ກອງປະຊຸມລະດົມຄວາມຄິດເຫັນຕໍ່ຮ່າງບົດຄົ້ນຄວ້າ “ຫົວຂໍ້: ການຄົ້ນຄວ້າທິດສະດີ ແລະສະຫຼຸບພຶດຕິກຳໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ”


ກອງປະຊຸມລະດົມຄວາມຄິດເຫັນຕໍ່ຮ່າງບົດຄົ້ນຄວ້າ
“ຫົວຂໍ້: ການຄົ້ນຄວ້າທິດສະດີ ແລະສະຫຼຸບພຶດຕິກຳໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ”

ຕອນເຊົ້າວັນທີ 21 ເມສາ 2022 ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມສໍາມະນາ ລະດົມຄວາມຄິດເຫັນປະກອບໃສ່ຮ່າງຄົ້ນຄວ້າສະບັບຫຍໍ້ ໃນຫົວຂໍ້: “ການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ” ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ ໂດຍການເປັນປະທານຂອງ ສະຫາຍ ປອ. ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ; ມີຄະນະປະຈຳສະພາທິດສະດີສູນກາງພັກ; ສະມາຊິກສະພາທິດສະດີສູນກາງພັກ; ບັນ​ດາຫົວ​ໜ້າຄະ​ນະ​ຮັບ​ຜິດ​ຊອບ​​ຄົ້ນ​ຄວ້າ​ໃນ​ຂົງ​ເຂດ​ຕ່າງໆ​; ຫ້ອງການສະພາທິດສະດີສູນກາງພັກ ແລະກອງ​ເລ​ຂາຊ່ວຍວຽກດ້ານເນື້ອໃນເຂົ້າຮ່ວມ​.

ໃນ​ກອງ​ປະ​ຊຸມທ່ານ ປອ.ດາວສະຫວັນ ເຄືອມີໄຊ ໄດ້ລາຍງານ​ໂດຍສັງເຂບກ່ຽວ​ກັບ​ເນື້ອ​ໃນ​ບົດ​ຄົ້ນ​ຄວ້າ​ທິດ​ສະ​ດີ ແລະ​ສະ​ຫຼຸບ​ພຶດ​ຕິ​ກຳ​ໃຫ້​ແກ່​ການ​ສ້າງ​ປະ​ຖົມ​ປັດ​ໄຈ ເພື່ອ​ກ້າວ​ເດີນ​ສູ່​ຈຸດ​ໝາຍ​ສັງ​ຄົມ​ນິ​ຍົມ (ສະ​ບັບ​ຫຍໍ້) ຕໍ່ກອງປະຊຸມ ໂດຍ​ຍົກ​ໃຫ້​ເຫັນພື້ນ​ຖານ​ທິດ​ສະ​ດີ ແລະ ​ພຶດ​ຕິ​ກຳ​ກ່ຽວ​ກັບ​ການ​ສ້າງ​ບັນ​ດາ​ປັດ​ໄຈ​ເພື່ອ​ກ້າວ​ເດີນ​ສູ່​ຈຸດ​ໝາຍ​ສັງ​ຄົມ​ນິ​ຍົມ​; ຂະ​ບວນ​ວິ​ວັດ​ແຫ່ງ​ການ​ກຳ​ເນີດ ແລະ​ ສ້າງ​ບັນ​ດາ​ປັດ​ໄຈ ເພື່ອ​ກ້າວ​ເດີນ​ສູ່​ຈຸດ​ໝາຍ​ສັງ​ຄົມ​ນິ​ຍົມ; ການ​ສືບ​ຕໍ່​ສ້າງ​ປັດ​ໄຈ​ໃຫ້​ແກ່​ການ​ກ້າວ​ເດີນ​ສູ່​ຈຸດ​ໝາຍ​ສັງ​ຄົມ​ນິ​ຍົມ      ຢູ່​ປະ​ເທດ​ເຮົາ.

ພ້ອມ​ດຽວ​ກັນ​ນັ້ນ, ປະທານກອງປະຊຸມໄດ້ມີຄໍາຖາມເຈາະຈີ້ມໃນບາງບັນຫາທີ່ຍັງບໍ່ທັນເລິກເຊິ່ງ ເພື່ອສົນທະນາແລກ​ປ່ຽນຄຳ​ຄິດ​ເຫັນກັບຜູ້ເຂົ້າຮ່ວມກອງປະຊຸມ, ພ້ອມທັງໄດ້ຊີ້ນຳການປະກອບຄຳເຫັນໃຫ້ມີລັກສະນະວິທະຍາສາດ ເພື່ອຮັບໃຊ້ໃຫ້ແກ່ການປັບປຸງເນື້ອໃນບົດຄົ້ນຄວ້າໃຫ້ມີຄຸນນະພາບດີຂຶ້ນກວ່າເກົ່າ ແລະ ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ.

ໃນໂອກາດນີ້, ສະຫາຍ ປອ. ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໄດ້ຕີລາຄາສູງຕໍ່ຄະນະຮັບ​ຜິດ​ຊອບ​ການ​ຄົ້ນ​ຄວ້າ​ໃນ​ຂົງ​ເຂດ​ຕ່າງໆ​ທີ່​ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ຄົ້ນ​ຄວ້າ-ຂຽນ​ຮ່າງ​ສະ​ບັບ​ເບື້ອງ​ຕົ້ນ, ຊົມ​ເຊີຍກອງ​ເລ​ຂາ​ດ້ານ​ເນື້ອ​ໃນທີ່ເປັນເຈົ້າການສັງ​ລວມ​ປັບ​ປຸງເນື້ອ​ໃນ, ​ສ້າງ​ເປັນ​ສະ​ບັບຮ່າງ ແລະ​ສະ​ບັບ​ສັງ​ລວມ​ຫຍໍ້​ທີ່​ມີ​ເນື້ອ​ໃນ​ຈະ​ແຈ້ງ​ຂຶ້ນ​ຕື່ມ.

ໃນ​ຕອນ​ທ້າຍ ຂອງກອງ​ປະ​ຊຸມ​ປະ​ທານກອງ​ປະ​ຊຸມໄດ້ໃຫ້ທິດຊີ້ນໍາໃນການສືບ​ຕໍ່​ນຳ​ເອົາ​ເນື້ອ​ໃນ​ຈິດ​ໃຈ ຂອງກອງ​ປະ​ຊຸມ​ໃນ​ຄັ້ງ​ນີ້ ເພື່ອ​ໃຫ້​ຄະ​ນະ​ຮັບ​ຜິດ​ຊອບ​ດ້ານ​ເນື້ອ​ໃນ​ສຸມ​ໃສ່ປັບປຸງຮ່າງເນື້ອໃນບົດຄົ້ນຄວ້າ ແລະ​ນຳ​ເອົາ​ຮ່າງ​ເນື້ອ​ໃນ​ບົດ​ຄົ້ນ​ຄວ້າ​ດັ່ງ​ກ່າວ​ລົງ​ທາບ​ທາມ​ຄຳ​ຄິດ​ເຫັນຢູ່​ຂັ້ນ​ສູນ​ກາງ ແລະ​ ທ້ອງ​ຖິ່ນ ​ເພື່ອ​ເຮັດ​ໃຫ້​ການ​ປັບ​ປຸງ​ເນື້ອ​ໃນ ແລະ​ ຂໍ້​ມູນ​ຕ່າງໆ​ໄດ້​ມີ​ວິ​ທະ​ຍາ​ສາດ, ສອດ​ຄ່ອງ​ກັບ​ຕົວ​ຈິງ ແລະ​ນຳ​ໄປ​ສະ​ເໜີ​ໃນ​ກອງ​ປະ​ຊຸມ​ສູນ​ກາງ​ໃນ​ຄັ້ງ​ຕໍ່​ໄປ.