ຂ່າວສານ ຄອສພ

ຄະນະນຳຂອງຄະນະໂຄສະນາອົບຮົມສູນກາງພັກເຂົ້າອວຍພອນວັນຊາດ ສສ ຫວຽດນາມຄົບຮອບ 76 ປີ (02/09/1945-02/09/2021)

ຄະນະນຳຂອງຄະນະໂຄສະນາອົບຮົມສູນກາງພັກເຂົ້າອວຍພອນວັນຊາດ ສສ ຫວຽດນາມຄົບຮອບ 76 ປີ (02/09/1945-02/09/2021)         ໃນວັນທີ 30 ສິງຫາ 2021ຜ່ານມານີ້ ຄະນະນຳຂອງຄະນະໂຄສະນາອົບຮົມສູນກາງພັກເຂົ້າອວຍພອນວັນຊາດ ສສ ຫວຽດນາມ ຄົບຮອບ 76 ປີ

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ.

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ.     ໃນຕອນເຊົ້າຂອງວັນທີ  24 ສິງຫາ 2021  ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V

ຄະນະນໍາ ຄະນະໂຄສະນາອົບຮົມສູນກາງພັກ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນປະທານ ໄກສອນ ພົມວິຫານ.

ຄະນະນໍາ ຄະນະໂຄສະນາອົບຮົມສູນກາງພັກ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນປະທານ ໄກສອນ ພົມວິຫານ.     ໃນຕອນບ່າຍ ຂອງວັນທີ 23 ສິງຫາ 2021 ຄະນະນໍາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຂົ້າວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນປະທານ ໄກສອນ ພົມວິຫານ. ເຊິ່ງນໍາໂດຍ ສະຫາຍ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ເຂົ້າຮ່ວມມີ: ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ, ບັນດາເລຂາໜ່ວຍພັກ ພາຍໃນ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.     ຈຸດປະສົງໃນພິທີວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນປະທານ ໄກສອນ ພົມວິຫານຄັ້ງນີ້ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ແລະ ເພື່ອສະແດງຄວາມເຄົາລົບຮັກຮູ້ບຸນຄຸນອັນໃຫຍ່ຫຼວງ ແລະ ລະນຶກເຖິງຜົນງານ, ຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງ ປວງຊົນລາວບັນດາເຜົ່າ ເຊິ່ງທ່ານເປັນຜູ້ກໍ່ຕັ້ງນໍາພາ ພາລະກິດປະຕິວັດອັນຍິ່ງໃຫຍ່ຂອງຊາດເຮົາຈາກໄຊຊະນີ້ ສູ່ ໄຊຊະນະໃໝ່ຍິ່ງໃຫຍ່ກວ່າເກົ່າ, ສ້າງປະຖົມປັດໃຈກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ, […]

ພິທີປະກາດ 4ບຸກ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄະນະໂຄສະນາອົບຮົມສູນກາງພັກ ຄັ້ງທີ 2.

ພິທີປະກາດ 4ບຸກ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄະນະໂຄສະນາອົບຮົມສູນກາງພັກ ຄັ້ງທີ 2.     ໃນຕອນເຊົ້າຂອງວັນທີ 17 ສິງຫາ 2021ຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ

ຄະນະໂຄສະນາອົບຮົມສູນກາງພັກ ສ້າງຂະບວນການແຂ່ງຂັນກິລາເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະ ນະພັກ ຄະນະໂຄສະນາອົບຮົມສູນກາງພັກທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້.

ຄະນະໂຄສະນາອົບຮົມສູນກາງພັກ ສ້າງຂະບວນການແຂ່ງຂັນກິລາເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້.     ໂດຍປະຕິບັດຕາມແຜນການສ້າງຂະບວນການ ແລະ ໂຄສະນາ ເພື່ອຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ. ໃນຕອນບ່າຍວັນທີ 17 ສິງຫາ 2021 ຄະນະໂຄສະນາອົບຮົມສູນກາງພັກ ຈິງໄດ້ສ້າງຂະບວນການແຂ່ງຂັນກິລາໝາກບຸ້ນທີມຍິງ-ຊາຍ ຊີງຂັນເລຂາຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ. ໂດຍໃຫ້ກຽດເຂົ້າຮ່ວມເປີດປະເດີນໂດຍ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປປລາວ, ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນ ທົ່ວຄອສພ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.     ຈຸດປະສົງຂອງການຈັດກິດຈະກຳຄັ້ງນີ້ແມ່ນເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບ ຮົມສູນກາງພັກ ທີ່ຈະເປີດຂື້ນໃນຕໍ່ໜ້ານີ້, ທັງເປັນການສ້າງຄວາມສາມັກຄີຮັກແພງ ແລະ ສ້າງມິດຕະພາບລະຫວ່າງສະມາຊິກພັກ, ພະນັກງານລັດຖະກອນທັງ ໝົດໃຫ້ ແໜ້ນແຟ້ນເພື່ອພ້ອມກັນກ້າວເຂົ້າສູ່ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ໂດຍຈິດໃຈຟົດຟື້ນປະຕິວັດ.      ການແຂ່ງຂັນໄດ້ດໍາເນີນໄປທາມກາງບັນຍາກາດອັນຟົດຟື້ນ, ມ່ວນຊື່ນ […]

1 42 43 44 45 46 62