອງກັບສະພາບການແຫ່ງຄວາມຮຽກຮ້ອງຕ້ອງການ ທີ່ແທ້ຈິງ.
6. ປັບປຸງພາລະບົດບາດ ແລະ ກົງຈັກການຈັດຕັ້ງ, ສິດ, ໜ້າທີ່, ແລະ ແບບແຜນວິທີເຮັດວຽກ ຂອງຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກະທັດຮັດ, ໜັກແໜ້ນ, ເຂັ້ມແຂງ, ສົມຄູ່ກັບບົດບາດ ແລະ ຄວາມສໍາຄັນຂອງວຽກງານໃນໄລຍະໃໝ່. ພ້ອມກັນນັ້ນ, ກໍຕ້ອງເອົາໃຈໃສ່ ການບັນຈຸສັບຊ້ອນພະນັກງານ ເຂົ້າໃສ່ບັນດາຕໍາແໜ່ງງານໃຫ້ແທດເໝາະ.
7. ເພີ່ມທະວີການຄຸ້ມຄອງດ້ານລະບຽບວິໄນ ຢູ່ພາຍໃນການຈັດຕັ້ງ ຂອງອົງຄະນະພັກ ຕິດພັນກັບການສະກັດກັ້ນ ຕີຖອຍບັນດາປະກົດການຫຍໍ້ທໍ້ ໄປຄຽງຄູ່ກັບຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ແກ່ຖັນແຖວພະນັກງານ-ສະມາຊິກພັກ ເປັນຂໍກະແຈໃຫ້ແກ່ການຮັບປະກັນໜ້າວຽກ ທີ່ວາງໄວ້ໃນກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນລະບົບ, ຕໍ່ເນື່ອງ, ແຂງແຮງ. ເປົ້າໝາຍໜຶ່ງທີ່ສຳຄັນທີ່ຜູ້ເຮັດວຽກໂຄສະນາອົບຮົມ, ເຮັດວຽກຄົ້ນຄວ້າທິດສະດີ ແລະ ພຶດຕິກຳນັ້ນ, ແມ່ນການຫັນປ່ຽນຄວາມຄິດ, ຫັນປ່ຽນຄ່ານິຍົມ ແລະ ຫັນປ່ຽນວິຖີຊີວິດ ຂອງຄົນ, ຂອງສັງຄົມ ໃນຍຸກແຫ່ງການປ່ຽນແປງໃໝ່ໃຫ້ກ້າວໜ້າຕໍ່ໄປ, ສິ່ງສຳຄັນທີ່ສຸດ ແມ່ນຄ່ານິຍົມຂອງສັງຄົມ-ຂອງຊາວໜຸ່ມ ວຽກງານໂຄສະນາອົບຮົມເຮົາຈະຮັບມື ແລະ ກະທົບໃສ່ແນວໃດ.