ການນຳຂັ້ນສູງ ສສ ຫວຽດນາມ ລົງເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງພະບາງ.

ການນຳຂັ້ນສູງ ສສ ຫວຽດນາມ ລົງເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງພະບາງ.

    ໃນວັນທີ 26 ເມສາ 2022.  ສະຫາຍ ຫວຽນ ຈ້ອງ ເງ້ຍ ເລຂາທິ ການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໄດ້ໄປເຄື່ອນໄຫວເຮັດວຽກທາງການຢູ່ແຂວງຫຼວງພະບາງ ໂດຍມີ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະເປັນຜູ້ຕິດຕາມ ແລະ ນໍາທາງໃນການເຄື່ອນໄຫວ.

    ໃນການເດີນທາງເຮັດວຽກໃນຄັ້ງນີ້ ຄະນະຜູ້ແທນຝ່າຍຫວຽດນາມ ແລະ ລາວ ໄດ້ເດີນທາງດ້ວຍລົດໄຟຄວາມໄວສູງລາວ-ຈີນ ແລະ ໄດ້ເຂົ້າພົບປະ ແລະ ເຮັດວຽກກັບ ສະຫາຍ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ, ເຈົ້າແຂວງຫຼວງພະບາງ ເຊິ່ງການພົບປະຄັ້ງນີ້ສະຫາຍ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ທີ່ການນຳຂັ້ນສູງຂອງສສ ຫວຽດນາມ ກໍຄືຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມໄດ້ມາຢ້ຽມຢາມເປັນຄັ້ງທຳອິດຫຼັງຈາກສາມາດຄວມຄຸມພະຍາດລະບາດໂຄວິດ-19ໄດ້ ແລະ ສະຫາຍຍັງໄດ້ ລາຍງານໂດຍຫຍໍ້ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມໂດຍສະເພາະວຽກງານການທ່ອງທ່ຽວຂອງແຂວງສະເພາະໃນໄລຍະໜຶ່ງປີທີ່ຜ່ານນັກທ່ອງທ່ຽວໄດ້ຫຼຸດລົງເປັນຈຳນວນຫຼວງຫຼາຍຍ້ອນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ມາໃນປີນີ້ລັດຖະບານມີມາດຕະການການຜ່ອນຜັນອັນໄດ້ເຮັດໃຫ້ມີນັກທ່ອງທ່ຽວໃນພາຍປະເທດເຂົ້າມາທ່ຽວຫຼາຍຂຶ້ນ ແລະ ຄາດວ່າລັດ ຖະບານຈະເປີດປະເທດໃນມໍ່ໆນີ້ ນອກຈາກນັ້ນໃນໄລຍະຜ່ານມາແຂວງຫຼວງພະບາງຍັງໄດ້ເຮັດວຽກ ແລະ ແຮກສ່ຽວກັບບັນດາແຂວງຂອງສສ ຫວຽດນາມ ເພື່ອຮັດແໜ້ນການພົວພັນຮ່ວມມືລະຫວ່າງລາວ-ຫວຽດນາມ ຊຶ່ງ ພັກ ແລະ ລັດຖະບານ ໄດ້ຊີ້ນໍາບັນດາຂະແໜງການ ແລະ ທ້ອງຖິ່ນ ສືບຕໍ່ເອົາໃຈໃສ່ຮ່ວມມືດ້ານຕ່າງໆໃຫ້ມີປະສິດທິຜົນສູງຂຶ້ນ ແລະ ພິເສດປີ 2022 ກໍເປັນປີທີ່ມີຄວາມໝາຍຄວາມສຳຄັນໃນການພົວພັນຮ່ວມມືລະຫວ່າງລາວ-ຫວຽດນາມເຊັ່ນ: ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ.

    ໃນໂອກາດດັ່ງກ່າວ ສະຫາຍ ຫວຽນ ຈ້ອງ ເງ້ຍ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມໄດ້ສະແດງຄວາມຂອບໃຈທີ່ໃຫ້ຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ກ່າວວ່າແຂວງຫຼວງພະບາງ ເປັນແຂວງທີ່ອຸດົມສົມບູນໄປດ້ວຍວັດທະນະທຳ ແລະ ທຳມະຊາດ ຖ້າຫາກວ່າສປປ ລາວເປີດປະເທດຢ່າງເຕັມຮູບແບບຈະເຮັດໃຫ້ນັກທ່ອງທ່ຽວຕ່າງປະເທດໂດຍສະເພາະປະຊາຊົນຊາວຫວຽດນາມຈະຫຼັງໄຫຼ່ເຂົ້າມາທ່ອງແຂວງຫຼວງພະບາງເປັນຈຳນວນຫຼວງຫຼາຍ ເຊິ່ງຈະເປັນການປະກອບສ່ວນອັນສຳຄັນໃນການພົວພັນຮ່ວມມືຢ່າງໃກ້ຊິດລະຫວ່າງສອງພັກສອງລັດສອງຊາດ ລາວ-ຫວຽດນາມ ແລະ ສືບຕໍ່ຜັນຂະຫຍາຍປີສາມັກຄີພິເສດລາວ-ຫວຽດນາມ ປີ 2022 ໃຫ້ທົ່ວເຖີງ ໂດຍສະເພາະແມ່ນການສືບຕໍ່ຂະຫຍາຍການພົວພັນຮອບດ້ານ ລະຫວ່າງບັນດາແຂວງຂອງສສ ຫວຽດນາມ ກັບ ແຂວງຫຼວງພະບາງ.

    ຫຼັງຈາກສິ້ນສຸດການເຮັດວຽກແລ້ວ ສະຫາຍ ຫວຽນ ຈ້ອງ ເງ້ຍ ເລຂາ ທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ກໍໄດ້ເດີນທາງໄປທ່ຽວຊົມນ້ຳຕົກຕາດກວາງຊີ, ພະລາດຊະວັງເກົ່າ ແລະ ວັດຊຽງທອງອັນລືຊື່ຂອງແຂວງຫຼວງພະບາງ.