
ໃນຕອນບ່າຍ ຂອງວັນທີ 27 ພຶດສະພາ 2026 ຄະນະນໍາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຂົ້າວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນປະທານ ໄກສອນ ພົມວິຫານ. ເຊິ່ງນໍາໂດຍ ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນການພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ເຂົ້າຮ່ວມມີ: ຄະນະບໍລິຫານງານພັກ ສະໄໝທີ V, ບັນດາເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຫົວໜ້າກົມ, ທຽບເທົ່າກົມ ພ້ອມດ້ວຍຜູ້ແທນສົມບູນທັງໝົດ ເຂົ້າຮ່ວມ.


ຈຸດປະສົງໃນພິທີວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນປະທານ ໄກສອນ ພົມວິຫານຄັ້ງນີ້ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ສະມາ ຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ແລະ ເພື່ອສະແດງຄວາມເຄົາລົບຮັກຮູ້ບຸນຄຸນອັນໃຫຍ່ຫຼວງ ແລະ ລະ ນຶກເຖິງຜົນງານ, ຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງ ປວງຊົນລາວບັນດາເຜົ່າ ເຊິ່ງທ່ານເປັນຜູ້ກໍ່ຕັ້ງນໍາພາ ພາລະກິດປະຕິວັດອັນຍິ່ງໃຫຍ່ຂອງຊາດເຮົາຈາກໄຊຊະນີ້ ສູ່ໄຊຊະນະໃໝ່ຍິ່ງໃຫຍ່ກວ່າເກົ່າ ແລະ ສ້າງປະຖົມປັດໃຈກ້າວຂຶ້ນສູ່ສັງຄົມ ນິຍົມຢ່າງໜັກແໜ້ນ, ນໍາພາຂະບວນການປະຕິວັດລຸກຮືຂຶ້ນຕໍ່ສູ້ກັບສັດຕູຜູ້ຮຸກຮານຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງອົງອາດກ້າຫານ.

