ການນຳຂັ້ນສູງ ສສ ຫວຽດນາມ ເຄື່ອນໄຫວເຮັດວຽກ ແລະ ຢ້ຽມຢາມໜັງສືພິມປະຊາຊົນສຽງຂອງສູນກາງພັກ

ການນຳຂັ້ນສູງ ສສ ຫວຽດນາມ ເຄື່ອນໄຫວເຮັດວຽກ ແລະ ຢ້ຽມຢາມໜັງສືພິມປະຊາຊົນສຽງຂອງສູນກາງພັກ

    ໃນວັນທີ 27 ເມສາ 2022.  ສະຫາຍ ຫວຽນ ຈ້ອງ ເງ້ຍ ເລຂາທິ ການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໄດ້ໄປເຄື່ອນໄຫວເຮັດວຽກທາງການຢູ່ໜັງສືພິມປະຊາຊົນ ໂດຍມີ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະຕິດຕາມເປັນຜູ້ນໍາທາງໃນການເຄື່ອນໄຫວ, ມີ ສະຫາຍ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວພ້ອມດ້ວຍຄະນະ ບ.ກ ໜັງສືພິມປະຊາຊົນໃຫ້ການຕ້ອນຮັບ.

ໃນການພົບປະ ສະຫາຍ ວັນໄຊ ຕະວິນຍານ ກຳມະການພັກກະຊວງ, ຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ໄດ້ລາຍງານສະພາບໂດຍຫຍໍ້ກ່ຽວກັບຄວາມເປັນມາ: ໜັງສືພິມປະຊາຊົນໄດ້ຮັບການສ້າງຕັ້ງໃນວັນທີ 13/08/1950 ຢູ່ເຂດທີ່ໝັ້ນແຂວງຫົວພັນ ເຊິ່ງມີອາຍຸຄົບຮອບ 72 ປີ. ໜັງສືພິມປະຊາຊົນໄດ້ປະກອບສ່ວນສຳຄັນໃນການເປັນກະບອກສຽງຂອງພັກ, ໃນການຕອບໂຕ້ພວກບໍ່ຫວັງດີຕໍ່ປະເທດຊາດ, ນັບແຕ່ສະໄຫມຕໍ່ສູ້ກູ້ຊາດ, ກອບກູ້ເອົາເອກະລາດມາໃຫ້ປະຊາຊົນ, ເຮັດຫນ້າທີ່ໂຄສະນາໝາກຜົນຂອງການປະຕິວັດ, ນັບທັງໄລຍະຕໍ່ສູ້ປົດປ່ອຍຊາດ ແລະ ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ມີຜົນສຳເລັດເປັນກ້າວໆມາຈົນມາເຖິງປັດຈຸບັນ. ໜັງສືພິມປະຊາຊົນກັບໜັງສືພິມເຢີນເຊີນ (báo nhân dân) ຫວຽດນາມໄດ້ມີການພົວພັນຮ່ວມມືກັນຕະຫຼອດມາ ໂດຍສະເພາະແມ່ນການຊ່ວຍເຫຼືອຝຶກອົບຮົມທາງດ້ານວິຊາໃຫ້ແກ່ໜັງສືພິມປະຊາຊົນຢູ່ເລື້ອຍໆເພື່ອເປັນການແລກປ່ຽນບົດຮຽນ ໃຫ້ທັງສອງໜັງສືພິມພ້ອມກັນພັດທະນາໃຫ້ດີຂຶ້ນເປັນກ້າວໆ. ພິເສດໜັງສືພິມປະຊາຊົນຍັງໄດ້ອອກບົດຂ່າວ, ບົດນຳ-ບົດຄວາມ ແລະ ມີຄໍລຳສະເພາະປີສາມັກຄີມິດຕະພາບ ລາວ-ຫວຽດນາມເພື່ອໂຄສະນາເຜີຍແຜ່ໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈເລິກເຊີ່ງກ່ຽວກັບການພົວພັນຮ່ວມມືພິເສດລະຫວ່າງສອງພັກສອງຊາດລາວ-ຫວຽດນາມທີ່ເຄີຍມີມູນເຊື້ອມາແຕ່ດຶກດຳບັນ.

ໃນໂອກາດດັ່ງກ່າວ ສະຫາຍ ຫວຽນ ຈ້ອງ ເງ້ຍ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມໄດ້ສະແດງຄວາມຂອບໃຈທີ່ໃຫ້ຕ້ອນຮັບຢ່າງອົບອຸ່ນ ແລະ ເປັນກັນເອງເຊິ່ງສະຫາຍໄດ້ເນັ້ນໃຫ້ໜັງສືພິມປະຊາຊົນກັບໜັງສືພິມເຢີນເຊີນ (báo nhân dân) ຫວຽດນາມຈົ່ງເພີ່ມທະວິການຮ່ວມມືໃຫ້ແໜ້ນແຟ້ນຍິ່ງຂຶ້ນໂດຍສະເພາະແມ່ນການໂຄສະນາດ້ວຍຫຼາຍຮູບແບບຫຼາຍສີ ທີ່ທັນສະໄໝຜ່ານເວັບໄຊ, ຜ່ານແອັບພີຼເຄຊັ່ນ, ເຟດບຸກ, ບັນດາສື່ສັງຄົມອອນລາຍໃຫ້ທົ່ວເຖີງປະຊາຊົນ, ເພີ່ມທະວີໂຄສະນາສາຍພົວພັນມິດຕະພາບລາວ-ຫວຽດນາມໃຫ້ຫຼາຍກວ່າເກົ່າ ແລະ ສືບຕໍ່ການຮ່ວມມືອັນເປັນມູນເຊື້ອສາມັກຄີມິດຕະພາບອ້າຍນ້ອງລາວ-ຫວຽດນາມ.

ຫຼັງຈາກສິ້ນສຸດການເຮັດວຽກແລ້ວ ສະຫາຍ ຫວຽນ ຈ້ອງ ເງ້ຍ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ກໍໄດ້ເດີນທາງໄປເຮັດວຽກກັບບໍລິສັດຢູນິເທວ(Unitel), ສະຖານທູດສສ ຫວຽດນາມ ປະຈຳສ ປປ ລາວ ແລະ ໄດ້ໄປຢ້ຽມຢາມໃຫ້ກຳລັງໃຈ ອ້າຍນ້ອງທະຫານ ແມ່ທັບນ້ອຍ 11 ທີ່ປະຕິບັດໜ້າທີ່ຕິດຕາມການກໍ່ສ້າງສະພາແຫ່ງຊາດຂອງສປປ ລາວ.