
ໃນຕອນເຊົ້າຊອງວັນທີ 22 ພຶດສະພາ 2026 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີເປີດຂະບວນການ, ໂຄສະນາ ແລະ ພິທີການ ເພື່ອຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັັ້ງທີ VI ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ສາຄອນ ພົມມະລາດ ຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມມີ: ອະນຸກໍາມະການຂະບວນ ການ, ໂຄສະນາ ແລະ ພິທີການ, ຫົວໜ້າກົມ, ທຽບເທົ່າກົມ, ຮອງຫົວໜ້າກົມ ພ້ອມດ້ວຍພະນະນັກງານ ທີ່ຂຶ້ນກັບ ຄອສພ.
ໃນພິທີ ທ່ານ ວັນຕຸລາ ຣັກນຸດ ຫົວໜ້າອະນຸກໍາມະການຂະບວນການ, ໂຄສະນາ ແລະ ພິທີການ ຂຶ້ນກ່າວຈຸດປະສົງ ແລະ ລາຍງານຫຍໍ້ກ່ຽວກັບການກະກຽມວຽກງານຂະບວນການໂຄສະນາ ແລະ ພິທີການ ຄັ້ງນີ້ເພື່ອໂຄສະນາເຜີຍແຜ່ຜົນງານການເຄື່ອນໄຫວວຽກງານໂຄສະນາອົບຮົມ ໃນສະໄໝທີV ຜ່ານມາ ແລະ ທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ ໃຫ້ພະນັກງານ, ສະມາຊິກພັກ ແລະ ມະຫາຊົນ ໄດ້ຮັບຮູ້-ເຂົ້າໃຈຢ່າງກວ້າງ ຂວາງ, ເລິກເຊິ່ງ, ເພື່ອສຶກສາອົບຮົມ, ປຸກລະດົມຈິດໃຈພະນັກງານ-ສະມາຊິກພັກ ໃຫ້ມີຄວາມຕື່ນຕົວທາງການເມືອງ, ພ້ອມກັນອອກແຮງແຂ່ງ ຂັນສ້າງຜົນງານ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັັ້ງທີ VI ແລະ ເປັນການສ້າງຂະບວນການໃຫ້ມີບັນຍາກາດຄຶກຄື້ນ ເບີກບານມ່ວນ ຊື່ນ, ທັງເປັນການເສີມຂະຫຍາຍມູນເຊື້ອຄວາມສາມັກຄີລະຫວ່າງພະນັກງານ-ສະມາຊິກພັກ ໃຫ້ນັບມື້ແໜ້ນແຟ້ນ ແລະ ເລິກ ເຊິ່ງຂຶ້ນກວ່າເກົ່າ ອັນເປັນກໍາລັງແຮງປະກອບສ່ວນສໍາຄັນເຂົ້າໃນການຈັດຕັັ້ງປະຕິບັດໜ້າທີ່ການເມືອງໃຫ້ບັນລຸຜົນສໍາເລັດຕາມຄາດໝາຍ.

ໃນໂອກາດທີ່ມີ ຄວາມໝາຍສໍາຄັນນີ້ ທ່ານ ສາຄອນ ພົມມະລາດ ຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດມີຄໍາເຫັນ ແລະ ກ່າວເປີດຂະບວນການ, ໂຄສະນາ ແລະ ພິທີການ ເພື່ອຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັັ້ງທີ VI ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ທ່ານກ່າວວ່າກອງປະຊຸມໃຫຍ່ອົງຄະນະພັກຂອງພວກເຮົາໃນຄັ້ງນີ້ ເປັນເຫດການການເມືອງທີ່ສໍາຄັນອີກວາລະໜຶ່ງ ເປັນການສະຫຼູບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 5 ໃນສະໄໝຜ່ານມາ, ພ້ອມທັງ ຖອດຖອນບົດຮຽນ ແລະ ກໍານົດທິດ ທາງໜ້າທີ ່ໃນຕໍ່ໜ້າບົນຈິດໃຈເພີ່ມທະວີບົດບາດການນໍາພາ ຂອງອົງຄະນະພັກ ຍົກສູງຈິດໃຈເອກະລາດເປັນເຈົ້າຕົນເອງ ຕັ້ງໜ້າສ້າງການຫັນປ່ຽນໃນວຽກງານໂຄສະນາອົບຮົມໄປສູ ່ຄຸນນະພາບໃໝ່ຢ່າງແຂງແຮງ. ທັງເປັນບັ້ນທີ່ສໍາຄັນໃນການຂັດເລືອກເອົາຄະນະບໍລິຫານງານພັກ ເປັນຄັນທຸງນໍາໜ້າ ໃນການຈັດຕັ້ງນໍາພາທົ່ວອົງຄະນະພັກ ຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ໃນ 5 ປີຕໍ່ໜ້າກໍຄື ໜ້າທີ່ການເມືອງ ໃຫ້ມີຜົນສໍາເລັດຕາມຈຸດປະສົງຄາດໝາຍທີ່ວາງໄວ້. ເພື່ອເຮັດໃຫ້ຂະບວນການຄັ້ງນີ້ມີເນື້ອໃນເລິກເຊິ່ງ, ມີຊີວິດຊີວາ ແລະ ໄດ້ຮັບຜົນສໍາເລັດຢ່າງເປັນຮູບປະທໍາຂຶ້ນຕື່ມ, ພ້ອມນັ້ນ ທ່ານຍັງໄດ້ຮຽກຮ້ອງ ແລະ ປຸກລະດົມມາຍັງ ບັນດາສະຫາຍທັງໝົດ ກໍຄືສະມາຊິກພັກ-ພະນັກງານທົ່ວອົງຄະນະພັກ ຄອສພ ໃຫ້ສຸມໃສ່ 6 ວຽກງານສໍາຄັນ ດັ່ງນີ້:
1) ຍົກສູງສະຕິທາງການເມືອງ, ມີຄວາມໜັກແໜ້ນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາ ຂອງພັກ ເວົ້າລວມ, ເວົ້າ ສະເພາະແມ່ນການນໍາພາ ຂອງຄະນະພັກ ຄອສພ.
2) ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ, ຕ້ານທຸກປະກົດການຫຍໍ້ທໍ້ ແລະ ພ້ອມກັນເປັນເຈົ້າການໃນການສືບຕໍ່ປະຕິບັດໜ້າທີ່ວິຊາສະເພາະ.
3) ແຕ່ລະຮາກຖານພັກ ສືບຕໍ່ອອກແຮງສ້າງຜົນງານ ເພື່ອເປັນອານຸສອນຕ້ອນຮັບກອງປະຊຸມໃຫຍ່; ສືບຕໍ່ສຸ່ມໃສ່ແກ້ໄຂບັນຫາທີ່ຍັງຄົງຄ້າງໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
4) ເພີ່ມທະວີການປ້ອງກັນຄວາມສະຫງົບ ໃນຂອບເຂດຄວາມຮັບຜິດຊອບໃຫ້ມີຄວາມສະຫງົບປອດໄພ.
5) ສ້າງສະພາບແວດລ້ອມ ໃນຂອບເຂດສໍານັກງານຫ້ອງການແຕ່ລະບ່ອນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະອາດ, ຈົບງາມ.
6) ທຸກພາກສ່ວນ ກໍຄື ສະມາຊິກພັກ-ພະນັກງານທົ່ວ ຄອສພ ພວກເຮົາທັງໝົດ ຕ້ອງຮ່ວມແຮງຮ່ວມໃຈເປັນ ເຈົ້າການປະກອບສ່ວນໃນການສືບຕໍ່ກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ໃຫ້ມີຜົນສໍາເລັດຢ່າງສະຫງ່າງາມ (ບັນດາອະນຸກໍາມະການຕ່າງໆ ຕ້ອງໄດ້ສືບຕໍ່ເປັນເຈົ້າການສຸ່ມໃສ່ການກະກຽມ, ຕິດຕາມ ຊຸກຍູ້ວຽກງານໃຫ້ຕໍ່ເນື່ອງ ແລະ ສໍາເລັດຕາມກໍານົດທີ່ຄາດໝາຍໄວ້.


