ຂ່າວສານ ຄອສພ

ພິທີປະກາດການແຕ່ງຕັ້ງຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ໃໝ່.

ພິທີປະກາດການແຕ່ງຕັ້ງຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ໃໝ່. ໃນຕອນບ່າຍຂອງວັນທີ 6 ເມສາ 2021 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປະກາດການແຕ່ງຕັ້ງຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ໃໝ່ ຂຶ້ນທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເປັນປະ ທານໂດຍ ທ່ານ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ; ເຂົ້າຮ່ວມມີ: ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຕາງໜ້າຄະນະຈັດ ຕັ້ງສູນກາງພັກ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກ ງານ ທົ່ວຄອສພ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີດັ່ງກ່າວຕາງໜ້າກົມຈັດຕັ້ງ-ພະນັກງານ ຄະນະຈັດຕັ້ງສູນກາງພັກ ຂື້ນຜ່ານ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 42/ຄລສພ, ລົງວັນທີ 12/03/2021 ວ່າດ້ວຍການຍົກຍ້າຍພະນັກງານການນໍາຂັ້ນສູງໄປຮັບໜ້າທີ່ໃໝ່, ອີງຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 48/ຄລສພ, ລົງວັນທີ 15/03/2021 ວ່າດ້ວຍການແຕ່ງຕັ້ງ ຮອງເລຂາຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ແລະ ອີງຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກສະບັບເລກທີ 43/ຄລສພ, ລົງວັນທີ 12/03/2021 ວ່າດ້ວຍການແຕ່ງຕັ້ງຮອງຄະນະໂຄສະນາອົບຮົມສູນກາງພັກ. […]

ພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 66 ປີ ( 22 ມີນາ 1955 – 22 ມີນາ 2021) ແລະ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອຊາດເພື່ອປະຊາຊົນ

ພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 66 ປີ ( 22 ມີນາ 1955 – 22 ມີນາ 2021) ແລະ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອຊາດເພື່ອປະຊາຊົນ     ໃນຕອນເຊົ້າວັນທີ 19 ມີນາ 2021ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

ສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີປາຖະກະຖາເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 111 ປີ (08 ມີນາ 1910-8 ມີນາ 2021).

ສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີປາຖະກະຖາເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 111 ປີ (08 ມີນາ 1910-8 ມີນາ 2021).      ໃນຕອນເຊົ້າຂອງວັນທີ 4 ມີນາ 2021 ຜ່ານມາ. ສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປາຖະກະຖາເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ

ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກລົງຢ້ຽມຢາມໂຄງການທາງລົດໄຟລາວ-ຈີນ.

ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກລົງຢ້ຽມຢາມໂຄງການທາງລົດໄຟລາວ-ຈີນ.     ພາຍຫຼັງສຳເລັດການຝຶກອົບຮົມວຽກງານປາຖະກະຖາຢູ່ກະຊວງ ຍທຂ ຕິດພັນກັບຜົນສຳເລັດ

ພິທີ ມອບ-ຮັບ ໜ້າທີ່ ເລຂາພັກແຂວງອຸດົມໄຊ ລະຫວ່າງ ຜູ້ເກົ່າ-ຜູ້ໃໝ່

ພິທີ ມອບ-ຮັບ ໜ້າທີ່ ເລຂາພັກແຂວງອຸດົມໄຊ ລະຫວ່າງ ຜູ້ເກົ່າ-ຜູ້ໃໝ່ ໃນວັນທີ16 ກຸມພາ 2021 ຢູ່ທີ່ຫ້ອງວ່າການປົກຄອງແຂວງ ອຸດົມໄຊ ໄດ້ຈັດພິທີ ມອບ-ຮັບ ໜ້າທີ່

1 41 42 43 44 45 57